ເຫດການດັ່ງກ່າວໄດ້ນໍາຫວຽດນາມ ລອດເຂົ້າໃນ Top 5 ປະເທດໃນໂລກທີ່ມີຄວາມສາມາດຄົ້ນຄວ້າ, ຜະລິດອຸປະກອນ 5G. ນີ້ແມ່ນພະຍານຫຼັກຖານຢ່າງຈະແຈ້ງສະແດງໃຫ້ເຫັນວ່າ ຫວຽດນາມ ພວມເພີ່ມຄວາມໄວໃນການປະຕິວັດອຸດສາຫະກໍາ 4.0.

ການໂທ 5G ໂດຍຫວຽດນາມປະຕິບັດ

ທີ່ເຫດການ, ທ່ານ ຫງວຽນແມ້ງຮຸ່ງ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ  ພ້ອມກັບທ່ານ ຈູງອັກແອັງ, ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີ ໄດ້ປະຕິບັດການໂທ video ທໍາອິດທີ່ນໍາໃຊ້ສາຍສົ່ງຂໍໍ້ມູນເຊື່ອມຕໍ່ 5G ໃນອຸປະກອນຮັບ-ສົ່ງສັນຍານ gNodeB ໂດຍ Viettel ຄົ້ນຄວ້າ ແລະຜະລິດເອງ, ລວມມີທັງອຸປະກອນຮາດແວ ແລະຊອບແວ. ຄຸນນະພາບຮູບພາບ ແລະສຽງຂອງການໂທແມ່ນຊັດເຈນທີ່ສຸດ. ລັດຖະມົນຕີສອງທ່ານ ແລະບັນດາຜູ້ແທນລ້ວນແຕ່ ສະເທືອນໃຈເມື່ອໄດ້ປະຕິບັດ ແລະເຫັນປະຈັກຕາການໂທນີ້.

leftcenterrightdel
ບັນດາຜູ້ແທນຮັບຟັງຄໍາແນະນໍາກ່ຽວກັບລະບົບ 5G ຂອງ Viettel. ພາບ: qdnd.vn

ເພື່ອສາມາດປະຕິບັດການໂທນີ້, ຖັນແຖວວິສະວະກອນຂອງ Viettel ໄດ້ພັດທະນາລະບົບອຸປະກອນ gNodeB 5G ໃນ 6 ເດືອນ ດ້ວຍພື້ນຖານປະສົບການຈາກວິວັດທະນາການຄົ້ນຄວ້າພັດທະນາສະຖານີຮັບສັນຍານ ແລະກະຈາຍຄື້ນ BTS ໃຫ້ 4G-eNodeB ດ້ວຍຕົນເອງ ແລະວິວັດທະນາການຄົ້ນຄວ້າກ່ອນທີ່ຈະເປັນໄປໄດ້ຂອງ 5G. ເປັນອັນວ່າ, ພາຍຫຼັງ 8 ເດືອນ ນັບແຕ່ເມື່ອ  Viettel ປະຕິບັດການໂທ 5G ທໍາອິດດ້ວຍອຸປະກອນນໍາເຂົ້າຂອງ Ericsson ໃນເດືອນພຶດສະພາ 2019, Viettel ໄດ້ເປັນເຈົ້າຂອງເຕັກໂນໂລຢີເຄືອຂ່າຍ 5G ຢ່າງທັນການ.

ເລື່ອງວິສາຫະກິດຂອງຫວຽດນາມ ສາມາດເປັນເຈົ້າຂອງເຄືອຂ່າຍ 5G, ຈາກການຜະລິດບັນດາອຸປະກອນໂທລະຄົມມະນາຄົມ ຈະສ້າງເງື່ອນໄຂເພື່ອໃຫ້ຫວຽດນາມ ເພີ່ມຄວາມໄວໃນການປະຕິວັດ 4.0. ຍ້ອນຄົ້ນຄວ້າຜະລິດດ້ວຍຕົນເອງ, ສະນັ້ນ, ຄ່າໃຊ້ຈ່າຍສ້າງເຄືອຂ່າຍ 5G ຈຶ່ງຖືກກວ່າເມື່ອທຽບໃສ່ເລື່ອງອີງໃສ່ຄູ່ຮ່ວມມືຕ່າງປະເທດ. ນີ້ແມ່ນເງື່ອນໄຂເພື່ອໃຫ້ Viettel ສ້າງເຄືອຂ່າຍ 5G ໄວກວ່າ, ກວ້າງກວ່າດ້ວຍລາຄາຖືກກວ່າ, ສ້າງສະພາບແວດລ້ອມເພື່ອສ້າງລະບົບນິເວດໃຫ້ແກ່ອຸດສາຫະກໍາ 4.0.

ນໍາທັນກັບປະເທດມະຫາອຳນາດກ່ຽວກັບເຕັກໂນໂລຢີ 5G

ພາຍຫຼັງເຫັນປະຈັກຕາລະບົບ 5G ຂອງ Viettel, ທ່ານ ຫງວຽນແມ້ງຮຸ່ງ ແບ່ງປັນວ່າ: “ມາຮອດປັດຈຸບັນນີ້, ຂ້າພະເຈົ້າ ມີຄວາມເຊື່ອໝັ້ນກ່ຽວກັບເລື່ອງ ປີ 2020, ຫວຽດນາມ ຈະຫັນ 5G ເປັນການຄ້າດ້ວຍອຸປະກອນຂອງຫວຽດນາມ. ມື້ນີ້, ພວກຂ້າພະເຈົ້າ ມີຄວາມເຊື່ອໝັ້ນຄືແນວນັ້ນ. ດ້ວຍສິ່ງທີ່ Viettel ເຮັດໄດ້, ຊົນຊາດເຮົາສາມາດເອກອ້າງທະນົງໃຈວ່າ  ຫວຽດນາມນໍາທັນກັບບັນດາປະເທດແຖວໜ້າໂລກກ່ຽວກັບເຕັກໂນໂລຢີ 5G”.

ທ່ານ ເລດັງຢູງ, ຜູ້ຮັກສາການປະທານທັງເປັນອໍານວຍການໃຫຍ່  Viettel ຢັ້ງຢືນວ່າ: "Viettel ຈະມານະພະຍາຍາມຢູ່ໃນລະດັບສູງທີ່ສຸດເພື່ອເລີ່ມຕົ້ນການຫັນ 5G ເປັນການຄ້າໃນປີ 2020, ຄົ້ນຄວ້າ, ຜະລິດບັນດາອຸປະກອນ  5G ດ້ວຍຕົນເອງ, ລວມມີທັງຮາດແວ ແລະຊອບແວ, ສ້າງລະບົບນິເວດ 5G. 5G ຈະຕັດສິນເຖິງຜົນສໍາເລັດຂອງສັງຄົມດີຈີຕອນ. ປະເທດທັງໝົດ ລ້ວນແຕ່ນໍາໃຊ້ເຄືອຂ່າຍ 5G ເພື່ອພິສູດໃຫ້ເຫັນວ່າລະດັບການພັດທະນາວິທະຍາສາດເຕັກໂນໂລຢີຂອງຕົນ. ຍ້ອນເຫດນັ້ນ, ພວກເຮົາ ຈຶ່ງກໍານົດວ່າໂຄງການ  5G ແມ່ນໂຄງການຍຸດທະສາດ ຂອງ Viettel”. 

ຄວນມີຈິນຕະນາການ  ແລະວິໄສທັດໃໝ່

ທ່ານ ເລດັງຢູງ ສະເໜີວ່າ, ເພື່ອສ້າງຄວາມສະດວກໃຫ້ແກ່ການພັດທະນາເຄືອຂ່າຍ 5G ກໍ່ຄືສ້າງສະພາບແວດລ້ອມໃຫ້ແກ່ບັນດາວິສາຫະກິດຄົ້ນຄວ້າ, ຜະລິດເຕັກໂນໂລຢີສູງ ຄື Viettel ສາມາດພັດທະນາໄວນັ້ນ, ຄວນມີກົນໄກ, ນະໂຍບາຍທີ່ເໝາະສົມ.

ທ່ານ ຫງວຽນແມ້ງຮຸ່ງ ໃຫ້ຮູ້ຕື່ມອີກວ່າ, ແຕ່ລະປີ,  ພັນທະມິດໂທລະຄົມມະນາຄົມສາກົນ ລ້ວນແຕ່ຈັດຕັ້ງງານວາງສະແດງໂທລະຄົມມະນາຄົມໂລກ (ITU Telecom World). ເຖິງຢ່າງໃດກໍ່ຕາມ, ປີ 2020, ດ້ວຍຂໍ້ລິເລີ່ມຂອງຫວຽດນາມ, ງານວາງສະແດງ ITU Telecom World ທີ່ຈັດຕັ້ງຢູ່ຫວຽດນາມ ໃນເດືອນກັນຍາ ຈະປ່່ຽນຊື່ເປັນກອງປະຊຸມ ແລະງານວາງສະແດງໂລກດີຈີຕອນ (ITU Digital World). ເປັນອັນວ່າ, ທີ່ງານວາງສະແດງດັ່ງກ່າວຈະບໍ່ພຽງແຕ່ມີຜະລິດຕະພັນໂທລະຄົມມະນາຄົມປະເພດຕ່າງໆ ເທົ່ານັ້ນ, ຫາກຍັງລວມມີບັນດາຜະລິດຕະພັນ, ມາດຕະການ ICT ໃຫ້ແກ່ພື້ນຖານດີຈີຕອນອີກດ້ວຍ.

ເລື່ອງປ່ຽນຊື່ໄດ້ປ່ຽນແປງເນື້ອໃນພາຍໃນຂອງງານວາງສະແດງ, ເຊິ່ງສະແດງໃຫ້ເຫັນວິໄສທັດ ແລະການເປັນເຈົ້າການຂອງຫວຽດນາມ ໃນການສ້າງພື້ນຖານເສດຖະກິດດີຈີຕອນທັງລວງກວ້າງ ແລະລວງເລິກ, ລວມມີທຸກຂົງເຂດໃນຊີວິດສັງຄົມ ແລະວິໄສທັດນັ້ນສາມາດຊ່ວຍໃຫ້ຫວຽດນາມ ເພີ່ມລະດັບຄວາມໄວໃນການປະຕິວັດອຸດສາຫະກໍາ 4.0.

ໂດຍ: ທູຈາງ