ເທື່ອທໍາອິດຢູ່ຫວຽດນາມ, ບັນດາເຕັກໂນໂລຢີ 4.0 ກ່ຽວກັບການແກ້ໄຂຮູບພາບ, AI,… ໄດ້ນໍາໃຊ້ເພື່ອໜູນຊ່ວຍຊາວກະສິກອນແນໃສ່ຕີລາຄາລະດັບພັດທະນາຂອງຕົ້ນເຂົ້າ. ວິທີການແກ້ໄຂຂອງ Viettel ມີຄວາມສາມາດຕິດຕາມກວດກາໃນເນື້ອທີ່ກວ້າງຂວາງ, ສ້າງປະຖົມປັດໄຈໃຫ້ແກ່ການນໍາໃຊ້ເພີ່ມເນື້ອທີ່ໃຫ້ສະມັດຕະພາບສູງ.

ໃນຂະແໜງສາທາລະນະສຸກ, ວິທີການແກ້ໄຂການວິເຄາະໄຈ້ແຍກ ແລະການບົ່ງມະຕິພະຍາດຜິດປົກກະຕິຜ່ານຮູບພາບເອໂກ ເຊິ່ງ Viettel ພວມທຳການທົດລອງຂັ້ນສຸດທ້າຍໃຫ້ສຳເລັດໃນຫ້ອງທົດລອງ. ວິທີການແກ້ໄຂການບົ່ງມະຕິພະຍາດຜ່ານຮູບພາບສາມາດໜູນຊ່ວຍຄົນເຈັບ ແລະທ່ານໝໍໄດ້ 24/7.

leftcenterrightdel
Viettel ຈະນໍາໃຊ້ປັນຍາປະດິດເຂົ້າໃນຫຼາຍຂົງເຂດຂອງສັງຄົມຢ່າງກວ້າງຂວາງ. ພາບ: ວັນຟອງ.

ນອກຈາກຂະແໜງກະສິກໍາ ແລະສາທາລະນະສຸກ ແລ້ວ, Viettel ກໍ່ພວມຜັນຂະຫຍາຍການນໍາເອົາ AI ເຂົ້າໃນຂົງເຂດປ່າໄມ້ ແລະການຄົມມະນາຄົມ. ການນໍາໃຊ້ເຕັກໂນໂລຢີ AI ແມ່ນເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍຂອງສັງຄົມແມ່ນແຜ່ນຕໍ່ທີ່ສໍາຄັນໃນຍຸດທະສາດ “ສ້າງສັງຄົມດີຈີຕອນ” ຂອງ Viettel. ບັນດາຜະລິດຕະພັນຂອງ Viettel ແມ່ນມຸ່ງໄປເຖິງການຮັບໃຊ້ບຸກຄົນ, ວິສາຫະກິດ ແລະລັດ.

ແຕ່ຕົ້ນປີ 2019, Viettel ໄດ້ສ້າງຕັ້ງບັນດາບໍລິສັດສະມາຊິກຢ່າງຕໍ່ເນື່ອງ, ຄື: ບໍລິສັດໃຫຍ່ວິທີການແກ້ໄຂວິສາຫະກິດ Viettel, ບໍລິສັດຄວາມໝັ້ນຄົງທາງອິນເຕີແນັດ Viettel ແລະຄາດວ່າຕໍ່ໄປຈະແມ່ນບໍລິສັດໃຫຍ່ Digital ເພື່ອແນໃສ່ນໍາບັນດາຜະລິດຕະພັນບໍລິການດີຈີຕອນເຂົ້າໃນການດໍາລົງຊີວິດຕົວຈິງ.

ມາຮອດປະຈຸບັນ, Viettel ຍັງແມ່ນວິສາຫະກິດໜຶ່ງດຽວຢູ່ຫວຽດນາມ ທີ່ມີບັນດາເງື່ອນໄຂເພື່ອຜັນຂະຫຍາຍນໍາເອົາໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານເລັດລອດເຂົ້າໄປໃນທຸກຂົງເຂດຂອງຊີວິດສັງຄົມດ້ວຍພື້ນຖານໂຄງລ່າງ 4G ກວ້າງທີ່ສຸດ, ພື້ນຖານໂຄງລ່າງສາຍກາບໃຍແສງໃຫຍ່ທີ່ສຸດ, ລະບົບ e-sim ທໍາອິດຢູ່ຫວຽດນາມ...

ໂດຍ: ເຈິ່ນຮວ່ຽນ