leftcenterrightdel
ທ່ານພົນໂທ ເຈິ່ນເດີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນຊີ້ນໍາກອງປະຊຸມໃຫຍ່. ພາບ: ຝູເຊີນ.

ນີ້ແມ່ນອົງຄະນະພັກເຊິ່ງຄະນະປະຈໍາຄະນະພັກການທະຫານສູນກາງ ໄດ້ເລືອກເຟັ້ນຈັດຕັ້ງກອງປະຊຸມໃຫຍ່ຢູ່ທັງ 3 ຂັ້ນ, ເປັນພື້ນຖານເພື່ອຖອດຖອນບົດຮຽນຊີ້ນໍາກອງປະຊຸມໃຫຍ່ອົງຄະນະພັກກຸ່ມວິສາຫະກິດ, ຄະນະເສດຖະກິດ-ປ້ອງກັນຊາດໃນອົງຄະນະພັກກອງທັບ. ທ່ານພົນໂທ ເຈິ່ນເດີນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມໃຫຍ່.

leftcenterrightdel
ທ່ານພົນໂທ ເຈິ່ນເດີນ,  ການນໍາ Viettel ແລະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: ຝູເຊີນ.

ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມໃຫຍ່, ຕີລາຄາກ່ຽວກັບໝາກຜົນການນໍາພາປະຕິບັດໜ້າທີ່ການເມືອງຂອງອົງຄະນະພັກ Viettel ອາຍຸການຜ່ານມາ, ທ່ານພົນໂທ ເຈິ່ນເດີນ ຖືວ່າ Viettel ພວມແມ່ນຮູບແບບທີ່ດີເດັ່ນ ແລະປະສິດທິຜົນທີ່ສຸດກ່ຽວກັບການສົມທົບກັນລະຫວ່າງເສດຖະກິດ ແລະປ້ອງກັນຊາດໃນປະຈຸບັນ. ພ້ອມທັງຮຽກຮ້ອງ, ໃນໄລຍະ 2020-2025, Viettel ຄວນສຸມໃສ່ສ້າງຍຸດທະສາດພັດທະນາກຸ່ມບໍລິສັດ, ປະຕິບັດການຫັນປ່ຽນຍຸດທະສາດເປັນເຄືອຂ່າຍ 5G, ເພີ່ມທະວີການຊີ້ນໍາຫັນປ່ຽນດີຈີຕອນ, ສ້າງເປັນຮູບແບບດໍາເນີນທຸລະກິດດ້ວຍທ່າໄດ້ປຽບລື່ນກາຍກ່ຽວກັບເຕັກໂນໂລຢີ, ຜະລິດຕະພັນ, ຈັດອັນດັບທີ 1 ກ່ຽວກັບຂົງເຂດໂທລະຄົມມະນາຄົມ-ເຕັກໂນໂລຢີຂໍ້ມູນຂ່າວສານພາຍໃນປະເທດ; ເຕີບໂຕລາຍຮັບຢ່າງບໍ່ຢຸດຢັ້ງ ແລະປະກອບສ່ວນຫຼາຍກວ່າໃຫ້ງົບປະມານລັດ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ. Viettel ສູ້ຊົນໃຫ້ກາຍເປັນກົມກອງນໍາໜ້າທົ່ວປະເທດໃນການໝູນໃຊ້ພູມປັນຍາທຽມ ແລະຫັນປ່ຽນດີຈີຕອນ; ແມ່ນຮູບແບບທີ່ດີເດັ່ນ, ມີປະສິດທິຜົນຂອງລັດວິສາຫະກິດ ແລະວິສາຫະກິດກອງທັບ.

ໂດຍ: ເຈິ່ນຮວ່ຽນ