ສໍາລັບຮ່າໂນ້ຍ, Viettel ໄດ້ກະຈາຍສັນຍານ NB-IoT ເກືອບ 500 ສະຖານີຢູ່ເມືອງເກົ່າເຢີ໊ຍ ແລະບັນດາເມືອງທີ່ຢູ່ຊານເມືອງ. ໃນເດືອນກັນຍານີ້. ສັນຍານ NB-IoT ຂອງ Viettel ຈະກະຈາຍ 100% ໄປທົ່ວນະຄອນຫຼວງດ້ວຍຈຳນວນສະຖານີຄືກັນນະຄອນໂຮ່ຈີມິນ.

ຜູ້ຕາງໜ້າ Viettel, ທ່ານ ຕ່າວດຶກຖັ໋ງ, ຮອງຜູ້ອໍານວຍການໃຫຍ່ກຸ່ມບໍລິສັດ ໃຫ້ຮູ້ວ່າ: “ບໍ່ພຽງແຕ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ເທົ່ານັ້ນ ຫາກເປົ້າໝາຍຂອງ Viettel ແມ່ນນໍາເອົາເຕັກໂນໂລຢີ IoT ໄປໃຫ້ທຸກແຂວງ, ນະຄອນໃນທົ່ວປະເທດ ແລະບັນດາຕະຫຼາດຕ່າງປະເທດ”.

leftcenterrightdel
ລູກຄ້ານໍາໃຊ້ບໍລິການໂທລະຄົມມະນາຄົມຂອງ Viettel. ພາບ: ວັນຟອງ.

ເຕັກໂນໂລຢີ NB-IoT ໂດຍ Viettel ອອກແບບ, ພັດທະນາໃນພື້ນຖານໂຄງລ່າງ 4G ທີ່ມີຢູ່ແລ້ວ ລວມມີທັງສະຖານີຕົ້ນ, ອັງແຕນ ແລະຄວາມຖີ່ກວ້າງທີ່ໄດ້ຮັບໃບອະນຸຍາດ. NB-IoT ສັງກັດກຸ່ມເຕັກໂນໂລຢີ Low Power WAN IoT (ເຄືອຂ່າຍບໍລິເວນກວ້າງ, ກໍາລັງແຮງຕໍ່າໃຫ້ IoT) ດ້ວຍຈຸດດີແມ່ນບໍລິເວນສົ່ງສັນຍານກວ້າງ, ປະຢັດຖ່ານ, ຄ່າໃຊ້ຈ່າຍເຊື່ອມຕໍ່ອຸປະກອນຕ່ຳ...

ຄາດຄະເນວ່າໃນວັນທີ 21 ກັນຍາຈະມາເຖິງ, Viettel ຈະຈັດຕັ້ງເຫດການປະກາດການກະຈາຍສັນຍານພື້ນຖານໂຄງລ່າງໃຫ້ IoT ແລະ 5G  ຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນສ້າງນະຄອນນີ້ໃຫ້ກາຍເປັນຕົວເມືອງສະຫຼາດ ແລະຍົກສູງຄຸນນະພາບການດໍາລົງຊີວິດຂອງປະຊາຊົນ.

ໂດຍ: ກວຽດເຕິມ