ສຳນັກຂ່າວສານ Yonhap ໃຫ້ຂ່າວວ່າ ສ.ເກົາຫຼີ ພວມຊັ່ງຊາຄວາມສາມາດບັນລຸໄດ້ຂໍ້ຕົກລົງການຄ້າເສລີ FTA ສະເພາະກັບຫຼາຍປະເທດສະມາຊິກອາຊຽນ ຕື່ມອີກ, ນັ້ນແມ່ນການກະທໍາເພື່ອແນໃສ່ເພີ່ມທະວີການພົວພັນເສດຖະກິດກັບພາກພື້ນໃຫ້ນັບມື້ນັບພັດທະນາກວ່າອີກ.

leftcenterrightdel
ສ.ເກົາຫຼີ ຊັ່ງຊາ FTA ສະເພາະກັບຫຼາຍປະເທດອາຊຽນ. ພາບ: Yonhap News.

ເຈົ້າໜ້າທີ່ຮັບຜິດຊອບນະໂຍບາຍການຄ້າເສລີສັງກັດກະຊວງການຄ້າ, ອຸດສາຫະກໍາ ແລະພະລັງງານສ.ເກົາຫຼີ ໃຫ້ຮູ້ວ່າ “ພວກຂ້າພະເຈົ້າພວມຊັ່ງຊາຄວາມສາມາດບັນລຸໄດ້ຂໍ້ຕົກລົງການຄ້າເສລີ” ກັບໜຶ່ງໃນ 5 ປະເທດ: ບຣູໄນ, ກໍາປູເຈຍ, ລາວ, ມຽນມາ ແລະໄທ ຄືດັ່ງຄວາມມານະພະຍາຍາມສ່ວນໜຶ່ງເພື່ອຊຸກຍູ້ການຮ່ວມມືເສດຖະກິດສອງຝ່າຍ.

ໃນປະຈຸບັນຖ້າວ່າການເຈລະຈາທັງໝົດໄດ້ປະສົບຜົນສໍາເລັດ, ເຊີອູນ ຈະມີສັນຍາ FTA ກັບ 5 ປະເທດຄູ່ຮ່ວມມືການຄ້າແຖວໜ້າຂອງອາຊຽນ. ສ.ເກົາຫຼີ ມີສັນຍາ FTA ກັບ ສິງກະໂປ ແລະຫວຽດນາມ ແລ້ວ, ເຊິ່ງມີຜົນສັກສິດມາແຕ່ປີ 2006 ແລະ2015.

ໂດຍ: ເສດີໄຊ