ກຽມພ້ອມພັດທະນາ chipset ແລະອຸປະກອນໃຫ້ແກ່ເຄືອຂ່າຍ 5G

ພັດທະນາວິສາຫະກິດເຕັກໂນໂລຢີຫວຽດນາມ ຕາມແຜນນະໂຍບາຍ “Make in Vietnam” ແມ່ນວິທີເພື່ອແກ້ໄຂບັນຫາສະມັດຕະພາບແຮງງານ ແລະລື່ນ​ກາຍ​ລະ​ດັບລາຍຮັບ​ປານ​ກາງ. ສໍາລັບຂົງເຂດອຸດສາຫະກຳເອເລັກໂຕນິກ, ໂທລະຄົມມະນາຄົມ, ເປັນເຈົ້າເຕັກໂນໂລຢີໄດ້ວາງອອກເປົ້າໝາຍແມ່ນຜະລິດ chipset ໃຫ້ແກ່ເຄືອຂ່າຍ 5G ແລະບັນດາອຸປະກອນ IoT. ໃນໄລຍະຜ່ານມາ, ບັນດາວິສາຫະກິດເຕັກໂນໂລຢີຂະໜາດໃຫຍ່ຢູ່ຫວຽດນາມ, ຄື: ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ກຸ່ມບໍລິສັດໄປສະນີ-ໂທລະຄົມມະນາຄົມຫວຽດນາມ (VNPT)... ໄດ້ພັດທະນາບັນດາອຸປະກອນເຄືອຂ່າຍ 5G ແລະໂຄງການ chipset.

ຕາມທ່ານພັນຕີ ຫງວຽນເກືອງຮວ່າງ, ຮອງຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel ແລ້ວ: ຊອບແວ ແລະຮາດແວທັງໝົດໃຫ້ແກ່ອຸປະກອນ 5G ລ້ວນແຕ່ໄດ້ Viettel ຄົ້ນຄວ້າ ແລະຜະລິດຢູ່ຫວຽດນາມ. ຮອດປີ 2020, ເປົ້າໝາຍຂອງ Viettel ແມ່ນສາມາດຜັນຂະຫຍາຍບັນດາ microcell ຢູ່ໃນເຄືອຂ່າຍ ແລະສໍາເລັດ Core 5G NSA EN-DC. ຕໍ່ຈາກນັ້ນແມ່ນຜັນຂະຫຍາຍບັນດາ macrocell ແລະສໍາເລັດ Core 5G SA. ຮອດເດືອນກໍລະກົດ 2020, Viettel ຈະປະກາດ chip ASIC ທໍາອິດ ແລະເດືອນ ເມສາ 2021 Viettel ຈະຜະລິດ chip DFE...

leftcenterrightdel
Viettel ຕິດຕັ້ງໂຄງລ່າງເຄືອຂ່າຍ 5G. ພາບ: ຫງວຽນຮຸ່ງ.

ໂດຍແມ່ນວິສາຫາກິດຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນ, ແຕ່ບໍລິສັດຫຸ້ນສ່ວນຄົ້ນຄວ້າ ແລະຜະລິດ VinSmart (ກຸ່ມບໍລິສັດ Vingroup) ກໍ່ພວມມີຍຸດທະສາດພັດທະນາ 5G.  ວິສາຫະກິດນີ້ພວມສຸມໃສ່ຄົ້ນຄວ້າ ແລະຈະຜະລິດບັນດາລະບົບອຸປະກອນ 5G, IoT. Vinsmart ສ້າງຫ້ອງ lab ເພື່ອໜູນຊ່ວຍການຄົ້ນຄວ້າ, ພັດທະນາໂທລະສັບມືຖື 5G ແລະບັນດາອຸປະກອນໂທລະຄົມມະນາຄົມ 5G.

ອອກແບບ ແລະຜະລິດ chipset ແມ່ນຂົງເຂດຍາກທີ່ສຸດ ແລະໃໝ່ສໍາລັບບັນດາວິສາຫະກິດເຕັກໂນໂລຢີຫວຽດນາມ. ທ່ານພັນຕີ ຫງວຽນເກືອງຮວ່າງ ຖືວ່າ: ຄວາມຫຍຸ້ງຍາກລວມຂອງວິສາຫະກິດເມື່ອຜະລິດອຸປະກອນ 5G ແມ່ນຂາດຄວາມເຊື່ອໝັ້ນຈາກຊາວຫວຽດນາມ ແລະຂາດຊ່ຽວຊານອອກແບບ chip...

ລັດຖະບານຄວນສວມບົດບາດດັດສົມເພື່ອສ້າງລະບົບຊີວະພາບ chipset

ແບ່ງປັນບົດຮຽນກັບບັນດາວິສາຫະກິດຫວຽດນາມ, ທ່ານ Jamie Schaeffer, ຜູ້ອໍານວຍການຂັ້ນສູງກ່ຽວກັບການຄຸ້ມຄອງຜະລິດ ແລະເຕັກໂນໂລຢີມາຈາກກຸ່ມບໍລິສັດ Global Foundries ໃຫ້ຂໍ້ສັງເກດວ່າ, ຢາກພັດທະນາ chipset ແລະອຸປະກອນ 5G, ລັດຖະບານຄວນສວມບົດບາດດັດສົມ. ລັດຖະບານຄວນສ້າງຕະຫຼາດໃຫ້ບັນດາຜະລິດຕະພັນ chip ໂດຍວິສາຫະກິດຫວຽດນາມ ອອກແບບ. ທ່ານ Jamie Schaeffer ກໍ່ໃສ່ໃຈວ່າການພັດທະນາ chipset ຕ້ອງເສຍຄ່າຫຼາຍທີ່ສຸດ, ຕ້ອງການບ້ວງທຶນຫຼາຍ, ຍ້ອນເຫດນັ້ນ, ບັນດາບໍລິສັດຄວນຮ່ວມມືນຳກັນເພື່ອນຳໃຊ້ແຫຼ່ງທຶນຢ່າງມີປະສິດທິຜົນ...

ທ່ານນາງ ຫງວຽນທິບິກອ່ຽນ, ຊ່ຽວຊານໃນຂົງເຂດເຄິ່ງຊັກນຳໄຟຟ້າສະເໜີວ່າ, ມາດຕະການເພື່ອໃຫ້ຊາວຫວຽດນາມ ພາຍໃນ ແລະຕ່າງປະເທດຮ່ວມກັນຜະລິດ ແລະພັດທະນາອຸປະກອນ 5G ແມ່ນຈໍາເປັນທີ່ສຸດ. ດ້ານອື່ນ, ໂຮງຮຽນມະຫາວິທະຍາໄລ ແລະວິສາຫະກິດຄວນຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກ ເພື່ອກໍ່ສ້າງຊັບພະຍາກອນມະນຸດ, ຄົ້ນຄວ້າ ແລະນໍາບັນດາອຸປະກອນເຂົ້າໃນການຜະລິດ.

ຕໍ່ໜ້າຂໍ້ສະເໜີຂອງບັນດາວິສາຫະກິດກໍ່ຄືບັນດາຊ່ຽວຊານ, ທ່ານ ຟານເຕິມ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຮູ້ວ່າ: “ກະຊວງຈະໜູນຊ່ວຍຊຸກຍູ້ການພັດທະນາຂອງຂົງເຂດ chipset  ດ້ວຍບົດບາດແມ່ນຜູ້ກຳນົດນະໂຍບາຍ. ຄຽງຂ້າງນັ້ນ, ກະຊວງຈະມີຄວາມຮັບຜິດຊອບສ້າງຍຸດທະສາດ ເພື່ອກໍານົດແຈ້ງບົດບາດ ແລະຄວາມຮັບຜິດຊອບຂອງລັດໃນເລື່ອງຊຸກຍູ້ແຜນການພັດທະນາ chipset ຂອງບັນດາວິສາຫະກິດຫວຽດນາມ ກວ່າອີກ. ພິເສດ, ກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໃຫ້ຄໍາໝັ້ນສັນຍາຮ່ວມກັນແກ້ໄຂທຸກໆຄວາມຫຍຸ້ງຍາກຂອງວິສາຫະກິດໃນຂົງເຂດນີ້”.

ໂດຍ: ທະນາພອນ