Lumitel ເລີ່ມສະໜອງບໍລິການ E-wallets ໃນເດືອນມີນາ 2017. ເຖິງຢ່າງໃດກໍ່ຕາມ, ພາຍຫຼັງການສະໜອງບໍລິການຍັງບໍ່ຮອດ 1 ປີ, E-wallets ຂອງ Lumitel ສ້າງໄດ້ລະບົບຊ່ອງທາງຈໍາໜ່າຍດ້ວຍສາຂາຈຳໜ່າຍ 16.793 ແຫ່ງ, ປົກຄຸມ 86% ເນື້ອທີ່ ບູຣຸນດີ ແລະກາຍເປັນບໍລິການ mobile money ມີຊ່ອງທາງຈໍາໜ່າຍໃຫຍ່ທີ່ສຸດຢູ່ ບູຣຸນດີ.

leftcenterrightdel
ເຄືອຂ່າຍ Lumitel ຢູ່ ບູຣຸນດີ (ອາຟະລິກາ) ໄດ້ຮັບຄວາມສົນໃຈຈາກປະຊາຊົນ. ພາບ: ແທັງຮ່າ.

ປະຈຸບັນ, E-wallets ຂອງ Lumitel ແມ່ນ E-wallets ອັນດັບທີ 1 ຢູ່ ບູຣຸນດີ. ດ້ວຍ E-wallets ນີ້, ປະຊາຊົນ ບູຣຸນດີ ສາມາດໂອນເງິນ, ຖອນເງິນໃນທົ່ວປະເທດ, ຊໍາລະຄ່ານ້ຳ, ຄ່າໄຟ, ພາສີ, ອາກອນ... ດ້ວຍໂທລະສັບມືຖື. ພາຍຫຼັງຜັນຂະຫຍາຍການບໍລິການສໍາເລັດ, E-wallets ຂອງ Lumitel ພວມພັດທະນາບັນດາວິທີການຊໍາລະເງິນໃຫ້ແກ່ລູກຄ້າທີ່ແມ່ນວິສາຫະກິດ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງສາກົນ (UNHCR, WFP ...). ໃນອະນາຄົດ, E-wallets ນີ້ຈະຜັນຂະຫຍາຍບັນດາບໍລິການໃໝ່, ຄື: API, ລະຫັດ QR ແລະ APP...

ພາຍຫຼັງເຄື່ອນໄຫວໄດ້ 2 ປີກວ່າ, E-wallets ຂອງ Lumitel ໄດ້ປະກອບສ່ວນສໍາຄັນນໍາອັດຕາປະຊາກອນ ບູຣຸນດີ ນໍາໃຊ້ E-wallets ໄດ້ 18%, ສູງກວ່າເມື່ອທຽບໃສ່ກັບບັນຊີທະນາຄານ (ກວມເອົາ 7% ຈໍານວນປະຊາກອນ).

ທ່ານນາງ Remy Ndayishimiye ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານ ບູຣຸນດີ ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າຕີລາຄາສູງຕໍ່ການບໍລິການ E-wallets ຂອງ Lumitel. E-wallets ຂອງ Lumitel ບໍ່ພຽງແຕ່ສ້າງເງື່ອນໄຂໃຫ້ແກ່ປະຊາຊົນຢູ່ຕົວເມືອງເທົ່ານັ້ນ ຫາກຍັງມຸ່ງໄປເຖິງປະຊາຊົນຢູ່ເຂດຊົນນະບົດທີ່ປະສົບຄວາມຫຍຸ້ງຍາກອີກດ້ວຍ. ລາຄາກໍ່ຖືກກວ່າຫຼາຍ”.

ໂດຍ: ທະນາພອນ