ສັນຍາການຄ້າເສລີຫວຽດນາມ-ສະຫະພາບເອີລົບ (EVFTA) ຄາດຄະເນວ່າສະພາແຫ່ງຊາດຫວຽດນາມ ຈະໃຫ້ສັດຕະຍາບັນໃນທ້າຍເດືອນພຶດສະພານີ້. ຕາມຂໍ້ກໍານົດ, ສັນຍາ EVFTA ຈະມີຜົນສັກສິດໃນວັນທໍາອິດຂອງເດືອນທີສອງ, ພາຍຫຼັງຫວຽດນາມ ແລະອີຢູ ແຈ້ງໃຫ້ກັນຮັບຊາບກ່ຽວກັບການສໍາເລັດລະບຽບການໃຫ້ສັດຕະຍາບັນ ຫຼື ໃນຈຸດເວລາເຊິ່ງສອງຝ່າຍເຫັນດີເປັນເອກະພາບ. ຍ້ອນແນວນັ້ນ, ຄາດຄະເນວ່າສັນຍາ EVFTA ຈະມີຜົນສັກສິດໃນເດືອນກໍລະກົດ ຈະມາເຖິງ.

leftcenterrightdel
ຫຼາຍປະເພດສິນຄ້າສົ່ງອອກຂອງຫວຽດນາມ ມີທ່າໄດ້ປຽບຢູ່ຕະຫຼາດອີຢູ. ພາບ: vov.vn.

ບັນດາສິ່ງທ້າທາຍໃຫຍ່ໃຫ້ແກ່ວິສາຫະກິດ

ໃນບັນດາບົດລາຍງານຕີລາຄາຜົນກະທົບຂອງສັນຍາ EVFTA, ນອກຈາກບັນດາທ່າໄດ້ປຽບໃນການເປີດປະຕູຕະຫຼາດ, ພາສີ... ແລ້ວນັ້ນສິ່ງທ້າທາຍຍາມໃດກໍ່ໄດ້ເຕື້ອງເຖິງແມ່ນການເພີ່ມກຳລັງດັນແກ້ງແຍ້ງສໍາລັບສິນຄ້າພາຍໃນປະເທດ, ຍ້ອນແຫຼ່ງສິນຄ້າມີຄຸນນະພາບສູງຈາກເອີລົບ ໄດ້ເປີດກວ້າງເຂົ້າຕະຫຼາດຫວຽດນາມ.

ທ່ານ ເລືອງຮວ່າງທ໊າຍ ຫົວໜ້າກົມນະໂຍບາຍການຄ້າຫຼາຍຝ່າຍ (ກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ) ຊີ້ແຈ້ງວ່າ ຕະຫຼາດອີຢູ ມີຄວາມຮຽກຮ້ອງຕ້ອງການສູງທີ່ສຸດນັບທັງຄຸນນະພາບຂອງຜະລິດຕະພັນ ກໍ່ຄືຂັ້ນຕອນການຜະລິດອອກຜະລິດຕະພັນ, ສິນຄ້າ. ຍ້ອນແນວນັ້ນ, ເມື່ອ EVFTA ໄດ້ຮັບການປະຕິບັດ, ຫວຽດນາມ ຄວນປະຕິຮູບຂັ້ນຕອນລະບອບລະບຽບການ, ລະບຽບການບໍລິຫານໃຫ້ກົມກຽວມຸ່ງໄປເຖິງວິທີເຮັດເຊິ່ງໄດ້ຮັບການຍອມຮັບຈາກສາກົນ ກໍ່ຄືຍົກສູງກໍາລັງຄວາມສາມາດແກ້ງແຍ້ງ.

ຂໍ້ສະເໜີແນະກັບບັນດາວິສາຫະກິດຫວຽດນາມ ເມື່ອເຂົ້າຮ່ວມສັນຍາ, ທ່ານ ເລືອງຮວ່າງທ໊າຍ ຖືວ່າບັນດາວິສາຫະກິດຄວນມານະພະຍາຍາມເພື່ອປັບປຸງກ່ຽວກັບຄຸນນະພາບ, ຮູບແບບຜະລິດຕະພັນ ກໍ່ຄືບັນດາປັດໄຈອື່ນເພື່ອສາມາດຜ່ານຜ່າບັນດາ “barie” ເຊິ່ງຝ່າຍຄູ່ຮ່ວມມືວາງອອກ, ຍິ່ງໄປກວ່ານັ້ນແມ່ນຕ້ອງສາມາດພິຊິດໃຈຜູ້ບໍລິໂພກຢູ່ເອີລົບໃຫ້ໄດ້.

ຕໍ່ໜ້າສະພາບການຕົວຈິງ, ໃນໄລຍະຜ່ານມາບັນດາວິສາຫະກິດຫວຽດນາມ ໄດ້ກຽມຈິດກຽມໃຈເພື່ອພາຍຫຼັງສັນຍານີ້ໄດ້ຮັບການປະຕິບັດຢ່າງເປັນທາງການ, ວິສາຫະກິດກໍ່ສາມາດກໍາໄດ້ ແລະເປີດກວ້າງກາລະໂອກາດແລກປ່ຽນການຄ້າກັບຕະຫຼາດທີ່ມີພົນລະເມືອງກວ່າ 500 ລ້ານຄົນ, ນໍາໃຊ້ບັນດາບຸລິມະສິດຈາກສັນຍານີ້ນໍາມາໃຫ້.

ຕາມທ່ານ ເລດັງແຢວງ ນັກຊ່ຽວຊານດ້ານເສດຖະກິດແລ້ວ, EVFTA ແມ່ນກໍາລັງໜູນເພື່ອຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່. ສະນັ້ນ, ເພື່ອເປັນເຈົ້າການເຂົ້າຮ່ວມ EVFTA, ບັນດາຂະແໜງການຜະລິດພາຍໃນປະເທດຄວນສຸມໃສ່ເຂົ້າໃນການສ້າງຕັ້ງລະບົບມູນຄ່າ, ປະກອບສ່ວນຍົກສູງມູນຄ່າເພີ່ມຂອງຜະລິດຕະພັນ, ສິນຄ້າ.

ປັບປຸງດັດແກ້, ສ້າງແຜນການປະຕິບັດ EVFTA ໃຫ້ສົມບູນແບບ

ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີຫວຽດນາມ ລາຍງານທີ່ກອງປະຊຸມເທື່ອທີ 9, ສະພາແຫ່ງຊາດ ຊຸດທີ XIV ວັນທີ 20 ພຶດສະພາ ກ່ຽວກັບການໃຫ້ສັດຕະຍາບັນ ແລະປະຕິບັດສັນຍາ EVFTA, ທ່ານ ເຈິ່ນຕ໊ວນແອັງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໄດ້ຊີ້ແຈ້ງວ່າ ຄຽງຂ້າງບັນດາຜົນກະທົບຢ່າງຕັ້ງໜ້າ ແລະເຫັນໄດ້ຊັດກ່ຽວກັບດ້ານເສດຖະກິດ ແລະການປະຕິຮູບກົດໝາຍ-ລະບອບລະບຽບການຕາມທິດເຂົ້າໃກ້ກັບມາດຕະຖານສາກົນ, ດ້ວຍບັນດາຄໍາໝັ້ນສັນຍາທີ່ໄດ້ເຈລະຈາ, ຄາດຄະເນວ່າສັນຍາກໍ່ຈະຊ່ວຍຫຼຸດຜ່ອນຄວາມທຸກຍາກໄດ້ໄວກວ່າ.

ເພື່ອຮັບປະກັນການປະຕິບັດສັນຍາໃຫ້ມີປະສິດທິຜົນ ແລະຄົບຖ້ວນນັ້ນ, ລັດຖະບານກໍ່ໄດ້ຄາດຄະເນບັນດາການກໍານົດທິດໃຫຍ່ ແລະເນື້ອໃນຕົ້ນຕໍຂອງແຜນການຂອງລັດຖະບານກ່ຽວກັບການປະຕິບັດ EVFTA ດ້ວຍ 5 ກຸ່ມວຽກງານຕົ້ນຕໍລວມມີ: ໂຄສະນາ, ເຜີຍແຜ່; ສ້າງກົດໝາຍ, ລະບອບລະບຽບການ; ຍົກສູງກໍາລັງຄວາມສາມາດແກ້ງແຍ້ງ; ແຜນນະໂຍບາຍ ແລະ ນະໂຍບາຍສໍາລັບອົງການກຳມະບານ ແລະອົງການຂອງຜູ້ອອກແຮງງານຢູ່ຮາກຖານ ແລະນະໂຍບາຍຮັບປະກັນຊີວິດສັງຄົມ ແລະພັດທະນາແບບຍືນຍົງ.

ຕາມທ່ານ ເຈິ່ນຕ໊ວນແອັງ ແລ້ວ, ບົນພື້ນຖານບັນດາການກຳນົດທິດໃຫຍ່ ແລະເນື້ອໃນຕົ້ນຕໍຂອງແຜນການຂອງລັດຖະບານ, ນາຍົກລັດຖະມົນຕີຫວຽດນາມ ກໍ່ໄດ້ມີເອກະສານຊີ້ນໍາກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ເປັນປະທານ, ສົມທົບກັບບັນດາກະຊວງ, ອົງການທຽບເທົ່າກະຊວງ, ອົງການຂຶ້ນກັບລັດຖະບານ, ຄະນະກໍາມະການປະຊາຊົນບັນດາແຂວງ ແລະນະຄອນຂຶ້ນກັບສູນກາງເປັນເຈົ້າການສ້າງແຜນການປະຕິບັດສັນຍາ  EVFTA ຂອງອົງການ, ທ້ອງຖິ່ນຕົນເພື່ອແນໃສ່ປະກາດໃຊ້ທີ່ຈຸດເວລາທີ່ສັນຍາ  EVFTA ມີຜົນສັກສິດຢ່າງທັນການ.

ໂດຍ: ເຈິ່ນຮວ່ຽນ