ທີ່ເຫດການ, ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ, ທ່ານ ຈູງອັກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ, ໄດ້ປະຕິບັດການໂທ video ທໍາອິດທີ່ນໍາໃຊ້ສາຍສົ່ງຂໍ້ມູນເຊື່ອມຕໍ່ 5G ໃນອຸປະກອນຮັບສັນຍານ ແລະກະຈາຍຄື້ນ gNodeB ໂດຍ Viettel ຄົ້ນຄວ້າ ແລະຜະລິດເອງ, ລວມມີທັງອຸປະກອນຮາດແວ ແລະຊອບແວ.

leftcenterrightdel
ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ, ທ່ານ ຈູງອັກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ປະຕິບັດການໂທ 5G ດ້ວຍອຸປະກອນ ແລະຊອບແວໂດຍ Viettel ຄົ້ນຄວ້າ, ຜະລິດເອງ. ພາບ: ໂຮ່ກວາງເຟືອງ.

ຖັນແຖວວິສະວະກອນຂອງ Viettel ໄດ້ພັດທະນາລະບົບອຸປະກອບ gNodeB 5G ໃນໄລຍະ 6 ເດືອນ (ແຕ່ເດືອນມິຖຸນາ-ທັນວາ 2019) ດ້ວຍພື້ນຖານບົດຮຽນມາຈາກວິວັດການຄົ້ນຄວ້າເອງພັດທະນາສະຖານີຮັບສັນຍານ ແລະກະຈາຍຄື້ນ BTS ໃຫ້ 4G – eNodeB ແລະວິວັດການຄົ້ນຄວ້າກ່ອນ 5G. ຄືແນວນັ້ນ, ພາຍຫຼັງເປັນເວລາ 8 ເດືອນນັບແຕ່ວັນທີ Viettel ປະຕິບັດການໂທ 5G ທຳອິດດ້ວຍອຸປະກອນນໍາເຂົ້າຂອງຄູ່ຮ່ວມມືໃນເດືອນພຶດສະພາ 2019, ຫວຽດນາມ ໄດ້ເປັນເຈົ້າຂອງເຕັກໂນໂລຢີເຄືອຂ່າຍ 5G ຢ່າງເປັນທາງການ.

ປະຈຸບັນ, ໃນໂລກມີ 5 ບໍລິສັດໄດ້ຜະລິດສໍາເລັດບັນດາອຸປະກອນເຄືອຂ່າຍໃຫ້ 5G ລວມມີ: Ericsson, Nokia, Huawei, Samsung ແລະ ZTE. Viettel ຈະແມ່ນບໍລິສັດສະໜອງການຜະລິດອຸປະກອນທີ 6 ໃນໂລກ. ໃນຈໍານວນບັນດາບໍລິສັດສະໜອງດັ່ງກ່າວ, ມີແຕ່ບໍລິສັດ Viettel ເທົ່ານັ້ນ, ທັງແມ່ນບໍລິສັດຂຸດຄົ້ນໂທລະຄົມມະນາຄົມ, ທັງມີຄວາມສາມາດຜະລິດບັນດາອຸປະກອນເຄືອຂ່າຍ.

leftcenterrightdel
ບັນດາຜູ້ແທນຮັບຟັງການແນະນໍາກ່ຽວກັບລະບົບ 5G Viettel. ພາບ: ໂຮ່ກວາງເຟືອງ.

ກ່ອນໜ້ານັ້ນ, ວັນທີ 28 ທັນວາ 2019, ທີ່ກອງປະຊຸມສະຫຼຸບວຽກງານປີ 2019 ຂອງກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ, Viettel ໄດ້ສະເໜີຕົວອຸປະກອນສະຖານີຮັບສັນຍານ ແລະກະຈາຍຄື້ນ 5G - gNodeB.  ເລື່ອງຄົ້ນຄວ້າເອງ ແລະຜະລິດອຸປະກອນ 5G ຈະຊ່ວຍໃຫ້ Viettel ເປັນເຈົ້າການໃນການຜັນຂະຫຍາຍ 5G ໃຫ້ເຄືອຂ່າຍມືຖືຂອງຕົນ ແລະບັນດາການບໍລິການ, ແນໃສ່ຊ່ວຍໃຫ້ລູກຄ້າທີ່ນໍາໃຊ້ການບໍລິການ 5G ດ້ວຍຄຸນນະພາບດີທີ່ສຸດ.

ໂດຍ: ເຈິ່ນຮວ່ຽນ