ຕາມສະຖານທູດຫວຽດນາມ ປະຈໍາ ສ.ເກົາຫຼີ, ປະຈຸບັນມີຊາວຫວຽດນາມ ປະມານ 200.000 ຄົນທີ່ພວມດຳລົງຊີວິດ, ຮໍ່າຮຽນ ແລະເຮັດວຽກຢູ່ ສ.ເກົາຫຼີ, ສະເພາະຢູ່ນະຄອນ Daegu ມີ 8.285 ຄົນ, ຢູ່ແຂວງ Gyeongsangbuk ມີ 18.502 ຄົນ (ໃນນັ້ນມີ 333 ຄົນຢູ່ເມືອງ Cheongdo).

leftcenterrightdel
ພາລະກອນການແພດປະຕິບັດການຂ້າເຊື້ອທີ່ສູນການຄ້າຢູ່ນະຄອນ Daejeon, ສ.ເກົາຫຼີ. ພາບ: reuters.com.

ຕາມການຊີ້ນໍາຂອງກະຊວງການຕ່າງປະເທດຫວຽດນາມ, ສະຖານທູດ ໄດ້ເປີດໂທລະສັບສາຍດ່ວນເພື່ອຕິດຕໍ່ກັບພົນລະເມືອງດ້ວຍເບີ +82 106 315 6618, ໃນຕະຫຼອດເວລາ 24/24 ຊົ່ວໂມງ, ກຽມພ້ອມດໍາເນີນບັນດາມາດຕະການໜູນຊ່ວຍ ແລະປົກປ້ອງພົນລະເມືອງໃນກໍລະນີຈໍາເປັນ. ຄະນະຄຸ້ມຄອງແຮງງານຫວຽດນາມ ຢູ່ ສ.ເກົາຫຼີ ກໍ່ປະກາດເບີໂທລະສັບ +82 103 248 6886 ເພື່ອໃຫ້ຄົນງານຫວຽດນາມ ສາມາດຕິດຕໍ່ເມື່ອມີຄວາມຕ້ອງການຊ່ວຍເຫຼືອ.

ສະຖານທູດໄດ້ເປັນເຈົ້າການສ້າງຕັ້ງຊ່ອງຕິດຕໍ່ກັບປະຊາຄົມຢູ່ບັນດາເຂດມີໂລກພະຍາດ ເພື່ອອັບເດດສະພາບການເປັນປະຈຳ, ໜູນຊ່ວຍພົນລະເມືອງຢ່າງຮີບດ່ວນ. ສະຖານທູດໄດ້ຕິດຕໍ່, ຢ້ຽມຢາມຖາມຂ່າວບັນດາພົນລະເມືອງຫວຽດນາມ ທີ່ດຳລົງຊີວິດຢູ່ເຂດມີໂລກພະຍາດ, ລະດົມ ແລະແນະນໍາພໍ່ແມ່ປະຊາຊົນປະຕິບັດຕາມຄຳກ່າວເຕືອນຂອງອໍານາດການປົກຄອງປະຈຳຖິ່ນຢ່າງເຂັ້ມງວດ. ຜ່ານການກໍາແໜ້ນສະພາບການ, ສະຖານທູດຫວຽດນາມ ປະຈໍາ ສ.ເກົາຫຼີ ໃຫ້ຮູ້ວ່າ, ມາຮອດປະຈຸບັນ, ສະພາບການສຸຂະພາບຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ສ.ເກົາຫຼີ ຍັງເປັນປົກກະຕິ, ບໍ່ພົບເຫັນກໍລະນີໃດຕິດ ຫຼື ສົງໄສຕິດເຊື້ອພະຍາດ Covid – 19.

ໂດຍ: ຈາງຫງວຽນ