Startup ຫວຽດນາມ ບືນຕົວຂຶ້ນກັບສາກົນ

ຕາມການລາຍງານ “ຮູບພາບເລີ່ມທຸລະກິດປະດິດຄິດສ້າງຢູ່ ຫວຽດນາມ 2019” ຂອງອົງການການຄ້າ ແລະການລົງທຶນສັງກັດລັດຖະບານອົດສະຕາລີ, ປະຈຸບັນ ຫວຽດນາມ ພວມຢືນຢູ່ອັນດັບທີ 3 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ກ່ຽວກັບຈໍານວນ Startup ເຊິ່ງມີຫຼາຍກວ່າ 3.000 ແຫ່ງທີ່ພວມເຄື່ອນໄຫວຢູ່. ມີການລົງທຶນຫຼາຍລ້ານໂດລາສະຫະລັດໃຫ້ບັນດາ startup ຫວຽດນາມ ໄດ້ດໍາເນີນໃນປີ 2019. ໜຶ່ງໃນບັນດາບ້ວງເງິນລົງທຶນໃຫຍ່ທີ່ສຸດໄດ້ສະແດງໃຫ້ເຫັນການດຶງດູດຂອງ startup ຫວຽດນາມ, ເຊິ່ງລາຍລະອຽດແມ່ນບັນດາ startup ໃນຂົງເຂດ fintech, ຕົ້ນຕໍແມ່ນກອງເງິນທຶນ Vision Fund ຂອງ SoftBank ແລະກອງເງິນລົງທຶນແຫ່ງຊາດສິງກະໂປ GIC ລົງທຶນ 300 ລ້ານໂດລາສະຫະລັດໃຫ້ແກ່ VNPay. ດ້ວຍບ້ວງເງິນອຸປະຖໍານີ້, VNPay ໄດ້ເຂົ້າໄປຢູ່ໃນບັນຊີລາຍຊື່ກຸ່ມບັນດາ “ກິເລນ”.

leftcenterrightdel
ຜູ້ຕາງໜ້າຂອງ Abivin ຮັບລາງວັນທີໜຶ່ງໃນການແຂ່ງຂັນ Startup World Cup 2019 (ຢູ່ San Francisco, ອາເມລິກາ) ດ້ວຍລາງວັນ 1.000.000 ໂດລາສະຫະລັດ. ພາບ: qdnd.vn.

ພ້ອມກັນນັ້ນ, ບັນດາ startup ໄດ້ມີຄວາມໝັ້ນໃຈໄປຕ່າງປະເທດ, ເຂົ້າຮ່ວມສະໜາມແຂ່ງຂັນສາກົນ. ພົ້ນເດ່ັນແມ່ນ Abivin-startup ສະໜອງຊອບແວຄຸ້ມຄອງລະບົບສະໜອງການຂົນສົ່ງດີທີ່ສຸດ, ເປັນຕາງໜ້າທໍາອິດຂອງ ຫວຽດນາມ ທີ່ເອົາຊະນະຫຼາຍ startup ທີ່ມາຈາກກວ່າ 40 ປະເທດໃນໂລກເພື່ອໄປຊີງຊະນະເລີດຢູ່ການແຂ່ງຂັນ Startup World Cup 2019 (ຈັດຕັ້ງຢູ່ San Francisco, ອາເມລິກາ) ແລະຍາດໄດ້ລາງວັນ 1.000.000 ໂດລາສະຫະລັດ. ທ່ານນາງ ຫງວຽນຮວ່າງແອັງ, ຜູ້ອໍານວຍການບໍລິຫານທັງເປັນຜູ້ສ້າງຕັ້ງ Abivin, ແບ່ງປັນວ່າ: “ການເດີນທາງໄປພິຊິດ Startup World Cup 2019  ແມ່ນບຸນວາດສະໜາ. ເພື່ອບັນລຸໄດ້ຜົນສໍາເລັດທີ່ບໍ່ຄາດຄິດໃນຄັ້ງນີ້ແມ່ນຕ້ອງການຫຼາຍປັດໄຈທີ່ສຸດ, ລວມມີທ່າແຮງຂອງຖັນແຖວພະນັກງານຫຼັກແຫຼ່ງຢູ່ Abivin, ປັດໄຈຕະຫຼາດ ແລະພິເສດແມ່ນຍ້ອນມີການເຊື່ອມຕໍ່ຂອງກະຊວງວິທະຍາສາດ ແລະເຕັກໂນໂລຢີເພື່ອໃຫ້ພວກຂ້າພະເຈົ້າກາຍເປັນຜູ້ຕາງໜ້າຂອງ ຫວຽດນາມ ໄປເຂົ້າຮ່ວມການແຂ່ງຂັນ”.

ທ່ານ ຈູງອັກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ໃຫ້ຂໍ້ສັງເກດວ່າ, ຂະໜາດຂອງການລົງທຶນທີ່ນັບມື້ນັບເພີ່ມຂື້ນນັ້ນໄດ້ສະແດງໃຫ້ເຫັນວ່າຄວາມສາມາດບົ່ມຊ້ອນຂອງຫວຽດນາມ ຈະສ້າງ “ກິເລນ” ໃໝ່ຕື່ມອີກ.

ທ່ານ ຟ້າມວັນຮົ່ງ, ຫົວໜ້າສະຖາບັນຍຸດທະສາດ ແລະນະໂຍບາຍວິທະຍາສາດ ແລະເຕັກໂນໂລຢີ ສັງກັດກະຊວງວິທະຍາສາດ ແລະເຕັກໂນໂລຢີ ໃຫ້ຮູ້ວ່າ, ບັນດາວິສາຫະກິດຫວຽດນາມ ນັບມື້ນັບຮັບຮູ້ຢ່າງຈະແຈ້ງກວ່າກ່ຽວກັບບົດບາດຂອງວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ຫົວຄິດປະດິດສ້າງໃນການພັດທະນາແບບຍືນຍົງ ແລະເພີ່ມທະວີການລົງທຶນໃຫ້ວິທະຍາສາດ ແລະເຕັກໂນໂລຢີ. ຫຼາຍວິສາຫະກິດ, ກຸ່ມບໍລິສັດໃຫຍ່ພາຍໃນປະເທດ, ຄື: ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ກຸ່ມບໍລິສັດ Vingroup, ກຸ່ມບໍລິສັດນໍ້າມັນອາຍແກັຣ (PVN)... ໄດ້ລົງທຶນໃຫ້ແກ່ການຄົ້ນຄວ້າ ແລະພັັດທະນາເຕັກໂນໂລຢີ, ເລີ່ມທຸລະກິດຢ່າງມີຫົວຄິດປະດິດຄິດສ້າງ, ສ້າງຕັ້ງສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລຂອງວິສາຫະກິດ.

ຕ້ອງມີສະພາບແວດລ້ອມດ້ານນິຕິກໍາສະດວກກວ່າ

ຕາມທ່ານ ຟ້າມວັນຮົ່ງ ແລ້ວ, ໄປຄຽງຄູ່ກັບບັນດາຜົນງານທີ່ບັນລຸໄດ້, ວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ຫົວຄິດປະດິດຄິດສ້າງຍັງມີຂໍ້ຈໍາກັດຕ່າງໆໃນການປະກອບສ່ວນຕໍ່ກັບການພັດທະນາແບບຍືນຍົງຢູ່ຫວຽດນາມ.

ກ່ຽວກັບເສດຖະກິດ, ວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ຫົວຄິດປະດິດຄິດສ້າງຍັງບໍ່ທັນມີການປ່ຽນແປງພື້ນຖານວັດຖຸເຕັກນິກຂອງພື້ນຖານເສດຖະກິດຢ່າງແທ້ຈິງເທື່ອ... ກ່ຽວກັບສັງຄົມວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ຫົວຄິດປະດິດສ້າງຍັງບໍ່ທັນຮັບປະກັນການຫັນຕົວເມືອງໃຫ້ຍືນຍົງ, ຮັດແຄບໄລຍະຫ່າງລະຫວ່າງຄວາມຮັ່ງມີ-ທຸກຍາກ, ປັບປຸງຄຸນນະພາບການດໍາລົງຊີວິດ, ເພີ່ມທະວີຄຸນຄ່າແຮງງານຂອງມະນຸດ, ຍົກສູງຄຸນນະພາບການສຶກສາໄດ້ເທື່ອ. ກ່ຽວກັບສະພາບແວດລ້ອມ, ວິທະຍາສາດ, ເຕັກໂນໂລຢີ ແລະການປ່ຽນແປງໃໝ່ຫົວຄິດປະດິດຄິດສ້າງຍັງບໍ່ທັນປະກອບສ່ວນສ້າງຄວາມເປັນເຈົ້າການໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະການປົກປັກຮັກສາສິ່ງແວດລ້ອມຢ່າງແທ້ຈິງເທື່ອ.

ກ່ຽວກັບວິສາຫະກິດ, ຜູ້ຕາງໜ້າຂອງ Viettel ຖືວ່າ, ປະຈຸບັນບັນດານະໂຍບາຍຂອງກະຊວງວິທະຍາສາດ ແລະເຕັກໂນໂລຢີຂອງລັດໄດ້ອອກແບບຕົ້ນຕໍແມ່ນຮັບໃຊ້ການຄຸ້ມຄອງການເຄື່ອນໄຫວວິທະຍາສາດ ແລະເຕັກໂນໂລຢີນໍາໃຊ້ງົບປະມານແຫ່ງລັດຢູ່ບັນດາຫົວໜ່ວຍພາລະກິດວິທະຍາສາດ ແລະເຕັກໂນໂລຢີພາກລັດ, ໃນຂະນະນັ້ນທີ່ບັນດານະໂຍບາຍໃຫ້ແກ່ວິສາຫະກິດຍັງຂາດເຂີນ.

ຄຽງຂ້າງນັ້ນ, ທັດສະນະທີ່ຖືການລົງທຶນໃຫ້ໜ້າທີ່ຄົ້ນຄວ້າ ແລະພັດທະນາ (R&D) ເປັນຕົ້ນແມ່ນໂຄງການລົງທຶນພັດທະນາພວມເຮັດຊັກຊ້າໃນວິວັດການຄົ້ນຄວ້າຢູ່ວິສາຫະກິດລັດເມື່ອຊື້ອຸປະກອນ, ເຄື່ອງຈັກ, ວັດຖຸຮັບໃຊ້ໜ້າທີ່ຄົ້ນຄວ້າຜ່ານການຮັບເໝົາ.

ໂດຍ: ເກື່ອງດັ້ງ