ສືບຕໍ່ພາລະກໍາ “ປະດິດຄິດສ້າງເພື່ອມະນຸດ”

ທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ, ທ່ານພົນຈັດຕະວາ ເລດັງຢຸງ, ຜູ້ວ່າການປະທານທັງເປັນຜູ້ອໍານວຍການໃຫຍ່ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ໃຫ້ຮູ້ວ່າ, ການສືບຕໍ່ພາລະກໍາ “ປະດິດຄິດສ້າງເພື່ອມະນຸດ” ແລະການຖະແຫຼງຍຸດທະສາດສືບຕໍ່ສວມບົດບາດເປັນເຈົ້າພາທາງໃນຂົງເຂດໂທລະຄົມມະນາຄົມ ແລະເຕັກໂນໂລຢີຂໍ້ມູນຂ່າວສານ, ນໍາໜ້າໃນຂົງເຂດເຕັກໂນໂລຢີ ແລະອຸດສາຫະກໍາ, ປະຕິບັດການຫັນປ່ຽນດີຈີຕອນ ແລະສ້າງສັງຄົມດີຈີຕອນຢູ່ຫວຽດນາມ.

Viettel ຈະຍູ້ແຮງ 3 ຂະແໜງອຸດສາຫະກໍາເຕັກໂນໂລຢີສູງແມ່ນອຸດສາຫະກໍາເອເລັກໂຕນິກໂທລະຄົມມະນາຄົມ, ອຸດສາຫະກໍາປ້ອງກັນຊາດ ແລະອຸດສາຫະກໍາຄວາມໝັ້ນຄົງທາງອິນເຕີແນັດເພື່ອແນໃສ່ພ້ອມກັບໂລກນຳທັນການປະຕິວັດ 4.0; ພ້ອມທັງປະກອບສ່ວນສໍາຄັນເຂົ້າໃນການປົກປັກຮັກສາຄວາມໝັ້ນຄົງ, ອະທິປະໄຕຂອງປະເທດຊາດທັງໃນຂົງເຂດທີ່ເປັນຈິງ ແລະຂົງເຂດທີ່ເໝືອນຈິງ.

leftcenterrightdel
 ລູກຄ້າເຂົ້າຮ່ວມການບໍລິການເຕັກໂນໂລຢີຂໍ້ມູນຂ່າວສານຂອງ Viettel. ພາບ: ວັນຟອງ.

ຕາມທ່ານ ໂດມີງເຟືອງ ຮອງຜູ້ອໍານວຍການໃຫຍ່ ແລ້ວ, ຢູ່ Viettel, ການປ່ຽນແປງໃໝ່ຫົວຄິດປະດິດສ້າງໄດ້ກໍານົດວ່າແມ່ນພາລະກໍາ. ໃນຕະຫຼອດຊຸມປີຜ່ານມານັ້ນ, Viettel ໄດ້ມານະພະຍາຍາມປະຕິບັດພາລະກໍານີ້. ປີນີ້, ຄຳຂວັນການກະທໍາຂອງ Viettel ແມ່ນ “ປ່ຽນແປງໃໝ່ – ປ່ຽນແປງໃໝ່ – ບຸກທະລຸ – ນໍາໜ້າ”. ຄືແນວນັ້ນແມ່ນເພື່ອສະແດງໃຫ້ເຫັນວ່າ, ການປ່ຽນແປງໃໝ່, ການປະດິດຄິດສ້າງແມ່ນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດທີ່ສຸດຢູ່ Viettel.

ທ່ານ ໂດມີງເຟືອງ ຍັງໃຫ້ຮູ້ຕື່ມອີກວ່າພວກຂ້າພະເຈົ້າໄດ້ກໍານົດເອົາບັນດາຜະລິດຕະພັນ, ການບໍລິການຂອງຕົນແນວໃດກໍ່ຕ້ອງໄດ້ສ້າງຂຶ້ນເພື່ອແກ້ໄຂບັນດາບັນຫາໃນຊີວິດການເປັນຢູ່. ຍ້ອນແນວນັ້ນ, ແຕ່ລະຄວາມຕ້ອງການທີ່ເກີດຂຶ້ນຂອງລູກຄ້າ ແລະລູກຄ້າທີ່ມີຄວາມສາມາດບົ່ມຊ້ອນນັ້ນ, ລ້ວນແຕ່ແມ່ນກໍາລັງໜູນເພື່ອໃຫ້ພວກຂ້າພະເຈົ້າປ່ຽນແປງໃໝ່ຫົວຄິດປະດິດສ້າງ.

ສ່ວນທ່ານ ກາວແອັງເຊີນ, ຜູ້ອໍານວຍການໃຫຍ່ Viettel Telecom ແລ້ວ ເພື່ອສືບຕໍ່ຊັກຈູງຕະຫຼາດຫວຽດນາມນັ້ນ, ໃນໄລຍະໃໝ່, Viettel Telecom ໄດ້ຕັ້ງເປົ້າໝາຍໄວ້ວ່າຕ້ອງໃຫ້ກາຍເປັນ Telco ດີຈີຕອນທີ່ມີຈໍານວນລູກຄ້າຫຼາຍກວ່າໝູ່ຢູ່ຫວຽດນາມ, ສ້າງໃຫ້ປະຊາຊົນມີເງື່ອນໄຂໄດ້ນຳໃຊ້ໂທລະສັບສະມາດໂຟນ ແລະການບໍລິການອິນເຕີແນັດ IoT ໃຫ້ໄດ້ 100%, ກວມເອົາ 50% ຂອງຈໍານວນອຸປະກອນທີ່ມີການເຊື່ອມຕໍ່ຢູ່ຫວຽດນາມໃນປີ 2025.

Viettel Telecom ຄວນສ້າງວັດທະນະທໍາດີຈີຕອນ, ສ້າງລະບົບຊີວະພາບໃນການບໍລິການດີຈີຕອນໃຫ້ແກ່ລູກຄ້າ. ສືບຕໍ່ຖືເອົາລູກຄ້າເປັນໃຈກາງ, ເພື່ອສະໜອງບັນດາການບໍລິການດີຈີຕອນຕາມລວງກວ້າງ, ລວງເລິກ, ຄື: ໂທລະພາບ, ຂໍ້ມູນ cloud computing... ໃນພື້ນຖານເຕັກໂນໂລຢີ 4G, 5G.

leftcenterrightdel
 ບັນຊາ ໂຣບົດ ດ້ວຍເຕັກໂນໂລຢີ 5G ຂອງ Viettel. ພາບ: ວັນຟອງ.

Viettel ແມ່ນວິສາຫະກິດສໍາຄັນໃນການຫັນປ່ຽນດີຈີຕອນແຫ່ງຊາດ

ກ່າວຄໍາເຫັນຊີ້ນໍາທີ່ພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຖືວ່າ, ຍັງບໍ່ທັນມີຍາມໃດເທື່ອທີ່ພວກເຮົາຈະມີໂອກາດນຳປະເທດຊາດໃຫ້ມີຄວາມບຸກທະລຸຢ່າງຈະແຈ້ງຄືໃນປະຈຸບັນ. ພັກ, ລັດ ມີຄວາມໄວ້ເນື້ອເຊື່ອໃຈ ແລະມອບໝາຍໜ້າທີ່ນີ້ໃຫ້ກຸ່ມບໍລິສັດ Viettel ຕ້ອງນໍາໜ້າໃນການປະຕິວັດອຸດສາຫະກໍາຄັ້ງທີ 4. ພ້ອມທັງມອບໜ້າທີ່ໃຫ້ກຸ່ມບໍລິສັດ Viettel ຕ້ອງສູ້ຊົນໃຫ້ກາຍເປັນກຸ່ມບໍລິສັດອຸດສາຫະກໍາ ແລະເຕັກໂນໂລຢີທີ່ມີຄວາມເຂັ້ມແຂງທຽບເທົ່າກັບພາກພື້ນ ແລະໂລກ, ແມ່ນບ່ອນຜະລິດບັນດາເຕັກໂນໂລຢີ ແລະສະໜອງຜະລິດຕະພັນເຕັກໂນໂລຢີສູງທີ່ມີຄຸນຄ່າທົ່ວໂລກ.

ທ່ານ ຫງວຽນຊວນຟຸກ ໄດ້ວາງອອກບັນດາຂີດໝາຍໃຫ້ແກ່ການພັດທະນາຂອງ Viettel: ຮອດປີ 2025, Viettel ຕ້ອງບັນລຸໄດ້ເປົ້າໝາຍໃຫ້ຢືນຢູ່ໃນກຸ່ມ 10 ວິສາຫະກິດໂທລະຄົມມະນາຄົມໃຫຍ່ທີ່ສຸດໃນໂລກ; ຮັກສາລະດັບການເຕີບໂຕແຕ່ 10%/ປີຂຶ້ນໄປ. ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນຊາດຫວຽດນາມ, Viettel ຕ້ອງໄດ້ຢືນຢູ່ໃນກຸ່ມບັນດາບໍລິສັດຜະລິດເຕັກໂນໂລຢີສູງທີ່ມີຂອບຂະໜາດອຸດສາຫະກໍາແຖວໜ້າໃນໂລກ.

leftcenterrightdel
ບັນດາຜະລິດຕະພັນຂອງ Viettel ໄດ້ຮັບການຕີລາຄາສູງກ່ຽວກັບຄຸນນະພາບ, ການບໍລິການຈາກລູກຄ້າ. ພາບ: ວັນຟອງ.

ທ່ານ ຫງວຽນຊວນຟຸກ ກໍ່ຊີ້ນໍາກຸ່ມບໍລິສັດຄວນປະຕິບັດຄວາມຮັບຜິດຊອບແມ່ນວິສາຫະກິດສໍາຄັນໃນການຫັນປ່ຽນດີຈີຕອນແຫ່ງຊາດໃຫ້ເປັນຢ່າງດີ, ສຸມໃສ່ການຫັນປ່ຽນລັດຖະບານ, ວິສາຫະກິດ, ສັງຄົມເປັນດີຈີຕອນ; ຜັນຂະຫຍາຍເຕັກໂນໂລຢີ 5G ແລະບັນດາພື້ນຖານໂຄງລ່າງເພື່ອຕອບສະໜອງກາລະໂອກາດພັດທະນາໃນການປະຕິວັດອຸດສາຫະກໍາຄັ້ງທີ 4 ໄດ້ຢ່າງວ່ອງ ໄວ...

ຫວຽດນາມ ຄວນໝູນໃຊ້ການປະຕິວັດອຸດສາຫະກໍາຄັ້ງທີ 4 ໃຫ້ດີທີ່ສຸດເພື່ອພັດທະນາບຸກທະລຸ, ສ້າງສັງຄົມດີຈີຕອນ, ພັດທະນາເສດຖະກິດດີຈີຕອນຢ່າງແຮງ, ນໍາປະເທດຊາດໃຫ້ຫຼຸດພົ້ນອອກຈາກລະດັບລາຍຮັບປານກາງ ແລະມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດອຸດສາຫະກໍາພັດທະນາໃນປີ 2045. ການຫັນປ່ຽນດີຈີຕອນຈະນໍາເອົາການເຕີບໂຕ GDP ມາໃຫ້ຫວຽດນາມໃນແຕ່ລະປີແມ່ນ 1,1%.

ໂດຍ: ເຈິ່ນຮວ່ຽນ