ກໍ່ໃນໂອກາດນີ້, ທ່ານພົນຈັດຕະວາ ເລດັງຢູງ ຜູ້ວ່າການປະທານທັງເປັນຜູ້ອຳນວຍການໃຫຍ່ກຸ່ມບໍລິສັດ Viettel ໄດ້ສົ່ງສານອວຍພອນໃຫ້ຖັນແຖວຄູອາຈານ ແລະພະນັກງານ, ພາລະກອນຂະແໜງກໍ່ສ້າງ Viettel.

leftcenterrightdel
ທ່ານ ບຸ່ຍກວາງຕວ໊ຽນ ກ່າວຄໍາເຫັນທີ່ພິທີ. ພາບ: ມີງດຶກ.

ແບ່ງປັນຄວາມໃນໃຈທີ່ພິທີສະເຫຼີມສະຫຼອງ, ທ່ານ ບຸ່ຍກວາງຕວ໊ຽນ ຫົວໜ້າສະຖາບັນ Viettel ໃຫ້ຮູ້ວ່າ, ປີ 2019, Viettel ໄດ້ຮັບຮູ້ບັນດາຂີດໝາຍທີ່ເປັນໜ້າເອກອ້າງທະນົງໃຈຍ້ອນຄວາມມານະພະຍາຍາມຂອງທົ່ວຂະແໜງກໍ່ສ້າງ, ຂອງບັນດາອົງການ, ຫົວໜ່ວຍ ແລະພະນັກງານ, ພາລະກອນ. ພິເສດແມ່ນໃນເລື່ອງສ້າງວັດທະນະທໍາໃນການຮ່ຳຮຽນ, ຈາກນັ້ນແມ່ນສ້າງ Viettel ໃຫ້ກາຍເປັນສະຖາບັນການຮ່ຳຮຽນຢ່າງເທື່ອລະກ້າວ. ປີ 2019, ການປະຕິບັດເປົ້າໝາຍກາຍເປັນວິສາຫະກິດນໍາໜ້າໃນການກໍ່ສ້າງສັງຄົມດີຈີຕອນນັ້ນ, ການນໍາກຸ່ມບໍລິສັດໄດ້ເອົາໃຈໃສ່ເປັນພິເສດ, ລົງທຶນໃຫ້ແກ່ວຽກງານກໍ່ສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ.

leftcenterrightdel
ລາຍການສະແດງສິລະປະຊົມເຊີຍພິທີສະເຫຼີມສະຫຼອງ. ພາບ: ມີງດຶກ.

ທ່ານ ບຸ່ຍກວາງຕວ໊ຽນ ແບ່ງປັນວ່າ, ເມື່ອຫວນຄືນປີ 2019, ວຽກງານກໍ່ສ້າງບັນລຸໄດ້ບາງຜົນງານ, ສ້າງຂີດໝາຍອັນສະເພາະໃນວິວັດແຫ່ງພູມປັນຍາຂອງພະນັກງານ, ພາລະກອນ Viettel. ທົ່ວກຸ່ມບໍລິສັດໄດ້ຈັດຕັ້ງຊຸດບຳລຸງກໍ່ສ້າງໄດ້ 816 ຊຸດດ້ວຍຜູ້ເຂົ້າຮ່ວມທາງອອນລາຍ ແລະອອັບລາຍ 281.115 ເທື່ອຄົນ.  ມີຫຼາຍອົງການ, ຫົວໜ່ວຍມີອັດຕາພະນັກງານ, ພາລະກອນເຂົ້າຮ່ວມຊຸດບຳລຸງກໍ່ສ້າງຢ່າງໜ້ອຍສຸດແມ່ນ 1 ເທື່ອກວມເອົາ 100%, ຄ່າສະເລ່ຍຂອງທັງກຸ່ມບໍລິສັດແມ່ນເກືອບ 98%...

ໂດຍ: ທະນາພອນ