ຕາມໜັງສືພິມດັ່ງກ່າວ, ປັດຈຸບັນ, ໃນທ່ົວໂລກມີຜູ້ຕິດເຊື້ອພະຍາດແມ່ນ 4,13 ລ້ານຄົນ ແລະມີຜູ້ເສຍຊີວິດ 283.000 ກວ່າຄົນ. ຫວຽດນາມ ເຊິ່ງແມ່ນປະເທດຕິດກັບຈີນຍັງບໍ່ທັນມີກໍລະນີໃດເສຍຊີວິດ. ສິ່ງດັ່ງກ່າວແມ່ນຍ້ອນຫວຽດນາມ ໄດ້ສໍາຜັດ ແລະແກ້ໄຂພະຍາດໂຄວິດ-19 ໂດຍອີງໃສ່ພື້ນຖານວິທະຍາສາດ.

ໜັງສືພິມໄດ້ຕີລາຄາສູງຕໍ່ບັນດາມາດຕະການວິເຄາະທີ່ໄດ້ຜັນຂະຫຍາຍຢູ່ກັບດ່ານສະກັດກັ້ນພະຍາດຢູ່ຊາຍແດນ ແລະບັນດາໜ່ວຍຄວບຄຸມພະຍາດໄດ້ຕິດຕາມ, ເຝົ້າລະວັງທຸກໆກໍລະນີສົງໄສຕິດເຊື້ອພະຍາດ. ແທນທີ່ໃຫ້ການປິດລ້ອມທົ່ວປະເທດ, ບັນດາຫົວໜ່ວຍຕ້ານພະຍາດໄດ້ດໍາເນີນການກວດກາຄືນ, ແຍກປ່ຽວ ແລະປິ່ນປົວໃຫ້ແກ່ຜູ້ທີ່ຕິດເຊື້ອພະຍາດ.

leftcenterrightdel
ເວລາ 0 ໂມງຂອງວັນທີ 6 ພຶດສະພາ, ບ້ານຮະໂລຍ (ເມືອງເມລີງ, ຮ່າໂນ້ຍ) ເຊິ່ງມີປະຊາກອນຫຼາຍກວ່າ 10.000 ຄົນ ໄດ້ຮັບການຍົກເລີກຄໍາສັ່ງແຍກປ່ຽວ. ພາບ: ສໍານັກຂ່າວສານຫວຽດນາມ.

ບົດຂຽນໄດ້ຊີ້ແຈ້ງວ່າ ລະບົບແຍກປ່ຽວເປັນຫຼາຍຂັ້ນຕອນໄດ້ຊ່ວຍໃຫ້ຫວຽດນາມ ສາມາດສະກັດກັ້ນການແຜ່ລະບາດຂອງພະຍາດໄດ້. ພັກກອມມູນິດຫວຽດນາມ ໄດ້ຊາບຊຶມທິດນໍາທີ່ວ່າ “ຕ້ານພະຍາດຄືຕ້ານສັດຕູ” ນັບແຕ່ຫົວທີ. ໜັງສືພິມດັ່ງກ່າວກໍ່ຊີ້ແຈ້ງວ່າ ລັດຖະບານຫວຽດນາມ ໄດ້ຊີ້ນໍາບັນດາຫົວໜ່ວຍຂອງລັດຜະລິດອຸປະກອນການແພດລວມມີ: ຊຸດປ້ອງກັນພະຍາດ, ເຄື່ອງຊ່ວຍຫາຍໃຈ, ຢາຂ້າເຊື້ອ...

ສຸດທ້າຍ, ບົດຂຽນກໍ່ເນັ້ນໜັກວ່າ ຫວຽດນາມໄດ້ຮັບມືກັບພະຍາດໂດຍໄວ, ນັບແຕ່ຫົວທີ, ປະຊາຊົນຫວຽດນາມໄດ້ລະດົມແຫຼ່ງກໍາລັງໃຫຍ່ ເພື່ອກະກຽມໃຫ້ແກ່ການຕ້ານພະຍາດ ຄືຍົກສູງກໍາລັງຄວາມສາມາດຢູ່ບັນດາຮາກຖານການແພດ ແລະຜະລິດບັນດາວັດຖຸອຸປະກອນການແພດທີ່ມີຄວາມຈໍາເປັນ.

ໂດຍ: ກວຽດເຕິມ