ຕາມນັ້ນແລ້ວ, ບໍລິສັດຄວາມໝັ້ນຄົງທາງອິນເຕີແນັດ Viettel ໄດ້ມີ 10/10 ຜະລິດຕະພັນ, ການບໍລິການລົງທະບຽນເຂົ້າຮ່ວມການແຂ່ງຂັນຍາດໄດ້ລາງວັນ, ແມ່ນຫົວໜ່ວຍທີ່ມີລາງວັນຫຼາຍທີ່ສຸດ, ກວມເອົາ 40% ບັນດາຜະລິດຕະພັນທີ່ຍາດໄດ້ລາງວັນ. ລາຍການປີນີ້ມີ 25 ຜະລິດຕະພັນ, ການບໍລິການຂອງ 12 ອົງການ, ວິສາຫະກິດທີ່ໄດ້ຮັບການເຊີດຊູ. ພົ້ນເດັ່ນ, Viettel Threat Intelligence ແມ່ນ 1 ໃນ 2 ຜະລິດຕະພັນຍາດໄດ້ນາມມະຍົດຜະລິດຕະພັນຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃໝ່ທີ່ດີເດັ່ນປີ 2019.

leftcenterrightdel
ບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງສິນຄ້າຂອງ Viettel ຢູ່ງານວາງສະແດງ. ພາບ: ວັນຟອງ.

ວິວັດການຕີລາຄາ, ກວດກາຄຸນນະພາບບັນດາຜະລິດຕະພັນ, ການບໍລິການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານມີການເຂົ້າຮ່ວມຂອງບັນດາອົງການຈັດຕັ້ງ, ຄື: ກົມຄຸ້ມຄອງກົດລັບພົນລະເຮືອນ ແລະກວດກາຄຸນນະພາບຜະລິດຕະພັນກົດລັບ (ຄະນະກົດລັບລັດຖະບານ), ສູນ VNCERT (ກະຊວງຖະແຫຼງຂ່າວ ແລະສື່ສານ), ສະຖາບັນ 10 (ກອງບັນຊາການ 86, ກະຊວງປ້ອງກັນປະເທດ), ທີມງານຊ່ຽວຊານສາຂາສະມາຄົມ VNISA ພາກໃຕ້.

ຈາກຜົນການຄັດເລືອກຂອງລາຍການ, ກະຊວງຖະແຫຼງຂ່າວ ແລະສື່ສານ ຈະເລືອກເຟັ້ນບັນດາຜະລິດຕະພັນ, ການບໍລິການ ເພື່ອນໍາເຂົ້າບັນຊີລາຍຊື່ບັນດາຜະລິດຕະພັນ, ວິທີການແກ້ໄຂ, ການບໍລິການຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານພາຍໃນປະເທດ ເພື່ອບຸລິມະສິດນໍາໃຊ້ໃນບັນດາລະບົບຂໍ້ມູນຂ່າວສານລະດັບທີ 3 ຂຶ້ນໄປ ແລະບັນດາລະບົບຂໍ້ມູນຂ່າວສານຮັບໃຊ້ລັດຖະບານເອເລັກໂຕນິກຕາມຄໍາສັ່ງສະບັບເລກທີ 14/CT-TTg ລົງວັນທີ 7 ມິຖຸນາ 2019 ຂອງນາຍົກລັດຖະມົນຕີວ່າດ້ວຍການເພີ່ມທະວີການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງທາງອິນເຕີແນັດ ເພື່ອປັບປຸງດັດຊະນີຈັດອັນດັບຂອງຫວຽດນາມ.

10 ຜະລິດຕະພັນຂອງ Viettel ໄດ້ຮັບລາງວັນຂອງບໍລິສັດຄວາມໝັ້ນຄົງທາງອິນເຕີແນັດລວມມີ:

- 5 ຜະລິດຕະພັນຍາດໄດ້ນາມມະຍົດຜະລິດຕະພັນຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານມີຄຸນນະພາບສູງປີ 2019 ແມ່ນ: Viettel Web Application Firewall, Viettel Network Security Monitoring, Viettel Network Access Control, Viettel Security Information & Event Management, Viettel Web Security Gateway.

- 2 ຜະລິດຕະພັນຍາດໄດ້ນາມມະຍົດຜະລິດຕະພັນຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃໝ່ທີ່ດີເດັ່ນປີ 2019 ແມ່ນ: Viettel Threat Intelligence, Viettel Endpoint Detection & Response.

- 3 ບໍລິການຍາດໄດ້ນາມມະຍົດຜະລິດຕະພັນຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານທີ່ພົ້ນເດັ່ນປີ 2019 ແມ່ນ: ບໍລິການກວດກາຕີລາຄາຄວາມປອດໄພດ້ານຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕີແນັດ, ບໍລິການຕິດຕາມກວດກາ ແລະແກ້ໄຂອຸບັດຕິເຫດຄວາມປອດໄພດ້ານຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕີແນັດ ແລະ Cloudrity.

ໂດຍ: ທະນາພອນ