ໃນອາຍຸການຜ່ານມາ, ບໍລິສັດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ (VCS) ໄດ້ປະຕິບັດສອງໜ້າທີ່ເປັນຢ່າງດີ, ທັງປົກປັກຮັກສາລະບົບເຄືອຂ່າຍອິນເຕີເນັດຂອງກຸ່ມບໍລິສັດ, ເຫດການສໍາຄັນຂອງປະເທດຊາດຈໍານວນໜຶ່ງ, ທັງເປີດກວ້າງການດໍາເນີນທຸລະກິດບັນດາຜະລິດຕະພັນ ແລະການບໍລິການຄວາມປອດໄພທາງຂໍ້ມູນຂ່າວສານ.

ໜຶ່ງໃນບັນດາຜົນງານທີ່ພົ້ນເດັ່ນໃນໄລຍະຜ່ານມາແມ່ນ VCS ໄດ້ຄົ້ນພົບ ແລະສະກັດກັ້ນບັນດາການບຸກໂຈມຕີ, ຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດແຫ່ງຊາດຢູ່ເຫດການສາກົນສໍາຄັນຈໍານວນໜຶ່ງ; ໃນນັ້ນ, ຕ້ອງເວົ້າເຖິງເຫດການກອງປະຊຸມສຸດຍອດລະຫວ່າງສະຫະລັດອາເມລິກາ-ສປປ.ເກົາຫຼີ ຢູ່ຮ່າໂນ້ຍ ປີ 2019. ໃນຄາວນັ້ນແມ່ນຮີບດ່ວນທີ່ສຸດ, ຖັນແຖວວິສະວະກອນຂອງ VCS ມີເວລາກະກຽມພຽງແຕ່ 2 ອາທິດເທົ່ານັ້ນ. ທ່ານ ຈິ້ງຮ່ວາຍນາມ, ຜູ້ຮັບຜິດຊອບຄວາມປອດໄພທາງຂໍ້ມູນຂ່າວສານຂອງ Viettel ຢູ່ທີ່ກອງປະຊຸມສຸດຍອດລະຫວ່າງສະຫະລັດອາເມລິກາ-ສປປ.ເກົາຫຼີ, ໄດ້ຫວນຄືນວ່າ: “ພວກຂ້າພະເຈົ້າຕ້ອງພິຈາລະນາ, ຕີລາຄາພື້ນຖານໂຄງລ່າງຢູ່ຫໍວັດທະນະທໍາມິດຕະພາບຫວຽດນາມ-ໂຊວຽດ, ສົມມຸດສ້າງບັນດາການບຸກໂຈມຕີ… ວຽກງານມີຄວາມກ່ຽວຂ້ອງເຖິງວິຊາສະເພາະຫຼາຍດ້ານທີ່ສຸດ, ຄວາມໝັ້ນຄົງພື້ນຖານຄົງລ່າງ… ບົນພື້ນຖານນັ້ນ, ພວກຂ້າພະເຈົ້າຕ້ອງລະດົມພະນັກງານ, ພາລະກອນ ກວ່າ 20 ຄົນ ເຮັດວຽກທັງເວັນທັງຄືນ, ນັບທັງໃນຂະນະທີ່ກະກຽມ ແລະທັງໃນວັນດໍາເນີນກອງປະຊຸມ”.

leftcenterrightdel
ບໍລິສັດຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ Viettel ມີຖັນແຖວຊ່ຽວຊານໜຸ່ມແຕ່ມີບົດຮຽນ, ປະສົບການຫຼາຍ. ພາບ: ຮ່າທີ.

ໃນຕະຫຼອດເວລານັ້ນ, ຖັນແຖວຄວາມປອດໄພທາງຂໍ້ມູນຂ່າວສານ Viettel ຂອງ VCS ໄດ້ຮັບຮູ້ວ່າ ຫຼາຍການບຸກໂຈມຕີໄດ້ປະຕິເສດການບໍລິການ Ddos. ສະເພາະໃນວັນດໍາເນີນກອງປະຊຸມມີປະມານ 10-20 ການບຸກໂຈມຕີ Ddos ຈາກພາຍນອກ, 20-30 ການບຸກໂຈມຕີຈາກພາຍໃນ. ບັນດາການບຸກໂຈມຕີທັງໝົດນີ້ລ້ວນແຕ່ນອນໃນແຜນການກະກຽມຂອງບັນດາວິສະວະກອນ Viettel ແລະສາມາດແກ້ໄຂໄດ້ຢ່າງທັນການ.

ປີ 2019, VCS ໄດ້ສະກັດກັ້ນ 30.000 ການບຸກໂຈມຕີ ແລະຕິດຂັດທາງເຄືອຂ່າຍອິນເຕີເນັດຂອງກຸ່ມບໍລິສັດພ້ອມກັບລູກຄ້າຢູ່ 10 ຕະຫຼາດສາກົນທີ່ Viettel ໄປລົງທຶນ, ກໍ່ຄືໃນກຸ່ມລັດຖະບານ ແລະກຸ່ມວິສາຫະກິດພາຍໃນປະເທດ. VCS ແມ່ນກໍາລັງຕົ້ນຕໍ, ເຂົ້າຮ່ວມແກ້ໄຂບັນດາເຫດການກ່ຽວກັບຄວາມປອດໄພທາງຂໍ້ມູນຂ່າວສານລະດັບຊາດໂດຍກົງ ຄື ເຫດການທີ່ເກີດຂຶ້ນກັບ Vietnam Airlines, EVN, Sun Group, VP Bank... ບັນດາການເຄື່ອນໄຫວນີ້ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງນໍາມາເຊິ່ງຄຸນຄ່າເຄື່ອງໝາຍການຄ້າໃຫ້ Viettel ໃນຂົງເຂດຄວາມປອດໄພທາງຂໍ້ມູນຂ່າວສານ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດຖະບານ, ກອງທັບ ແລະສັງຄົມຕໍ່ກັບກໍາລັງຄວາມສາມາດຂອງກຸ່ມບໍລິສັດໃນຂົງເຂດຄວາມປອດໄພທາງຂໍ້ມູນຂ່າວສານ.

ບັນດາການບຸກໂຈມຕີໄດ້ຄົ້ນພົບ ແລະສະກັດກັ້ນນັບແຕ່ຕົ້ນ, ແຕ່ຍັງມີບັນດາການບຸກໂຈມຕີໄດ້ລົງເລິກເຂົ້າລະບົບເຮັດໃຫ້ບັນດາຊ່ຽວຊານຮັກສາຄວາມລັບຂອງ VCS ຕ້ອງມີການສຳຫຼວດຢ່າງລະອຽດ, ກວດກາຄືນຢ່າງຄົບຖ້ວນເພື່ອມີປະຕິກິລິຍາຢ່າງເຖິງຖອງ. ທ່ານ ຫງວຽນກົງເກື່ອງ ວິສະວະກອນສັງກັດສູນຕິດຕາມກວດກາ ແລະປະຕິກິລິຍາທາງເຄືອຂ່າຍອິນເຕີເນັດຂອງ VCS ໃຫ້ຮູ້ວ່າ: “ການສໍາຫຼວດ, ແກ້ໄຂສິ່ງທີ່ hacker ກໍ່ຂຶ້ນນັ້ນແມ່ນການແຂ່ງຂັນກັນຢ່າງຂ້ຽວຂາດລະຫວ່າງສອງຝ່າຍ, ແຕ່ກໍ່ຕ້ອງມິດງຽບ, ປິດລັບກັບພາຍນອກຢ່າງເດັດຂາດ.

ໃນປະຈຸບັນ, VCS ໄດ້ສ້າງ 6 ລະບົບກັບ 25 ຜະລິດຕະພັນ, ລວມມີບັນດາຂົງເຂດຕິດຕາມກວດກາ ແລະປົກປັກຮັກສາຄວາມປອດໄພທາງຂໍ້ມູນຂ່າວສານໃຫ້ວິສາຫະກິດ, ບັນດາອົງການລັດຖະບານ, ຕ້ານການບຸກໂຈມຕີທາງເຄືອຂ່າຍອິນເຕີເນັດ… VCS ໄດ້ສໍາເລັດເປົ້າໝາຍທີ່ໄດ້ວາງອອກໃນເບື້ອງຕົ້ນດ້ວຍລາຍຮັບໃນປີ 2019 ເພີ່ມຂຶ້ນ 3,4 ເທື່ອເມື່ອທຽບໃສ່ ປີ 2017.

ໂດຍ: ຈາງຫງວຽນ