ໃນໄລຍະຜັນຂະຫຍາຍລາຍການແຕ່ວັນທີ 23-29 ເດືອນສິບສອງໄລ່ຕາມຈັນທະປະຕິທິນ (ກົງກັບວັນທີ 17-23 ມັງກອນ 2020). ເພື່ອນໍາໃຊ້ data 4 ຈີ ໂດຍບໍ່ເສຍຄ່າ, ລູກຄ້າຕ້ອງນໍາໃຊ້ເຄືອຂ່າຍ 4 ຈີ, ຊິມ 4 ຈີ.

ກ່ອນທີ່ຜັນຂະຫຍາຍລາຍການມອບ data ໃຫ້ແກ່ລູກຄ້າໃນໂອກາດບຸນເຕັດ, Viettel ໄດ້ຜັນຂະຫຍາຍລາຍການດູແລລູກຄ້າ Viettel++ ນັບແຕ່ເດືອນມິຖຸນາ 2019. ນີ້ແມ່ນລາຍການເບິ່ງແຍງດູແລລູກຄ້າທໍາອິດ ແລະໜຶ່ງດຽວໃນປະຈຸບັນໃນຂົງເຂດໂທລະຄົມມະນາຄົມ, ນໍາລູກຄ້າທັງໝົດເຂົ້າບັນຊີລາຍຊື່ເບິ່ງແຍງດູແລເປັນປະຈໍາ ເພື່ອບວກຄະແນນສະສົມແລ້ວແລກເອົາຂອງຂວັນ. ການນໍາໃຊ້ບໍລິການຂອງລູກຄ້າລ້ວນແຕ່ໄດ້ຮັບຄະແນນ ເພື່ອແລກເອົາບຸລິມະສິດ ແລະຂອງຂວັນນັບຫຼາຍພັນຢ່າງ. ໄລ່ຮອດເດືອນທັນວາ 2019, ໄດ້ມີລູກຄ້າ 9,7 ລ້ານເທື່ອຄົນນໍາໃຊ້ຄະແນນລາງວັນຂອງ Viettel++ ແລ້ວ.

ໂດຍແມ່ນບໍລິສັດໂທລະຄົມມະນາຄົມ 3 ຈີ/4 ຈີ ໃຫຍ່ທີ່ສຸດຢູ່ຫວຽດນາມ ດ້ວຍສະຖານີຮັບສົ່ງສັນຍານ 70.000 ແຫ່ງ, Viettel Telecom ພວມມີຈໍານວນເບີໂທລະສັບ 3 ຈີ/4 ຈີ ໃຫຍ່ທີ່ສຸດ ແລະມີການເຕີບໂຕດີຢ່າງຕໍ່ເນື່ອງ, ພິເສດແມ່ນເບີໂທລະສັບ 4 ຈີ. ລາຍລະອຽດແມ່ນພຽງແຕ່ໃນ 9 ເດືອນ ປີ 2019, ຈໍານວນເບີໂທລະສັບ 4 ຈີໄດ້ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ປີ 2018, ບັນລຸໄດ້ 21 ລ້ານເບີ, ກວມເອົາ 65% ຍອດຈໍານວນເບີໂທລະສັບທີ່ພວມນໍາໃຊ້ data ໃນເຄືອຂ່າຍ Viettel.

ເຄືອຂ່າຍອິນເຕີແນັດ 4 ຈີ ຂອງ Viettel ໄດ້ປົກຄຸມໃນທົ່ວປະເທດດ້ວຍສະຖານີຮັບສົ່ງສັນຍານ 4 ຈີ 36.000 ແຫ່ງທີ່ນໍາໃຊ້ເຕັກໂນໂລຢີ 4T4R ທີ່ທັນສະໄໝທີ່ສຸດຢູ່ໂລກໃນປະຈຸບັນ. ເຕັກໂນໂລຢີ ແລະຂອບເຂດປົກຄຸມສັນຍານນີ້ໄດ້ຮັບປະກັນໃຫ້ລູກຄ້າສາມາດນໍາໃຊ້ບໍລິການ 4 ຈີຢ່າງວ່ອງໄວເຖິງວ່າຢູ່ເຂດຫ່າງໄກສອກຫຼີກ. ປີ 2019, ອົງການຈັດຕັ້ງຄົ້ນຄວ້າ ແລະວິໄຈຕະຫຼາດແຖວໜ້າໂລກ Frost & Sullivan ໄດ້ມອບໃຫ້ Viettel ລາງວັນ “ບໍລິສັດໂທລະຄົມມະນາຄົມສະໜອງບໍລິການ data ໂທລະສັບມືຖືດີທີ່ສຸດຢູ່ຫວຽດນາມ ປີ 2019”.

leftcenterrightdel
ພາລະກອນ Viettel ເບິ່ງແຍງດູແລລູກຄ້າຢູ່ເຂດຫ່າງໄກສອກຫຼີກ. ພາບ: qdnd.vn

ບໍ່ພຽງແຕ່ນໍາໜ້າໃນການນໍາບັນດາເຕັກໂນໂລຢີໃໝ່ທີ່ສຸດຄື 4 ຈີ ແລະໃນຕໍ່ໜ້າແມ່ນ 5 ຈີ ເຂົ້າສູ່ຫວຽດນາມ ເທົ່ານັ້ນ, ຫາກ Viettel ຍັງສະໜອງຫຼາຍແພັກແກັດ data ໄລຍະສັ້ນ ( 1 ວັນ, 3 ວັນ, 7 ວັນ) ດ້ວຍຄ່າໃຊ້ຈ່າຍຕໍ່າ (5.000-30.000 ດົ່ງ), ສ້າງເງື່ອນໄຂໃຫ້ຜູ້ນໍາໃຊ້ໃນທຸກໆເກນອາຍຸ ແລະທຸກໆແຖບຖິ່ນລ້ວນແຕ່ມີໂອກາດໄດ້ສໍາຜັດກັບອິນເຕີແນັດ. ນີ້ກໍ່ແມ່ນທ່າອ່ຽງລວມຂອງບັນດາບໍລິສັດໂທລະຄົມມະນາຄົມໃຫຍ່ໃນໂລກ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດປີຊວດ, ນອກຈາກໂປໂມຊັ່ນ data, Viettel ຍັງເປີດ tab ສະເພາະຕ່າງຫາກດ້ວຍຫົວຂໍ້ “ຊື້ເຄື່ອງຊື້ຂອງກະກຽມໃຫ້ບຸນເຕັດ” ໃນແອັບພີເຄຊັ່ນ My Viettel/Viettel++, ອະນຸຍາດໃຫ້ຜູ້ນໍາໃຊ້ແລກຄະແນນສະສົມ Viettel++ ເອົາ voucher ຫຼຸດລາຄາຮັບໃຊ້ຄວາມຕ້ອງການຊື້ເຄື່ອງຊື້ຂອງກະກຽມໃຫ້ບຸນເຕັດ. ຄຽງຂ້າງບັນດາ voucher ຮັບໃຊ້ຄວາມຕ້ອງການບັນເທີງຄືປົກກະຕິແລ້ວ, “ຊື້ເຄື່ອງຊື້ຂອງກະກຽມໃຫ້ບຸນເຕັດ” ຍັງນໍາມາເຊິ່ງ voucher ຫຼຸດລາຄາໃຫ້ບັນດາສິ້ນຄ້າພື້ນເມືອງຄືໝາກໄມ້, ຕົ້ນດອກຄາຍ... ເພື່ອກະກຽມຕ້ອນຮັບບຸນເຕັດດ້ວຍຄວາມອົບອຸ່ນ.

ດ້ວຍກວ່າ 1.000 ຄູ່ຮ່ວມມືໃນທົ່ວປະເທດ, “ການຊື້ເຄື່ອງຊື້ຂອງກະກຽມໃຫ້ບຸນເຕັດ” ໄດ້ສ້າງໂອກາດເພື່ອໃຫ້ລູກຄ້ານໍາໃຊ້ບັນດາສິນຄ້າບຸນເຕັດທີ່ມາຈາກທຸກໆແຖບຖິ່ນຂອງປະເທດຊາດ. ນອກຈາກນັ້ນ, ນີ້ບໍ່ພຽງແຕ່ແມ່ນບຸລິມະສິດໃຫ້ແກ່ປະຊາຊົນຢູ່ນະຄອນໃຫຍ່ເທົ່ານັ້ນ. ພ້ອມກັບການລະເບີດຂອງການຄ້າເອເລັກໂຕນິກ, ລູກຄ້າສາມາດນໍາໃຊ້ບັນດາ voucher ຫຼຸດລາຄາ ເພື່ອຊື້ເຄື່ອງອອນລາຍ ຫຼືເລືອກເຟັ້ນຮ້ານຕ່າງໆຢູ່ທ້ອງຖິ່ນທີ່ຕົນດໍາລົງຊີວິດ ເພື່ອແລກຄະແນນເອົາຂອງຂວັນ ແລະຊົມໃຊ້ບຸລິມະສິດຈາກ Viettel.

ໂດຍ: ທະນາພອນ