leftcenterrightdel
ຫ້ອງກວດພະຍາດຫຼາຍຂະແໜງເຂດກວາງຮ່າ ຈັດຕັ້ງການອອກໂຮງໝໍໃຫ້ແກ່ຄົນເຈັບທີ່ຕິດເຊື້ອພະຍາດ Covid-19 ຄົນສຸດທ້າຍ. ພາບ: qdnd.vn.

ຄົນເຈັບ N.V.V ໄດ້ຢັ້ງຢືນວ່າຕິດເຊື້ອພະຍາດ Covid-19. ຄົນເຈັບໄດ້ປະຕິບັດປິ່ນປົວຢູ່ຫ້ອງກວດພະຍາດຫຼາຍຂະແໜງເຂດກວາງຮ່າ, ເມືອງບີ່ງຊວຽນ, ແຂວງຫວີ໊ງຟຸກ. ພາຍຫຼັງປິ່ນປົວພະຍາດເປັນເວລາ 15 ວັນ, ຄົນເຈັບ N.V.V ບໍ່ເປັນໄຂ້, ບໍ່ໄອ, ບໍ່ຫາຍໃຈຝືດ, ອາການສຸຂະພາບເປັນປົກກະຕິ. ຄົນເຈັບໄດ້ທຳການວິໄຈຄືນໃໝ່ເປັນ 3 ຄັ້ງ  ແລະຜົນການວິໄຈອອກມາວ່າຜູ້ກ່ຽວບໍ່ມີປະກົດການຂອງເຊື້ອພະຍາດ Covid-19 ອີກແລ້ວ. ປັດຈຸບັນ, ຄົນເຈັບຜູ້ນັ້ນມີສຸຂະພາບແຂງແຮງດີ, ບໍ່ໄຂ້, ບໍ່ໄອ, ມີສະພາບເປັນປົກກະຕິ.

ໂດຍ: ທູຈາງ