ນີ້ແມ່ນລົດເມ 2 ຊັ້ນທີ່ທັນສະໄໝສາຍທໍາອິດຮັບໃຊ້ພັດທະນາການທ່ອງທ່ຽວນະຄອນໂຮ່ຈີມິນ ໂດຍບໍລິສັດຮູບພາບຫວຽດ Hop on-Hop off ຫວຽດນາມ ລົງທຶນຂຸດຄົ້ນ.

leftcenterrightdel
ສາຍລົດເມທ່ອງທ່ຽວນະຄອນໂຮ່ຈີມິນ. ພາບ: vtv.vn

ໂດຍລະອຽດ, ລົດເມສາຍນີ້ຈະພານັກທ່ອງທ່ຽວໄປຜ່ານ 24 ສາຍ. ຜ່ານລົດເມສາຍນີ້ຈະຊ່ວຍໃຫ້ນັກທ່ອງທ່ຽວຢ້ຽມຢາມສະຖານທີ່ທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງນະຄອນໂຮ່ຈີມິນຈໍານວນ 30 ແຫ່ງ ຄື: ຫໍພິພິທະພັນຮ່ອງຮອຍສົງຄາມ, ຕະຫຼາດເບັ໋ນແທັ່ງ; ທໍານຽບເອກະລາດ... ພ້ອມທັງອະນຸຍາດໃຫ້ນັກທ່ອງທ່ຽວຄົ້ນຫາ, ຢ້ຽມຢາມຕາມແບບວິທີສະເພາະຂອງຕົນຢ່າງເສລີ.

ແຕ່ລະມື້ຈະມີ 22 ຖ້ຽວຮັບ-ສ່ົງນັກທ່ອງທ່ຽວໄປຢ້ຽມຢາມ, ຄົ້ນຫານະຄອນຢ່າງສະດວກສະບາຍທີ່ສຸດ.

ໂດຍ: ທູຈາງ