ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ ໄລ່ຮອດເວລາ 18 ໂມງຂອງວັນທີ 15 ພຶດສະພາ ຫາເວລາ 6 ໂມງຂອງວັນທີ 16 ພຶດສະພາ, ມີຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ຕື່ມອີກ1ຄົນ ໂດຍເປັນຜູ້ໂດຍສານໃນຖ້ຽວບິນ VN0062 ກັບມາປະເທດໃນວັນທີ 13 ພຶດສະພາ ແລະໄດ້ຮັບການແຍກປ່ຽວເພື່ອປິ່ນປົວຕ່າງຫາກພາຍຫຼັງເຂົ້າເມືອງແລ້ວ.

ກໍ່ໃນວັນທີ 16 ພຶດສະພາ (ຕາມເວລາ ຫວຽດນາມ), ຖ້ຽວບິນທີ 2 ທີ່ນຳສົ່ງພົນລະເມືອງຫວຽດນາມ ຖືກຕົກຄ້າງຢູ່ອາເມລິກາ ຍ້ອນໂລກລະບາດ Covid ໄດ້ກັບມາປະເທດ. ພົນລະເມືອງຫວຽດນາມ 314 ຄົນໃນຖ້ຽວບິນດັ່ງກ່າວນັ້ນສ່ວນຫຼາຍແມ່ນນັກຮຽນ ແລະນັກສຶກສາ. ທັງຜູ້ມີອາຍຸສູງ ແລະເດັກເກີດໃໝ່.

leftcenterrightdel
ພາບປະກອບ: vov.vn.

ໄລ່ຮອດເວລາ 6 ໂມງ ຂອງວັນທີ 16 ພຶດສະພາ: ຫວຽດນາມ ມີຈຳນວນຜູ້ຕິດເຊື້ອທີ່ມາຈາກຕ່າງປະເທດທັງໝົດແມ່ນ 174 ຄົນ ແລະ ໄດ້ຮັບການແຍກປ່ຽວປິ່ນປົວຕ່າງຫາກ.

ຕາມເວັບໄຊສະຖິຕິ worldometar.info ໄລ່ຮອດເວລາ 22 ໂມງຂອງວັນທີ 15 ພຶດສະພາ (ຕາມເວລາຫວຽດນາມ), ໂລກຢັ້ງຢືນມີຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດແມ່ນ 4.569,064 ຄົນ. ປັດຈຸບັນໂລກລະບາດໄດ້ແຜ່ລາມອອກສູ່ 213 ປະເທດ ແລະເຂດແຄ້ວນ.

ອາເມລິກາ ຍັງຄົມແມ່ນໃຈກາງແຜ່ລະບາດຂອງໂລກດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.460.988 ຄົນ ແລະມີຜູ້ເສຍຊີວິດແມ່ນ 87.025 ຄົນ. ຖັດຈາກນັ້ນແມ່ນແອັດສະປາຍ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດແມ່ນ 274.367 ຄົນ ແລະຜູ້ເສຍຊີວິດແມ່ນ 27.459 ຄົນ. ລັດເຊີຍ ມີຜູ້ຕິດເຊື້ອພະຍາດແມ່ນ 262.843 ຄົນ ແລະຜູ້ເສຍຊີວິດແມ່ນ 2418 ຄົນ.

ແຫຼ່ງຄັດຈາກ: vovworld.vn