leftcenterrightdel
ພາລະກອນການແພດດໍາເນີນການວິເຄາະກວດຫາເຊື້ອພະຍາດໃຫ້ແກ່ພົນລະເມືອງຢູ່ຮ່າໂນ້ຍ. ພາບ: Reuters.

ມາຮອດປັດຈຸບັນ, ຫວຽດນາມ-ປະເທດທີ່ມີພົນລະເມືອງ 100 ລ້ານຄົນ ພຽງແຕ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 350 ຄົນເທົ່ານັ້ນ, ໃນຈໍານວນດັ່ງກ່າວສ່ວນຫຼາຍໄດ້ຫາຍດີແລ້ວ ແລະບໍ່ມີກໍລະນີໃດເສຍຊີວິດ. ຕາມບົດຂຽນແລ້ວ, ຜົນສໍາເລັດຂອງຫວຽດນາມ ໃນການສະກັດກັ້ນ, ຄວບຄຸມພະຍາດໂຄວິດ-19 ແມ່ນຍ້ອນໄດ້ແຍກປ່ຽວຜູ້ຕິດເຊື້ອພະຍາດກໍ່ຄືຊອກຫາຜູ້ທີ່ມີການສຳຜັດກັບຜູ້ຕິດເຊື້ອພະຍາດ. ບົດຂຽນກໍ່ເຕື້ອງເຖິງບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນການປິ່ນປົວໃຫ້ຄົນເຈັບທີ 91 ແມ່ນນັກບິນຊາຍຄົນອັງກິດ, ເຊິ່ງແມ່ນຜູ້ຕິດເຊື້ອພະຍາດໂຄວິດ-19 ໜັກທີ່ສຸດຢູ່ຫວຽດນາມ.

ໂດຍ: ທູຈາງ