ສິ່ງທ້າທາຍວາງອອກນັ້ນແມ່ນຕ້ອງສະກັດກັ້ນທ່າຫຼຸດລົງຂອງລາຍຮັບຈາກໂທລະສັບມືຖື, ພ້ອມທັງປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງລູກຄ້າ. ຍິ່ງໄປກວ່ານັ້ນ, Viettel Telecom ຕ້ອງຊອກຫາບັນດາທິດທາງໃໝ່ເພື່ອຫັນປ່ຽນ ແລະສ້າງຕົນເອງໃໝ່ໃນການປະຕິວັດອຸດສາຫະກໍາ 4.0. ວິວັດການນັ້ນໄດ້ເລີ່ມຕົ້ນດ້ວຍບັນດານະໂຍບາຍຊີ້ຂາດທີ່ວາງອອກໃນມະຕິກອງປະຊຸມໃຫຍ່ອົງຄະນະພັກບໍລິສັດໃຫຍ່ ອາຍຸການ 2015-2020.

leftcenterrightdel
ສະຖານີ  5G ທີ່ໄດ້ກໍ່ສ້າງທົດລອງຢູ່ຮ່າໂນ້ຍ ໝັ້ນໝາຍວ່າຈະສ້າງກໍາລັງແຮງພັດທະນາໃໝ່ໃຫ້ແກ່ Viettel Telecom. ພາບ: ເທາະເຈິ່ນ.

ດ້ວຍນະໂຍບາຍຊີ້ຂາດທີ່ຖືກຕ້ອງເມື່ອລົງທຶນເຂົ້າເຄືອຂ່າຍ 4G ໃນທົ່ວປະເທດເມື່ອ ປີ 2017, ບັນດາຜະລິດຕະພັນ, ການບໍລິການດີຈີຕອນໄດ້ສະໜອງອອກສູ່ຕະຫຼາດ. ຜ່ານນັ້ນ Viettel ໄດ້ສ້າງລະບົບບໍລິການດີຈີຕອນທີ່ເປັນຫຼາຍຮູບຫຼາຍແບບ, ຕອບສະໜອງທຸກຄວາມຕ້ອງການຂອງປະຊາຊົນ. ນີ້ແມ່ນເຫດຜົນນໍາມາເຊິ່ງການຫັນປ່ຽນຈາກການບໍລິການໂທລະສັບ, SMS ໄປເປັນຂໍ້ມູນ (data) ແລະການບໍລິການດີຈີຕອນຢ່າງແຮງ, ເຮັດໃຫ້ຄວາມຕ້ອງການນໍາໃຊ້ data ເຕີບໂຕຢ່າງແຮງ; ພ້ອມທັງສ້າງກໍາລັງແຮງໃຫ້ Viettel ບັນດາແຂວງ, ນະຄອນເຕີບໂຕ ກ່ຽວກັບລາຍຮັບ ແລະການຈອງເບີ. ຕາມການສະຖິຕິ, ປີ 2019, ຄວາມຕ້ອງການນໍາໃຊ້ data (ສໍາລັບເຄືອຂ່າຍ 4G) ຂອງ Viettel ເພີ່ມຂຶ້ນກວ່າ 200%, 3G ເພີ່ມຂຶ້ນປະມານ 30%. ບໍ່ພຽງແຕ່ສະກັດກັ້ນທ່າຫຼຸດລົງກ່ຽວກັບລາຍຮັບ ແລະການຈອງເບີໂທລະສັບມືຖືເທົ່ານັ້ນ, Viettel Telecom ຍັງໄດ້ເພີ່ມການຈອງເບີ data ຢ່າງແຮງດ້ວຍລະບົບ 3G, 4G ຫຼາຍກວ່າ 40 ລ້ານເບີຕື່ມອີກ.

ໃນ 5 ປີຜ່ານມາ, Viettel Telecom ກໍ່ໄດ້ບືນຂຶ້ນຢູ່ອັນດັບທີ 1 ກ່ຽວກັບອັດຕາສ່ວນການບໍລິການດີຈີຕອນຄວາມກວ້າງຄົງທີ່ດ້ວຍປະລິມານການຈອງເບີ  FTTH ເພີ່ມຂຶ້ນທົບ 5 ເທື່ອ ແລະການຈອງເບີໂທລະພາບເພີ່ມຂຶ້ນທົບ 3 ເທື່ອເມື່ອທຽບໃສ່ປີ 2015. ຄຽງຂ້າງນັ້ນ, ບັນດາຜະລິດຕະພັນ, ແອບພລິເຄເຕັກໂນໂລຢີຂໍ້ມູນຂ່າວສານໃນຫຼາຍຂົງເຂດ ຄື ລັດຖະບານເອເລັກໂຕນິກ, ສາທາລະນະສຸກ, ການສຶກສາ… ກໍ່ແມ່ນທິດທາງເດີນໃໝ່, ນໍາໜ້າຂອງ Viettel Telecom. ກໍ່ໃນອາຍຸການ, ດ້ວຍການເປີດຕົວຂອງທະນາຄານດີຈີຕອນ Viettel Pay, Viettel Telecom ໄດ້ມີຜົນງານເປັນພື້ນຖານໃຫ້ແກ່ລະບົບຊຳລະດີຈີຕອນ, ການຄ້າດີຈີຕອນ, ສວມບົດບາດຫຼັກແຫຼ່ງໃນຍຸດທະສາດຫັນປ່ຽນດີຈີຕອນຂອງ  Viettel ກໍ່ຄືກິດຈະການສ້າງເສດຖະກິດດີຈີຕອນຢູ່ຫວຽດນາມ.

ໃນໄລຍະ 2020-2025, Viettel Telecom ຈະຕ້ອງສືບຕໍ່ຮັກສາບົດບາດຫຼັກແຫຼ່ງໃນການຫັນປ່ຽນດີຈີຕອນກຸ່ມບໍລິສັດ, ຮັກສາຕຳແໜ່ງທີ 1 ໃນອັດຕາສ່ວນຕະຫຼາດຢູ່ຫວຽດນາມ; ຫັນ smart phone 4G, 5G ເປັນທົ່ວໄປ, ສະໜອງບັນດາການບໍລິການໃໝ່ໃນລະບົບ OTT, ພ້ອມທັງພັດທະນາບັນດາການບໍລິການ IoT ຢ່າງແຮງ. ພ້ອມກັນນັ້ນ, ສືບຕໍ່ປະຕິບັດການຫັນປ່ຽນດີຈີຕອນຢ່າງສຸດຂີດ, ນໍາທຸກໆການເຄື່ອນໄຫວດໍາເນີນທຸລະກິດຂອງກົມກອງໃຫ້ຢູ່ສະພາບແວດລ້ອມດີຈີຕອນ, ສະພາບແວດລ້ອມທາງໄກ… ຕາມການນໍາ Viettel Telecom ແລ້ວ, ເພື່ອເຮັດໃຫ້ຄວາມຫວັງປະກົດຜົນເປັນຈິງ, ແຕ່ລະຄະນະພັກ, ແຕ່ລະໜ່ວຍພັກ, ສະມາຊິກພັກແຕ່ລະຄົນຕ້ອງມານະພະຍາຍາມ, ເຮັດວຽກຢ່າງບໍ່ຢຸດຢັ້ງ. ຍ້ອນວ່າໃນຍຸກສະໄໝຂອງການປະຕິວັດອຸດສາຫະກໍາ 4.0, ແຕ່ລະຄົນລ້ວນແຕ່ປາດຖະໜາຢາກປະສົບຜົນສໍາເລັດບໍ່ພຽງແຕ່ຕ້ອງຊອກຮູ້,  ປະດິດຄິດສ້າງບັນດາມາດຕະການໃໝ່ເທົ່ານັ້ນ ຫາກຍັງຕ້ອງບຳລຸງສ້າງ, ຝຶກຝົນຫຼໍ່ຫຼອມນັບທັງຄວາມຮູ້ດ້ານວິຊາການ, ຄຸນສົມບັດ, ຄຸນທາດການເມືອງ, ຄວາມໃຝ່ຝັນ ແລະອຸທິດເຫື່ອແຮງ, ສະຕິປັນຍາໃຫ້ Viettel, ໃຫ້ປະເທດຊາດຢ່າງບໍ່ຢຸດຢັ້ງ.

ໂດຍ: ຈາງຫງວຽນ