ເປັນເຈົ້າການປ່ຽນແປງເພື່ອເປັນເຈົ້າຂອງວິວັດການປ່ຽນແປງ

ແຕ່ລະພື້ນຖານເສດຖະກິດລ້ວນແຕ່ມີໜຶ່ງ ຫຼື ສອງວິສາຫະກິດເປັນເສົາຄ້ຳ, ສ້າງລະບົບນິເວດໃຫ້ບັນດາວິສາຫະກິດອື່ນພ້ອມກັນພັດທະນາ. ເສົາຄ້ຳຍິ່ງມີຄວາມຍິ່ງໃຫຍ່, ພື້ນຖານເສດຖະກິດກໍ່ຍິ່ງມີຄວາມໝັ້ນຄົງເຂ້ັມແຂງ. Viettel ແມ່ນເສົາຄໍ້າຂອງພື້ນຖານເສດຖະກິດຫວຽດນາມ. ໃນບັນດາວິສາຫະກິດກອງທັບ ກໍຄືວິສາຫະກິດໃນທົ່ວປະເທດເວົ້າລວມ, Viettel ຍາມໃດກໍ່ມີຄຸນລັກສະນະສະເພາະ. ໃນຕະຫຼອດຊຸມປີຜ່ານມາ, ພະນັກງານຂອງ Viettel ຍາມໃດກໍ່ສະແດງໃຫ້ເຫັນຄຸນນະທາດ, ພູມປັນຍາ ແລະຄວາມມຸ່ງມາດປາດຖະໜາ. ຫຼາຍໜ້າທີ່ສຳຄັນ, ຫຼາຍວຽກງານຫຍຸ້ງຍາກ, ວຽກໃໝ່ທີ່ລັດ ແລະກອງທັບບໍ່ທັນຮູ້ວ່າຈະມອບໝາຍໃຫ້ໃຜນັ້ນ, Viettel ໄດ້ເປັນເຈົ້າການຮັບຜິດຊອບ.

leftcenterrightdel
ການນຳກະຊວງປ້ອງກັນປະເທດ ແລະການນຳ Viettel ປະຕິບັດພິທີການສະແດງເປົ້າໝາຍກໍ່ສ້າງສັງຄົມດີຈີຕອນຂອງ Viettel. ພາບ: ຫາຍລິງ.

Viettel ໄດ້ປະຕິບັດກິດຈະການຫັນປ່ຽນດີຈີຕອນໂດຍໄວ. ເພື່ອຮອດປະຈຸບັນ, Viettel ບັນລຸໄດ້ບັນດາໝາກຜົນທໍາອິດຂອງການປະຕິວັດນັ້ນ: Viettel ແມ່ນວິສາຫະກິດນຳໜ້າໃນການຫັນປ່ຽນດີຈີຕອນຢູ່ຫວຽດນາມ, ມູນຄ່າເຄື່ອງໝາຍການຄ້າໃນຂົງເຂດໂທລະຄົມມະນາຄົມຢືນອັນດັບທີໜຶ່ງໃນອາຊີຕາເວັນອອກສ່ຽງໃຕ້ ແລະຢືນອັນດັບທີ 28 ໃນໂລກ. Viettel ແມ່ນແຫຼ່ງກໍາລັງແຮງເພື່ອໜູນຊ່ວຍລັດຖະບານໃນການກໍ່ສ້າງລັດຖະບານເອເລັກໂຕນິກ, ກ້າວໄປເຖິງແມ່ນລັດຖະບານດີຈີຕອນ, ເພື່ອຫັນລະບົບການບໍລິຫານຂອງລັດເປັນງ່າຍດາຍ, ສະຫຼາດ, ມີປະສິດທິຜົນສູງ.

ໝາກຜົນປີ 2019, Viettel ບັນລຸຍອດລາຍຮັບກວ່າ 251.000 ຕື້ດົ່ງ, ການເຕີບໂຕ 7,5% ເມື່ອທຽບໃສ່ກັບປີ 2018, ກວມເອົາ 50% ລາຍຮັບທົ່ວຂະແໜງໂທລະຄົມມະນາຄົມ, ຍາມໃດກໍ່ນອນໃນກຸ່ມວິສາຫະກິດແຖວໜ້າຂອງຂະແໜງ, ຮັບປະກັນວຽກເຮັດງານທຳ ແລະລາຍຮັບໃຫ້ຜູ້ອອກແຮງງານ. ຄຽງຂ້າງກັນນັ້ນ, ການເຄື່ອນໄຫວລົງທຶນອອກສູ່ຕ່າງປະເທດຂອງ Viettel ທີ່ມີປະສິດທິຜົນ, ແມ່ນຂົວເຊື່ອມຕໍ່ເພີ່ມທະວີສາຍພົວພັນລະຫວ່າງລັດຖະບານ, ວິສາຫະກິດ ແລະຊາວຫວຽດນາມ ກັບຫຼາຍປະເທດໃນໂລກ. ການເຄື່ອນໄຫວຄົ້ນຄວ້າຜະລິດອາວຸດຍຸດທະພັນເຕັກນິກ, ເຕັກໂນໂລຢີສູງໄດ້ມີບັນດາຜົນງານສຳຄັນ. Viettel ກໍ່ຕັ້ງໜ້າເຂົ້າຮ່ວມກໍ່ສ້າງຮາກຖານການເມືອງໃນບໍລິເວນ, ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. Viettel ແມ່ນຈຸດພົ້ນເດັ່ນໃນການປະຕິບັດແຜນນະໂຍບາຍສົມທົບຢ່າງແໜ້ນແຟ້ນລະຫວ່າງການປ້ອງກັນຊາດກັບເສດຖະກິດ, ວັດທະນະທຳ, ສັງຄົມ ແລະເສດຖະກິດ, ວັດທະນະທຳ, ສັງຄົມກັບການປ້ອງກັນຊາດ.

ບັນດາໝາກຜົນເຫຼົ່ານັ້ນໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງຕໍ່ກັບພັກ ແລະລັດ. ໃນພິທີສະເຫຼີມສະຫຼອງການລົງທຶນຂອງ Viettel ອອກສູ່ຕ່າງປະເທດ ຄົບຮອບ 10 ປີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ຂໍ້ສັງເກດວ່າ:  “Viettel ໄດ້ໄປນໍາໜ້າ ແລະຕ້ອງແມ່ນຫຼັກແຫຼ່ງແກ່ນສານໃນບາດກ້າວຫັນປ່ຽນກ່ຽວກັບກຳລັງແກ່ງແຍ້ງ ແລະເຊື່ອມໂຍງຂອງບັນດາວິສາຫະກິດຫວຽດນາມ. ພວກເຮົາປາດຖະໜາວ່າຈະມີຫຼາຍວິສາຫະກິດ, ກຸ່ມບໍລິສັດ ຄື Viettel”. ເພື່ອເຮັດໄດ້ສິ່ງເຫຼົ່ານັ້ນ, ພວກເຮົາຕ້ອງມີບັນດາສະມາຊິກພັກຂອງ Viettel, ບັນດາພະນັກງານຂອງ Viettel ມານະພະຍາຍາມແຕ່ລະມື້ຢ່າງບໍ່ຢຸດຢັ້ງ.

ກາລະໂອກາດ, ສິ່ງທ້າທ້າຍຮຽກຮ້ອງຕ້ອງມີຍຸດທະສາດໃໝ່

ທ່ານພົນຈັດຕະວາ ຮວ່າງເຊີນ, ເລຂາຄະນະພັກ, ຮອງຜູ້ອຳນວຍການໃຫຍ່ກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບໃຫ້ຮູ້ວ່າ ອາຍຸການ 2015-2020 ເປັນຂີດໝາຍບາດກ້າວແຫ່ງການເຕີບໂຕຢ່າງກ້າວກະໂດດຂັ້ນ ກໍຄືຜົນສຳເລັດໃຫຍ່ຂອງ Viettel ໃນທຸກຂົງເຂດ.

ເພື່ອມີບັນດາຜົນງານດັ່ງກ່າວ, ທ່ານພົນຈັດຕະວາ ຮວ່າງເຊີນ ໃຫ້ຮູ້ວ່າ ຄະນະພັກກຸ່ມບໍລິສັດໄດ້ໃກ້ຊິດຕິດແທດກັບການຊີ້ນຳ, ນຳພາໂດຍກົງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ. ຈາກນັ້ນ, ກຸ່ມບໍລິສັດໄດ້ເປີດກວ້າງໂຄງປະກອບການຈັດຕັ້ງ, ຂອບຂະໜາດດ້ວຍຫຼາຍໜ້າທີ່ໃໝ່ທັງຂົງເຂດໂທລະຄົມມະນາຄົມ ແລະພັດທະນາອຸດສາຫະກຳການປ້ອງກັນຊາດ, ສືບຕໍ່ປະຕິບັດການສ້າງໂຄງປະກອບການຈັດຕັ້ງຄືນໃໝ່ຕອບສະໜອງຍຸດທະສາດພັດທະນາໃນໄລຍະໃໝ່. ໃນອາຍຸການ 2015-2020, ຄະນະປະຈໍາຄະນະພັກກຸ່ມບໍລິສັດ ໄດ້ອອກມະຕິສະບັບຕ່າງໆ, ໃນນັ້ນຕ້ອງເວົ້າເຖິງ: ມະຕິວ່າດ້ວຍການລົງທຶນສາກົນ, ມະຕິວ່າດ້ວຍຍຸດທະສາດຊັບພະຍາກອນມະນຸດ, ມະຕິວ່າດ້ວຍການສ້າງໂຄງປະກອບຄືນໃໝ່... ລ້ວນແຕ່ເປັນພະຍານຫຼັກຖານໃຫ້ກຳລັງແຮງຂອງຄວາມເຫັນດີເຫັນພ້ອມ.

ທ່ານພັນເອກພິເສດ ເຢືອງວັນຕວ່ານ ໃຫ້ຮູ້ວ່າ Viettel ພວມຢູ່ໃນໄລຍະໃໝ່, ຮຽກຮ້ອງຕ້ອງມີຍຸດທະສາດໃໝ່ດ້ວຍສິ່ງທ້າຍທາຍຫຼາຍຢ່າງໃໝ່, ກາລະໂອກາດ, ສະພາບການໃໝ່. Viettel ຖືກຜົນກະທົບຍ້ອນບັນດາການປ່ຽນແປງຂອງທ່າອ່ຽງລວມ, ຍ້ອນເຫດນັ້ນຕ້ອງເລືອກເອົາຖັນແຖວການນຳທີ່ເປັນແກ່ນສານເພື່ອປະຕິບັດຍຸດທະສາດໃໝ່ໃນໄລຍະໃໝ່. “ບັນດາສະຫາຍການນຳໃນຄະນະພັກກຸ່ມບໍລິສັດພ້ອມກັນປຶກສາຫາລື, ພ້ອມກັນເຮັດວຽກກັບບັນດາກົມກອງຮັບຜິດຊອບເພື່ອຊອກໄດ້ບັນດາເປົ້າໝາຍ, ທິດທາງເດີນໃໝ່, ບັນດາຂົງເຂດໃໝ່, ຂະແໜງອາຊີບໃໝ່ ແລະມາດຕະການໃໝ່”.

ໃນຮ່າງເອກະສານກອງປະຊຸມ ຄັ້ງທີ XIII ຂອງພັກ ໄດ້ຍົກອອກວິໄສທັດພັດທະນາປະເທດຊາດເຖິງປີ 2025, 2030, 2045. ໃນນັ້ນ, ມີການຍົກອອກວິທີການຂອງຫວຽດນາມ ເຖິງປີ 2025 ໃຫ້ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ, ມີລາຍຮັບປານກາງສູງໂດຍພື້ນຖານ; ເຖິງປີ 2030, ກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ. ຮອດປີ 2045 ກາຍເປັນປະເທດອຸດສາຫະກໍາທັນສະໄໝ, ມີລາຍຮັບສູງ. ເປົ້າໝາຍນັ້ນໄດ້ຮຽກຮ້ອງໃຫ້ແຕ່ລະສຳນັກງານ, ກົມກອງ, ພະນັກງານ, ສະມາຊິກພັກແຕ່ລະຄົນໃນຖານະຕຳແໜ່ງຂອງຕົນຕ້ອງມານະພະຍາຍາມປະກອບສ່ວນກຳລັງເຫ່ືອແຮງ, ສະຕິປັນຍາຂອງຕົນເພື່ອໃຫ້ໝູ່ຄະນະເຮັດສຳເລັດໜ້າທີ່ຢ່າງດີເດັ່ນ, ປະກອບສ່ວນລວມເຂົ້າໃນການພັດທະນາຂອງປະເທດ.  ໃນນັ້ນ, ບັນດາກົມກອງ, ຄື: Viettel ຕ້ອງສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບບົດບາດເປັນເສົາຄ້ຳດ້ານເສດຖະກິດ, ເຕັກໂນໂລຢີຂອງຕົນ, ປະກອບສ່ວນຫັນກອງທັບ ແລະປະເທດເປັນທັນສະໄໝ, ເພື່ອການພັດທະນາແບບຍືນຍົງຂອງປະເທດ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດໄວ້ໃຫ້ໝັ້ນຄົງເຂັ້ມແຂງ.

ໂດຍ: ແສງເດືອນ