leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມໂຄງການປຸກລະດົມ. ພາບ: ລານຢຸ້ຍ.

ໂຄງການໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດທ່ອງທ່ຽວກໍ່ສ້າງຜະລິດຕະພັນກະຕຸ້ນໃໝ່, ມີລັກສະນະພິເສດ, ບໍລິການມີລາຄາຕໍ່າ ແລະໂປໂມຊັ່ນບັນດາບໍລິການທ່ອງທ່ຽວຮັບໃຊ້ແຂກທ່ອງທ່ຽວເຂົ້າຮ່ວມໂຄງການຕາມຫຼັກການ: ຮັບປະກັນຄວາມປອດໄພໃຫ້ແກ່ແຂກທ່ອງທ່ຽວ, ຫຼຸດລາຄາແຕ່ບໍ່ຫຼຸດຄຸນນະພາບ  ແລະຮັກສາລາຄາແຕ່ເພີ່ມບໍລິການໃຫ້ແກ່ແຂກທ່ອງທ່ຽວຕື່ມອີກ. ໂຄງການໄດ້ຜັນຂະຫຍາຍເປັນສອງໄລຍະຄືໄລຍະທີໜຶ່ງລວມມີສອງເດືອນ (ແຕ່ວັນທີ 15 ພຶດສະພາຮອດວັນທີ 15 ກໍລະກົດ) ແລະໄລຍະທີສອງແມ່ນແຕ່ວັນທີ 15 ກໍລະກົດຈົນໝົດປີ 2020.

ທີ່ພິທີປຸກລະດົມ, ມີວິສາຫະກິດທ່ອງທ່ຽວຫວຽດນາມ ກວ່າ 150 ແຫ່ງໄດ້ສະແດງໃຫ້ເຫັນຄວາມຕັດສິນຟື້ນຟູການທ່ອງທ່ຽວ, ກ່ອນອື່ນໝົດແມ່ນການທ່ອງທ່ຽວພາຍໃນປະເທດເພື່ອນໍາການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມຂອງປະເທດເທື່ອລະກ້າວ.

ໂດຍ: ເກື່ອງດັ້ງ