ໃນບົດຂຽນທີ່ມີຫົວຂໍ້ວ່າ “ຍ້ອນຫຍັງບັນດານັກລົງທຶນຖືຫວຽດນາມ ແມ່ນ “ດວງດາວ” ຕໍ່ໄປຂອງໂລກທີ່ພວມພັດທະນາ?” ລົງຢູ່ໃນໜັງສືພິມ The Telegraph ຂອງອັງກິດ, ທ່ານ Tom Stevenson, ຜູ້ອໍານວຍການລົງທຶນຢູ່ບໍລິສັດ Fidelity International ຖືວ່າທ່າແຮງບົ່ມຊ້ອນກ່ຽວກັບກໍາລັງແຮງງານ, ວິວັດການຫັນເປັນຕົວເມືອງ, ທ່າໄດ້ປຽບກ່ຽວກັບພູມີປະເທດແມ່ນບັນດາປັດໄຈທີ່ເຮັດໃຫ້ຫວຽດນາມ ນັບມື້ນັບດຶງດູດນັກລົງທຶນຕ່າງປະເທດໄດ້ຫຼາຍຂຶ້ນ.

ຄຽງຂ້າງນັ້ນ, ຫວຽດນາມ ມີທ່າໄດ້ປຽບກ່ຽວກັບພູມີປະເທດ ເມື່ອຕິດກັບທິດໃຕ້ຂອງປະເທດຈີນ ແລະສາມາດສໍາຜັດຕະຫຼາດບໍລິໂພກທີ່ມີປະຊາກອນ 1,4 ຕື້ຄົນນີ້ໄດ້ຢ່າງງ່າຍດາຍ. ການຫັນເປັນຕົວເມືອງກໍ່ແມ່ນກໍາລັງໜູນຕົ້ນຕໍຂອງການເຕີບໂຕບໍລິໂພກ ແລະຄາດຄະເນວ່າວິວັດການຫັນເປັນຕົວເມືອງຢູ່ຫວຽດນາມ ຈະໄດ້ຮັບການຍູ້ໄວໃນໄລຍະຈະມາເຖິງ.

leftcenterrightdel
Grab ປະກາດຈະລົງທຶນ 500 ລ້ານໂດລາສະຫະລັດ ເພື່ອເປີດກວ້າງເຄືອຂ່າຍຢູ່ຫວຽດນາມ ໃນ 5 ປີຈະມາເຖິງ. ພາບ: EPA.

ໃນບົດຂຽນອື່ນອີກທີ່ເອົາລົງຢູ່ໃນໜັງສືພິມຂອງສິງກະໂປ, ທ່ານ Sam Cheong Chwee,  ຜູ້ອໍານວຍການໃຫຍ່ຄຸ້ມຄອງ ແລະທີ່ປຶກສາລົງທຶນຕ່າງປະເທດສັງກັດທະນາຄານ UOB ໄດ້ຖືວ່າຫວຽດນາມ ພວມກາຍເປັນ “ດວງດາວທີ່ໃສແຈ້ງ” ກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້. ຕາມນັ້ນແລ້ວ, ໃນຊຸມປີມໍ່ໆມານີ້, ປະລິມານການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄຫຼເຂົ້າສູ່ຕະຫຼາດຫວຽດນາມ ພວມໄດ້ຮັບການເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ.

ທ່ານ Sam Cheong Chwee ເນັ້ນໜັກວ່າ, ບັນລຸໄດ້ບັນດາຜົນງານຄືດັ່ງກ່າວແມ່ນຍ້ອນລັດຖະບານຫວຽດນາມ ໄດ້ມານະພະຍາຍາມພັດທະນາພື້ນຖານໂຄງລ່າງຢູ່ບັນດາເຂດເສດຖະກິດ ແລະເຂດອຸດສາຫະກໍາຈຸດສຸມ, ຜ່ານນັ້ນຊ່ວຍຍົກສູງກໍາລັງຄວາມສາມາດດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ.

ທ່ານ Sam Cheong Chwee ໄດ້ຍົກອອກຄໍາສະຫຼຸບໃນບົດຂຽນຢູ່ໃນໜັງສືພິມຂອງສິງກະໂປ ວ່າ “ການເຕີບໂຕດ້ານເສດຖະກິດ ແລະອຸດສາຫະກໍາຈະຊ່ວຍໃຫ້ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມື ແລະຕະຫຼາດທີ່ມີຄວາມສໍາຄັນຢູ່ອາຊີຕາເວັນອອກສ່ຽງໃຕ້ໃນທົດສະວັດຕໍ່ໄປ”.

ຄ້າຍຄືກັນນີ້, ຫວ່າງແລ້ວນີ້  ໜັງສືພິມ Korea JoongAng Daily ກໍ່ມີບົດຂຽນສັງເກດວ່າ ຫວຽດນາມ ແມ່ນ “ປະເທດແຫ່ງໂອກາດທາງດ້ານເສດຖະກິດ” ແລະພວມກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດແຖວໜ້າຢູ່ອາຊີ. ປະຈຸບັນ, ບັນດາບໍລິສັດ ສ.ເກົາຫຼີ ພວມສືບຕໍ່ເພີ່ມທະວີການຮ່ວມມື ແລະລົງທຶນຢູ່ຫວຽດນາມ, ພົ້ນເດັ່ນແມ່ນເລື່ອງບັນດາກຸ່ມບໍລິສັດຂະໜາດໃຫຍ່ຂອງ ສ.ເກົາຫຼີ ຄື: Samsung, LG, Hyosung ແລະ Kumho ພວມລົງທຶນເຂົ້າບັນດາໂຮງງານຜະລິດຂະໜາດໃຫຍ່ຢູ່ຫວຽດນາມ.

ກ່ຽວກັບການຮ່ວມມືການຄ້າ-ການລົງທຶນລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ, ໃນຊຸມປີຈະມາເຖິງ, ຫວຽດນາມ ອາດຈະສວມບົດບາດແມ່ນໃຈກາງຜະລິດຂອງ ສ.ເກົາຫຼີ, ພ້ອມກັນນັ້ນ ກໍ່ຊ່ວຍປະເທດນີ້ພັດທະນາເຕັກໂນໂລຢີຂອງຕົນ. ຍອດເງິນລົງທຶນທັງໝົດ ເຊິ່ງບັນດາບໍລິສັດ ສ.ເກົາຫຼີ ໄດ້ລົງທຶນເຂົ້າຫວຽດນາມ ໃນໄລຍະ 1992-2017 ບັນລຸໄດ້ລະດັບ 50 ຕື້ໂດລາສະຫະລັດ.

ບົດຂຽນຖືວ່າ ມີພຽງແຕ່ການລົງທຶນເທົ່ານັ້ນທີ່ໄດ້ສະແດງໃຫ້ເຫັນຄວາມຫວັງຂອງບັນດາບໍລິສັດ ສ.ເກົາຫຼີ ທີ່ມີຕໍ່ຕະຫຼາດຫວຽດນາມ ແລະບັນດາການປ່ຽນແປງຢ່າງແຮງໃນເລື່ອງຮັບເອົາການລົງທຶນຈາກຕ່າງປະເທດໄດ້ຮັບຖືວ່າເປັນປັດໄຈສໍາຄັນໃນການຮັບປະກັນໃຫ້ຫວຽດນາມ ເຂົ້າຮ່ວມລະບົບມູນຄ່າທົ່ວໂລກໄດ້ຢ່າງວ່ອງໄວ.

ໂດຍ: ທະນາພອນ