ນີ້ແມ່ນພື້ນຖານ, ໄມ້ງັດ, ຄວາມເຊື່ອໝັ້ນ ແລະກໍາລັງໜູນໃໝ່ເພື່ອໃຫ້ Viettel ກຽມພ້ອມໃຫ້ແກ່ “ການບຸກທະລຸຄັ້ງທີ 3” ດ້ວຍບັນດາຈຸດສູງໃໝ່ແມ່ນສືບຕໍ່ສ້າງຂຶ້ນ ແລະສ້າງຂຶ້ນຢ່າງໝັ້ນຄົງ.

ການບຸກທະລຸໃນຈິນຕະນາການ, ຂ້ຽວຂາດໃນການບໍລິຫານ

ມະຕິກອງປະຊຸມໃຫຍ່ອົງຄະນະພັກກຸ່ມບໍລິສັດ ຄັ້ງທີ IX ໄດ້ປະກົດຜົນເປັນຈິງເມື່ອ Viettel ໄດ້ສ້າງຂີດໝາຍດ້ວຍ “ການບຸກທະລຸຄັ້ງທີ 2” ໃນປະຫວັດສາດຂອງຂະແໜງໂທລະຄົມມະນາຄົມ. Viettel ໄດ້ຢັ້ງຢືນຖານະບົດບາດແມ່ນວິສາຫະກິດໂທລະຄົມມະນາຄົມອັນດັບໜຶ່ງຂອງປະເທດ. ດ້ວຍເບີໂທ 3G, 4G ເຕີບໂຕສະເລ່ຍ 20%/ປີ, ກວມກວ່າ 50% ອັດຕາສ່ວນຕະຫຼາດ. ນໍາໜ້າໃນການສ້າງພື້ນຖານໃຫ້ແກ່ການສ້າງສັງຄົມດີຈີຕອນ, Viettel ຜັນຂະຫຍາຍໂຄງການມາດຕະການເຕັກໂນໂລຢີກັບ 9 ກະຊວງ, ອົງການທຽບເທົ່າກະຊວງ ແລະ 23 ແຂວງ, ນະຄອນ. ພື້ນຖານໂຄງລ່າງເຄືອຂ່າຍໄດ້ຫັນເປັນແບນວິດກວ້າງສຸດ, ພື້ນຖານເຕັກໂນໂລຢີ 4G  ສົ່ງສັນຍານ 5G ແລະໂຄງລ່າງເຊື່ອມຕໍ່ IoT. ຄຽງຂ້າງນັ້ນ, ການຜະລິດດໍາເນີນທຸລະກິດຢູ່ 10 ຕະຫຼາດຕ່າງປະເທດກໍ່ເຕີບໂຕ. ນອກຈາກນີ້, ກຸ່ມບໍລິສັດຍັງເປີດກວ້າງການລົງທຶນຕື່ມອີກຢູ່ 3 ຕະຫຼາດ, ຂຶ້ນເປັນ 10 ຕະຫຼາດຕ່າງປະເທດດ້ວຍ 255,5 ລ້ານຄົນ; ຮັກສາລະດັບເຕີບໂຕລາຍຮັບບໍລິການສະເລ່ຍແມ່ນ 26%/ປີ.

leftcenterrightdel
ສະຖານີ 5G ຂອງ Viettel ໄດ້ສົ່ງສັນຍາແລ້ວ. ພາບ: qdnd.vn.

“ການບຸກທະລຸຄັ້ງທີ 2” ຍັງໄດ້ຮັບການຢັ້ງຢືນດ້ວຍເລື່ອງ Viettel ນໍາໜ້າໃນການກໍ່ສ້າງພື້ນຖານອຸດສາຫະກໍາຄວາມໝັ້ນຄົງທາງອິນເຕີແນັດຫວຽດນາມ ດ້ວຍເລື່ອງເປັນເຈົ້າຂອງບັນດາລະບົບຕິດຕາມກວດກາ, ຄຸ້ມຄອງ ແລະສູ້ຮົບທາງເຄືອຂ່າຍອິນເຕີແນັດ... ຂົງເຂດການຜະລິດດໍາເນີນທຸລະກິດທີ່ເປັນມູນເຊື້ອມີບາດກ້າວພັດທະນາຢ່າງແຮງ. ໂດຍລະອຽດແມ່ນ, ການຫັນປ່ຽນຢ່າງແຮງດ້ວຍການນໍາໃຊ້ເຕັກໂນໂລຢີ, ລາຍຮັບໃນຂົງເຂດໄປສະນີ, logistics ທ້າຍອາຍຸການຫຼາຍທົບ 5 ເທົ່າເມື່ອທຽບໃສ່ລາຍຮັບຕົ້ນອາຍຸການ. ໃນຂົງເຂດສົ່ງອອກ-ນໍາເຂົ້າ, Viettel ກາຍເປັນກຸ່ມບໍລິສັດແຈກຢາຍອັນດັບ 1 ຢູ່ຫວຽດນາມ, ນອນໃນທອັບ 3 ກຸ່ມບໍລິສັດຂາຍຍ່ອຍໂທລະສັບແຖວໜ້າຢູ່ພາຍໃນປະເທດ. ພ້ອມກັນນັ້ນ, ໃນເບື້ອງຕົ້ນ Viettel ໄດ້ປະສົບຜົນສໍາເລັດຫຼາຍຢ່າງໃນຂົງເຂດອຸດສາຫະກໍາເຕັກໂນໂລຢີສູງດ້ວຍ 2 ປາຍແຫຼມແມ່ນອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ ແລະເຕັກໂນໂລຢີເອເລັກໂຕນິກໂທລະຄົມມະນາຄົມ, ເປັນເຈົ້າຂອງກວ່າ 40 ປະເພດຜະລິດຕະພັນທີ່ສັງກັດ 10 ຂະແໜງອາວຸດ, ເປັນເຄືອຂ່າຍຂໍ້ມູນການທະຫານທີ 2 ຂອງກອງທັບ.

ເພື່ອບັນລຸໄດ້ໝາກຜົນນັ້ນແມ່ນມີວິໄສທັດ ແລະການເຫັນດີເຫັນພ້ອມຂອງຄະນະພັກ. ໃນແຕ່ລະໄລຍະ, ແຕ່ລະໜ້າທີ່, ການຄາດຄະເນຢ່າງທັນການ ແລະກໍາແໜ້ນທ່າອ່ຽງພັດທະນາເພື່ອກໍ່ສ້າງຍຸດທະສາດດ້ວຍວິທີສໍາຜັດກັບການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງແຕ່ໃກ້ຊິດຕິດແທດກັບເງື່ອນໄຂຕົວຈິງ. ຈີນຕະນາການບຸກທະລຸຍາມໃດກໍ່ແມ່ນວິທີການເພື່ອໃຫ້ Viettel ສ້າງຄວາມແຕກຕ່າງກັນ, ຊຸກຍູ້ວິວັດການພັດທະນາ.

ວິໄສທັດຂ້າມຍຸກສະໄໝຂອງ Viettel ໄດ້ສະແດງໃຫ້ເຫັນດ້ວຍເລື່ອງສຸມໃສ່ນໍາໃຊ້ເຕັກໂນໂລຢີໃໝ່ໃນການບໍລິຫານພາຍໃນ, ໃນເລື່ອງເພີ່ມທະວີການເຂົ້າຮ່ວມໃຫ້ແກ່ລູກຄ້າ ແລະແກ້ໄຂບັນດາບັນຫາຂອງການດຳລົງຊີວິດ.

ບົດຮຽນໜຶ່ງທີ່ໄດ້ຮັບການໝູນໃຊ້ຄືດັ່ງສັດຈະທໍາທີ່ຊັກນໍາ Viettel ບືນຕົວຂຶ້ນເຖິງຂອບຟ້າໃໝ່, ນັ້ນແມ່ນຍາມໃດກໍ່ຊາບຊຶມ, ໝູນໃຊ້ແຜນນະໂຍບາຍ, ແນວທາງຂອງພັກ, ລັດ, ກອງທັບ ໃນການກໍ່ສ້າງພື້ນຖານເສດຖະກິດຕະຫຼາດຕາມກໍານົດທິດສັງຄົມນິຍົມຢ່າງມີຫົວຄິດປະດິດສ້າງ. Viettel ກໍານົດທິດເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງເສດຖະກິດພາກລັດ, ໃນນັ້ນ ລັດວິສາຫະກິດ ແມ່ນແກ່ນສານກໍານົດທິດ, ຊັກນໍາກ່ຽວກັບເສດຖະກິດ. ຮັກສາ ແລະເພີ່ມທະວີການນໍາພາຢ່າງເດັດຂາດ, ໂດຍກົງໃນທຸກດ້ານຂອງພັກສໍາລັບບັນດາການເຄື່ອນໄຫວຂອງກຸ່ມບໍລິສັດ, ການຄຸ້ມຄອງ, ການບໍລິຫານແບບລວມສູນເປັນເອກະພາບສູງຂອງຄະນະອໍານວຍການ ແລະເສີມຂະຫຍາຍບົດບາດເປັນເສນາທິການຂອງບັນດາອົງການ, ກົມກອງ, ບັນດາອົງການຈັດຕັ້ງບົນພື້ນຖານການເຄົາລົບກົດໝາຍຢ່າງເຂັ້ມງວດ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງພະນັກງານ, ພາລະກອນກັບຄະນະພັກ ແລະຜູ້ບັນຊາການທຸກຂັ້ນໃນກຸ່ມບໍລິສັດ.

ຮັກສາ “ຈິດວິນຍານ, ພະລັງຊີວິດ” ຕາມວິທີແຕກຕ່າງກັນ

ໃນວິວັດການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ເຄື່ອງໝາຍການຄ້າວິສາຫະກິດນັບມື້ນັບໄດ້ຮັບການຍົກສູງຂຶ້ນຢູ່ທັງພາຍໃນ ແລະຕ່າງປະເທດ, ມີຫຼາຍປັດໄຈທີ່ປະກອບສ່ວນສ້າງເປັນບັນດາຜົນງານຂອງ Viettel. ໃນນັ້ນ, ຄະນະພັກ, ຄະນະອໍານວຍການກຸ່ມບໍລິສັດ ຍາມໃດກໍ່ກໍານົດວ່າ, ປະສິດທິຜົນຂອງວຽກງານພັກ, ວຽກງານການເມືອງ ໄດ້ສ້າງເປັນປັດໄຈແບບຍືນຍົງທາງດ້ານແນວຄິດ ແລະການຈັດຕັ້ງ, ສ້າງເປັນກໍາລັງແຮງດ້ານການເມືອງ-ຈິດໃຈເພື່ອຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບັນລຸໄດ້ບັນດາຜົນງານສໍາຄັນ. ເພາະສະນັ້ນ, Viettel ຍາມໃດກໍ່ກໍານົດວ່າຢູ່ບ່ອນໃດມີການຜະລິດດໍາເນີນທຸລະກິດ, ຢູ່ບ່ອນນັ້ນມີອົງການຈັດຕັ້ງພັກ ແລະການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ...

ສໍາລັບການຍົກສູງຄຸນນະພາບວຽກງານການສຶກສາດ້ານການເມືອງ, ການຄຸ້ມຄອງພະນັກງານ, ພາລະກອນໃກ້ຊິດຕິດແທດກັບຕົວຈິງ, ມີປະສິດທິຜົນ, Viettel ໄດ້ປະກາດໃຊ້ລະບົບບັນດາລະບຽບການ, ຂໍ້ກໍານົດ ແລະບັນດາກົນໄກນະໂຍບາຍທີ່ກະທົບໂດຍກົງເຖິງຜູ້ອອກແຮງງານ, ກໍ່ສ້າງສະພາບແວດລ້ອມແຫ່ງການເຮັດວຽກສະໜິດສະໜົມ, ມີຄວາມຜາສຸກໃຫ້ແກ່ພະນັກງານ, ພາລະກອນ.

ຈຸດພົ້ນເດັ່ນຂອງຜົນສໍາເລັດໃນການດໍາເນີນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງແມ່ນ Viettel ໄດ້ຜັນຂະຫຍາຍຢ່າງຄົບຊຸດບັນດາມາດຕະການຍົກສູງກໍາລັງຄວາມສາມາດນໍາພາຮອບດ້ານ, ກໍາລັງແຮງສູ້ຮົບຂອງຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ແລະຄຸນນະພາບຖັນແຖວສະມາຊິກພັກ ໃນການປະຕິບັດໜ້າທີ່ຂອງກຸ່ມບໍລິສັດ Viettel. ໃນຊຸມປີຜ່ານມາ, ທົ່ວອົງຄະນະພັກ ໄດ້ປະຕິບັດຫຼັກການຈັດຕັ້ງ, ການດໍາເນີນຊີວິດພັກຢ່າງເຂັ້ມງວດ, ພິເສດແມ່ນຫຼັກການລວມສູນປະຊາທິປະໄຕ...

ສໍາລັບທັດສະນະວຽກງານພັກ, ວຽກງານການເມືອງແມ່ນ “ຈິດວິນຍານ, ພະລັງຊີວິດ”, Viettel ຍາມໃດກໍ່ມີແຜນນະໂຍບາຍປະຕິບັດວຽກງານພັກ, ວຽກງານການເມືອງໃນໜ້າທີ່ຕ່າງໆເປັນຢ່າງດີ, ປະກອບສ່ວນເພີ່ມທະວີການນໍາພາຢ່າງເດັດຂາດ, ໂດຍກົງ ແລະໃນທຸກດ້ານຂອງພັກຕໍ່ກຸ່ມບໍລິສັດ, ກໍ່ສ້າງ Viettel ໃຫ້ພັດທະນາແບບຍືນຍົງ, ປະຕິບັດສຳເລັດບັນດາໜ້າທີ່ສຳຄັນເຊິ່ງ ພັກ, ລັດ, ກະຊວງປ້ອງກັນປະເທດ ແລະປະຊາຊົນມອບໝາຍໃຫ້. ໃນໄລຍະປະຈຸບັນ, ຕໍ່ໜ້າບັນດາໂຄງການຈຸດສຸມຂອງຊາດ, ການກໍ່ສ້າງ Viettel ກາຍເປັນກຸ່ມບໍລິສັດອຸດສາຫະກໍາ, ໂທລະຄົມມະນາຄົມທົ່ວໂລກ, ກຸ່ມອຸດສາຫະກໍາປ້ອງກັນຊາດເຕັກໂນໂລຢີສູງ, ນໍາໜ້າໃນການປະຕິບັດການປະຕິວັດອຸດສາຫະກໍາ 4.0, ເລື່ອງຍົກສູງປະສິດທິຜົນວຽກງານພັກ, ວຽກງານການເມືອງກວ່າອີກໃນການເຄື່ອນໄຫວຕ່າງໆແມ່ນບັນຫາເຊິ່ງ Viettel ຖືເປັນສໍາຄັນຍິ່ງ.

ໂດຍ: ໄຊຊະນະ