leftcenterrightdel
ສູນຄວບຄຸ້ມ ແລະສະກັດກັ້ນພະຍາດອາເມລິກາ (CDC ອາເມລິກາ). ພາບ: CDC.gov.

ການຮ່ວມມືດ້ານການແພດລະຫວ່າງອາເມລິກາ ແລະຫວຽດນາມ ແມ່ນພື້ນຖານໃຫ້ແກ່ການຮ່ວມມືສອງຝ່າຍນັບແຕ່ປີ 1998 ເມື່ອ CDC ອາເມລິກາ ຮ່ວມມືກັບຫວຽດນາມ ເພື່ອສ້າງຕັ້ງບັນດາລະບົບການແພດແບບຍືນຍົງ, ບັນລຸມາດຕະຖານຄຸນນະພາບສູງ; ເພີ່ມທະວີຄວາມສາມາດດ້ານການແພດຊຸມຊົນໃນໄລຍະຍາວ; ປົກປັກຮັກສາສຸຂະພາບຂອງຄົນຫວຽດນາມ ແລະອາເມລິກາ.

ບ້ວງເງິນອຸປະຖໍາຂອງ CDC ອາເມລິກາ ໃຫ້ແກ່ການກະກຽມ ແລະຮັບມືກັບໂຄວິດ-19 ໃນໂລກພວມໜູນຊ່ວຍບັນດາການເຄື່ອນໄຫວໃນ 6 ຂົງເຂດເຕັກນິກບຸລິມະສິດໃນທົ່ວໂລກຄື: ຮັບມືຮີບດ່ວນ; ຫ້ອງວິເຄາະ, ຕິດຕາມກວດກາ ແລະລະບາດວິທະຍາ; ຄວບຄຸ້ມດ້ານການແພດຢູ່ເຂດຊາຍແດນ... ແລະກະກຽມວັກຊິນ. ບັນດາຄວາມມານະພະຍາຍາມກ່ຽວກັບບັນຫາເຕັກນິກນີ້ແມ່ນຈໍາເປັນທີ່ສຸດເພື່ອຢຸດຕິພະຍາດໂຄວິດ-19 ໃນທົ່ວໂລກ.

ໂດຍ: ເກື່ອງດັ້ງ