ບັນດາມາດຕະຖານເພື່ອໃຫ້ຄະນະຈັດຕັ້ງຕັດສິນມອບລາງວັນໃຫ້ Viettel Telecom ນັ້ນລວມມີ: ລະດັບຄວາມໄວຂອງການເຕີບໂຕ data (ຂໍ້ມູນ), ຄວາມເປັນຫຼາຍຮູບຫຼາຍແບບໃນການບໍໍລິການ, ຂອບເຂດສະໜອງ, ການລົງທຶນພື້ນຖານໂຄງລ່າງ ແລະລະບົບນິເວດໂທລະຄົມມະນາຄົມດີທີ່ສຸດ.

ກ່າວຄໍາເຫັນທີ່ພິທີ, ທ່ານ ກາວແອັງເຊີນ, ຜູ້ອໍານວຍການໃຫຍ່ Viettel Telecom ໃຫ້ຮູ້ວ່າ “ນີ້ແມ່ນຄວາມຮັບຮູ້ຂອງປະຊາຄົມສາກົນທີ່ພິສູດໃຫ້ເຫັນທິດທາງເດີນທີ່ຖືກຕ້ອງຂອງຍຸດທະສາດການຫັນປ່ຽນດີຈີຕອນຂອງ Viettel. ພວກຂ້າພະເຈົ້າຈະສືບຕໍ່ມານະພະຍາຍາມໃຫ້ຫຼາຍກວ່ານີ້ອີກເພື່ອແນໃສ່ເອົາບັນດາຜະລິດຕະພັນດີທີ່ສຸດມາໃຫ້ແກ່ລູກຄ້າ, ບໍ່ສະເພາະແຕ່ data ເທົ່ານັ້ນ.

leftcenterrightdel
ທ່ານ ກາວແອັງເຊີນ, ຜູ້ອໍານວຍການໃຫຍ່ Viettel Telecom ຮັບລາງວັນຈາກຄະນະຈັດຕັ້ງ. ພາບ: qdnd.vn.

ທີ່ຫວຽດນາມ, Viettel Telecom ແມ່ນບໍລິສັດໂທລະຄົມມະນາຄົມພື້ນຖານໂຄງລ່າງ 3ຈີ/4ຈີ ໃຫຍ່ທີ່ສຸດຢູ່ຫວຽດນາມ ດ້ວຍສະຖານີຮັບສົ່ງສັນຍານກວ່າ 70.000 ແຫ່ງ, Viettel Telecom ກໍ່ພວມມີເບີໂທ 3ຈີ/4ຈີ ຫຼາຍທີ່ສຸດ ແລະເຕີບໂຕຢ່າງລຽນຕິດ, ພິເສດແມ່ນເບີໂທ 4ຈີ. ລະອຽດພຽງໃນ 9 ເດືອນໃນປີ 2019, ຈໍານວນເບີໂທ 4ຈີ ໄດ້ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກັບປີ 2018, ບັນລຸ 21 ລ້ານເບີໂທ (ກວມເອົາ 65% ຍອດຈໍານວນເບີໂທພວມນໍາໃຊ້ data ຂອງ Viettel).

ບໍ່ພຽງແຕ່ນໍາໜ້າໃນການນໍາເອົາບັນດາເຕັກໂນໂລຢີໃໝ່ຫຼ້າສຸດຄື 4ຈີ ມາໃຫ້ຫວຽດນາມ ເທົ່ານັ້ນ ແລະໃກ້ຈະມາເຖິງນີ້ແມ່ນ 5ຈີ ຕື່ມອີກ, Viettel ຍັງສະໜອງ data ໄລຍະສັ້ນຫຼາຍແພັກເກັດຕື່ມອີກເປັນຕົ້ນແມ່ນ (1ວັນ, 3ວັນ, 7ວັນ) ດ້ວຍລາຄາຖືກ, ສ້າງເງື່ອນໄຂສະດວກໃຫ້ລູກຄ້າຢູ່ທຸກເກນອາຍຸເພດໄວ ແລະເຂດພາກຕ່າງໆກໍ່ລ້ວນແຕ່ມີໂອກາດສໍາຜັດກັບອິນເຕີແນັດ, ນໍາການບໍລິການແຜ່ຂະຫຍາຍໄປທົ່ວປະເທດຫວຽດນາມ.

ໂດຍ: ເກື່ອງດັ້ງ