ເປັນຫຍັງຄວນຫັນປ່ຽນດີຈີຕອນ?

ຕາມແຜນຮ່າງການຫັນປ່ຽນດີຈີຕອນແຫ່ງຊາດ, ໂລກພວມຢືນຢູ່ໃນໄລຍະເລີ່ມຕົ້ນຂອງການປະຕິວັດອຸດສາຫະກໍາ 4.0, ການປະຕິວັດເຕັກໂນໂລຢີໃໝ່, ມີຄວາມເປັນພິເສດແຕກຕ່າງກັບບັນດາການປະຕິວັດໃນເມື່ອກ່ອນ. ກ່ຽວກັບຂອບເຂດ ແລະລວງເລິກ, ນີ້ແມ່ນການປະຕິວັດອີງໃສ່ການປະຕິວັດດີຈີຕອນ ແລະສົມທົບໃສ່ກັບເຕັກໂນໂລຢີ, ສ້າງການປ່ຽນແປງຍັງບໍ່ທັນເຄີຍມີມາໃນຮູບແບບເສດຖະກິດ-ສັງຄົມ; ກ່ຽວກັບການສົ່ງຜົນກະທົບຕໍ່ລະບົບ, ລວມມີການຫັນປ່ຽນຂອງທົ່ວລະບົບ, ທົ່ວທຸກປະເທດ, ບັນດາວິສາຫະກິດ, ບັນດາຂະແໜງອຸດສາຫະກໍາ ແລະທົ່ວສັງຄົມ...

ເພື່ອໃຫ້ເສດຖະກິດດີຈີຕອນພັດທະນາຢ່າງແຮງຫວຽດນາມ ຕ້ອງການຊັກຈູງ, ນຳພາຂອງລັດຖະບານ ແລະຍຸດທະສາດແຫ່ງຊາດກ່ຽວກັບເລື່ອງຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ. ນາຍົກລັດຖະມົນຕີໄດ້ມອບໃຫ້ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ສ້າງແຜນຮ່າງຫັນປ່ຽນດີຈີຕອນແຫ່ງຊາດຍື່ນສະເໜີຕໍ່ນາຍົກລັດຖະມົນຕີໃນປີ 2019. ແຜນຮ່າງຄວນກໍານົດຢ່າງຈະແຈ້ງວ່າໃຜຕ້ອງເຮັດຫຍັງ, ໃນເວລາດົນປານໃດ ແລະດ້ວຍວິທີໃດເພື່ອຍູ້ໄວວິວັດການດີຈີຕອນ, ຫັນປ່ຽນດີຈີຕອນໃນບໍລິເວນທົ່ວປະເທດໃນທຸກຂົງເຂດເສດຖະກິດ, ສັງຄົມ. ພ້ອມກັນນັ້ນ, ແຜນຮ່າງຄວນຊີ້ອອກປັດໄຈສໍາຄັນຊຸກຍູ້ພື້ນຖານເສດຖະກິດດີຈີຕອນ.

leftcenterrightdel
ປະຕິບັດການຫັນປ່ຽນດີຈີຕອນໃນທົ່ວປະເທດ. ພາບ: ວັນຟອງ.

ຕາມທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແລ້ວ: “ເລື່ອງຫັນປ່ຽນດີຈີຕອນໄດ້ເປີດກາລະໂອກາດໃຫຍ່ໃຫ້ແກ່ຫວຽດນາມ. ນີ້ແມ່ນການປ່ຽນແປງທີ່ມີລັກສະນະຮອບດ້ານຂອງບັນດາອົງການຈັດຕັ້ງ, ວິສາຫະກິດ. ແກ່ນສານຂອງວິວັດການຫັນປ່ຽນດີຈີຕອນຢູ່ຫວຽດນາມ ແມ່ນບັນດາວິສາຫະກິດເຕັກໂນໂລຢີຂໍ້ມູນຂ່າວສານ. ເລື່ອງຫັນປ່ຽນດີຈີຕອນບໍ່ຄວນມີພື້ນຖານວັດຖຸຫຼາຍຢ່າງຍ້ອນວ່າຕົ້ນຕໍແມ່ນການຫັນປ່ຽນຈິນຕະນາການ”.

ທ່າໄດ້ປຽບຂອງຫວຽດນາມ ໃນການປະຕິບັດຫັນປ່ຽນດີຈີຕອນ

ຄິດໄລ່ຮອດທ້າຍປີ 2018, ປະຊາຊົນຫວຽດນາມເກືອບ 70% ພວມນໍາໃຊ້ອິນເຕີເນັດ. ຕາມຂໍ້ມູນສະຖິຕິຂອງກຸ່ມບໍລິສັດ Miniwatts Marketing, ປະຈຸບັນຫວຽດນາມ ຈັດຢູ່ອັນດັບທີ  13 ໃນກຸ່ມ 20 ປະເທດທີ່ມີຈໍານວນປະຊາຊົນນໍາໃຊ້ອິນເຕີເນັດຫຼາຍທີ່ສຸດໃນໂລກ. ຫວຽດນາມ ຢືນອັນດັບທີ 25/39 ໃນບັນຊີລາຍຊື່ບັນດາປະເທດໄດ້ຄົ້ນຄວ້າມີມາດຕາສ່ວນປະຊາຊົນນຳໃຊ້ໂທລະສັບສະມາດໂຟນໃນຍອດຈຳນວນປະຊາກອນຫຼາຍທີ່ສຸດໃນໂລກ, ນໍາໜ້າພາກພື້ນອາຊີຕາເວັນອອກສ່ຽງໃຕ້. ພ້ອມກັນນັ້ນຫວຽດນາມ ກໍ່ແມ່ນປະເທດທີ່ມີປະລິມານຜູ້ຊົມໃຊ້ໂທລະສັບສະມາດໂຟນເພີ່ມຂຶ້ນສູງທີ່ສຸດໃນໂລກດ້ວຍລະດັບເຕີບໂຕປະມານ 18% (ໄລຍະ 2015-2019). ນີ້ຖືວ່າແມ່ນຄວາມສະດວກຂອງຫວຽດນາມ ໃນວິວັດການຫັນປ່ຽນດີຈີຕອນ.

ປະຈຸບັນ, ບັນດາບໍລິສັດເຕັກໂນໂລຢີຂໍ້ມູນຂ່າວສານ, ໂຄງລ່າງເຕັກໂນໂລຢີ ແລະມາດຕາສ່ວນນໍາໃຊ້ເຕັກໂນໂລຢີຢູ່ຫວຽດນາມ ພວມພັດທະນາໄວທີ່ສຸດ. ຄຽງຂ້າງນັ້ນ, ຫວຽດນາມ ຍັງມີແຫຼ່ງຊັບພະຍາກອນມະນຸດໜຸ່ມ, ສະຫຼາດ, ມັກຮ່ຳຮຽນ, ມີຫົວຄິດປະດິດສ້າງ ແລະມີຄວາມໃຝ່ຝັນຢາກສ້າງຄວາມຮັ່ງມີ. ນີ້ຈະແມ່ນກໍາລັງແກ່ນສານໃຫ້ແກ່ກິດຈະການສ້າງສາ, ພັດທະນາປະເທດຊາດ. ດ້ວຍບັນດາທ່າໄດ້ປຽບນັ້ນ, ວິວັດການຫັນປ່ຽນດີຈີຕອນຢູ່ຫວຽດນາມ ພວມດຶງດູດຄວາມເອົາໃຈໃສ່ຈາກລັດຖະບານ, ວິສາຫະກິດ ແລະປະຊາຊົນ.

leftcenterrightdel
ຫວຽດນາມ ກໍານົດການຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດແມ່ນເງື່ອນໄຂຈໍາເປັນ. ພາບ: ວັນຟອງ.

ຕາມທ່ານ ບຸ່ຍເທ໊ຢຸຍ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລ້ວ, ການຫັນປ່ຽນດີຈີຕອນແມ່ນການນຳໃຊ້ຂໍ້ມູນ, ເຕັກໂນໂລຢີດີຈີຕອນ ເພື່ອປ່ຽນແປງໂດຍສັງລວມ ແລະຮອບດ້ານບັນດາແງ່ມູມຂອງການດຳລົງຊີວິດເສດຖະກິດ-ສັງຄົມ. ນອກຈາກນັ້ນ, ການຫັນປ່ຽນດີຈີຕອນ, ພັດທະນາພື້ນຖານເສດຖະກິດດີຈີຕອນຍັງສ້າງກາລະໂອກາດຫຼາຍຢ່າງໃຫ້ແກ່ວິສາຫະກິດຫວຽດນາມ ເພື່ອຊຸກຍູ້ການເຕີບໂຕເສດຖະກິດ.

ໃນໄລຍະຜ່ານມາ, ບັນດາວິສາຫະກິດ ICT ພັດທະນາຢ່າງແຮງ. ອຸດສາຫະກໍາ ICT ຫວຽດນາມ ສືບຕໍ່ບັນລຸໄດ້ລະດັບເຕີບໂຕດ້ວຍລາຍຮັບສູງ, ມີຄຸນຄ່າການສົ່ງອອກຂະໜາດໃຫຍ່, ລະດັບເຕີບໂຕສະເລ່ຍແຕ່ລະປີບັນລຸໄດ້ປະມານ 20 - 30%.

ປີ 2018, ຍອດລາຍຮັບຂະແໜງອຸດສາຫະກໍາ ICT ບັນລຸ 98,9 ຕື້ໂດລາສະຫະລັດ. ໃນ 10 ປີຜ່ານມາ, ຂອບຂະໜາດ ICT ໄດ້ເພີ່ມຂຶ້ນ 16 ເທົ່າ, ນີ້ແມ່ນໜຶ່ງໃນບັນດາຂະແໜງເສດຖະກິດເຕີບໂຕໄວທີ່ສຸດຂອງທົ່ວປະເທດ. ບັນດາວິສາຫະກິດໃຫຍ່ພາຍໃນປະເທດໄດ້ ແລະພວມຫັນທິດເປັນເຈົ້າຕົນເອງຄົ້ນຄວ້າ, ປະດິດສ້າງ ແລະຜະລິດ. ນໍາໜ້າແມ່ນກຸ່ມບໍລິສັດ Viettel, ກຸ່ມບໍລິສັດ VNPT, FPT, CMC...

ການຫັນປ່ຽນດີຈີຕອນຍັງແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ເພີ່ມສະມັດຕະພາບແຮງງານ, ຊຸກຍູ້ການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ຍົກສູງກໍາລັງຄວາມສາມາດແກ່ງແຍ້ງແຫ່ງຊາດ. ນີ້ກໍ່ແມ່ນກາລະໂອກາດ ເພື່ອໃຫ້ບັນດາປະເທດພວມພັດທະນາຄືຫວຽດນາມ ສາມາດນຳທັນ, ໄປພ້ອມ ແລະລື່ນກາຍ. ທ່ານ ຫງວຽນແມ້ງຮຸ່ງ ຢັ້ງຢືນວ່າ: “ການຫັນປ່ຽນດີຈີຕອນແມ່ນກາລະໂອກາດ, ທ່າໄດ້ປຽບຂອງຫວຽດນາມ. ຖ້າພວກເຮົາສ້າງໄດ້ນະໂຍບາຍທີ່ເໝາະສົມນັ້ນຫວຽດນາມ ຈະກຳແໜ້ນກາລະໂອກາດນີ້ໄດ້ເພື່ອກາຍເປັນປະເທດພັດທະນາ”.

ໂດຍ: ເຈິ່ນຮວ່ຽນ