leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງຂອງໜັງສືພິມກອງທັບປະຊາຊົນຫວຽດນາມ. ພາບ: ຮວ່າງຮວ່າງ.

ເຂົ້າຮ່ວມງານບຸນມີຮ້ານວາງສະແດງກວ່າ 20 ຮ້ານຂອງບັນດາອົງການສື່ມວນຊົນຮ່າໂນ້ຍ, ສູນກາງ ແລະສື່ມວນຊົນຂະແໜງການຕ່າງໆ. ນີ້ແມ່ນບັນດາຜະລິດຕະພັນສື່ມວນຊົນທີ່ໄດ້ຮັບການລົງທຶນ, ມີການປະດິດຄິດສ້າງ, ກັ່ນຕອງມາຈາກພູມປັນຍາ, ເຫື່ອແຮງຂອງຖັນແຖວນັກຂ່າວ. ເນື່ອງໃນໂອກາດນີ້, ສະມາຄົມນັກຂ່າວນະຄອນຮ່າໂນ້ຍ ໄດ້ຈັດຕັ້ງການມອບລາງວັນໂງເຕິດໂຕ໊ ປີ 2019. ລາງວັນທີ 1 ມີສອງລາງວັນແມ່ນເປັນຂອງບົດປະພັນ “ແກ້ໄຂ ແລະສະກັດກັ້ນຈຸດຮ້ອນເຮັ່ງ: ບົດຮຽນກ່ຽວກັບການເສີມຂະຫຍາຍປະຊາທິປະໄຕ” (ກຸ່ມນັກປະພັນໜັງສືພິມຮ່າໂນ້ຍໃໝ່) ແລະ “ຄົນຂີ້ລັກຊາຍກະທຳລ່ວງອຳນາດ ແລະອໍານາດການປົກຄອງຢູ່ໃສ?” ຂອງນັກປະພັນກ໊ວກເອິນ, ສະຖານີວິທະຍຸກະຈາຍສຽງ-ໂທລະພາບຮ່າໂນ້ຍ); ນອກຈາກນັ້ນຍັງມີ 3 ບົດປະພັນຍາດໄດ້ລາງວັນທີ 2, 4 ບົດປະພັນຍາດໄດ້ລາງວັນທີ 3, 20 ບົດປະພັນຍາດໄດ້ລາງວັນຊົມເຊີຍ. ງານບຸນຈະປິດລົງໃນວັນທີ 14 ມັງກອນ.

ໂດຍ: ເກື່ອງດັ້ງ