ບໍລິສັດໃຫຍ່ຫຸ້ນສ່ວນລົງທຶນສາກົນ  Viettel – Viettel Global (Upcom: VGI) ໄດ້ປະກາດບົດລາຍງານການເງິນປີ 2019 ທີ່ໄດ້ຮັບການກວດສອບບັນຊີ. ຕາມນັ້ນແລ້ວ ລາຍຮັບໃນປີ 2019 ເພີ່ມຂຶ້ນ 17.100 ຕື້ດົ່ງ, ກໍາໄລສະສົມເພີ່ມຂຶ້ນ 15%, ຈາກ 5.300 ຕື້ດົ່ງຂຶ້ນເຖິງ 6.100 ຕື້ດົ່ງ.

ສະນັ້ນ, ເຖິງວ່າຄ່າໃຊ້ຈ່າຍໃນການຄຸ້ມຄອງວິສາຫະກິດເພີ່ມຂຶ້ນທົບສອງເທົ່າແຕ່ 2.121 ຕື້ດົ່ງຂຶ້ນເປັນ 4.469 ຕື້ດົ່ງກໍ່ຕາມ-ແຕ່ວ່າ Viettel Global ຍັງມີກໍາໄລກ່ອນເສຍພາສີແມ່ນ 12 ຕື້ດົ່ງ. ຖ້າບໍ່ຄິດໄລ່ບ້ວງເງິນແຮດັ່ງກ່າວ, Viettel Global ຈະມີກໍາໄລກ່ອນເສຍພາສີແມ່ນກວ່າ 2.100 ຕື້ດົ່ງ.

leftcenterrightdel
ການດໍາເນີນທຸລະກິດຂອງ Viettel Global ກໍາລັງດີຂຶ້ນ. ພາບ: qdnd.vn.

ນັບແຕ່ຕົ້ນປີມາຮອດປະຈຸບັນ, ເຖິງວ່າພະຍາດໂຄວິດ-19 ສົ່ງຜົນສະທ້ອນຢ່າງແຮງເຖິງເສດຖະກິດໃນທົ່ວໂລກກໍ່ຕາມ, ແຕ່ວ່າການເຄື່ອນໄຫວຂອງບັນດາບໍລິສັດຕະຫຼາດຂອງ Viettel ລົງທຶນນັ້ນແມ່ນບໍ່ຮັບຜົນສະທ້ອນຫຼາຍຍ້ອນໄດ້ຫັນປ່ຽນດີຈີຕອນມາແຕ່ທ້າຍປີ 2018.

ຕາມແຜນການແລ້ວ, ປີ 2020, Viettel Global ຈະເຕີບໂຕຕື່ມອີກ 5 ລ້ານເບີໂທ, ນີ້ແມ່ນເປົ້າໝາຍທ້າທາຍໃນສະພາບການທົ່ວໂລກກໍາລັງເຂົ້າສູ່ການອີ່ມຕົວ. ກ່ຽວກັບຄາດໝາຍດໍາເນີນທຸລະກິດ, ກໍາໄລກ່ອນເສຍພາສີຂອງ VGI ຈະສືບຕໍ່ເພີ່ມຂຶ້ນເປັນບວກ...

ໂດຍ: ເກື່ອງດັ້ງ