ໃນຂະນະນັ້ນ, INTA ກໍ່ຮັບຮອງເອົາສັນຍາປົກປ້ອງການລົງທຶນ ອີຢູ-ຫວຽດນາມ (EVIPA) ດ້ວຍບັດເຫັນດີ 26/29 ບັດ. ພາຍໃຕ້ການເປັນປະທານຂອງທ່ານ Bernd Lange, ການປ່ອນບັດມີການເຂົ້າຮ່ວມຂອງສະມາຊິກຄະນະກໍາມະການ INTA  40 ຄົນ.

leftcenterrightdel
ການປ່ອນບັດທີ່ INTA. ພາບ: ສໍານັກຂ່າວສານຫວຽດນາມ

ຄາດຄະເນວ່າ, ກອງປະຊຸມຄົບຄະນະຂອງ EP ຈະປ່ອນບັດກ່ຽວກັບສອງສັນຍາໃນກາງເດືອນກຸມພາຈະມາເຖິງ.  ຖ້າວ່າໄດ້ຮັບການໃຫ້ສັດຕະຍາບັນຈາກ EP, EVFTA ຈະມີຜົນສັກສິດພາຍຫຼັງ 1 ເດືອນ ນັບແຕ່ເມື່ອສອງຝ່າຍແຈ້ງໃຫ້ກັນຮັບຊາບ ກ່ຽວກັບຂັ້ນຕອນການເຮັດລະບຽບການດ້ານນິຕິກໍາ ໄດ້ສິ້ນສຸດລົງ. ໃນຂະນະນັ້ນ, EVIPA ຈະຍັງຕ້ອງໄດ້ຮັບການຮັບຮອງເອົາ ຈາກລັດຖະສະພາຂອງແຕ່ລະປະເທດສະມາຊິກຂອງອີຢູ. ວິວັດການນີ້ອາດຈະແກ່ຍາວປະມານສອງສາມປີ.

ໂດຍ: ທູຈາງ