leftcenterrightdel
ພາບປະກອບຈາກ: vneconomy.vn.

ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel) ເປັນກຽດໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີຫວຽດນາມ ກ່ຽວກັບບັນດາປະກອບສ່ວນຂອງວິສາຫະກິດໃນຊຸມປີຜ່ານມາ. Viettel ສືບຕໍ່ແມ່ນວິສາຫະກິດເສຍອາກອນຫຼາຍກວ່າໝູ່ຢູ່ຫວຽດນາມ ຕາມການປະກາດຂອງກົມໃຫຍ່ພາສີກ່ຽວກັບບັນຊີລາຍຊື່ 1.000 ວິສາຫະກິດເສຍອາກອນລາຍຮັບວິສາຫະກິດຫຼາຍທີ່ສຸດຢູ່ຫວຽດນາມ ປີ 2018. ນີ້ແມ່ນປີທີ 3 ຢ່າງລຽນຕິດເຊິ່ງ Viettel ຮັກສາລໍາດັບສູງສຸດໃນບັນຊີລາຍຊື່ນີ້. ຈໍານວນເງິນເສຍອາກອນຂອງ Viettel ປີ 2018 ແມ່ນ 36.790 ຕື້ດົ່ງ, ກວມເອົາ 70% ຈໍານວນເງິນເສຍອາກອນເຂົ້າງົບປະມານແຫ່ງລັດຂອງທົ່ວຂະແໜງໂທລະຄົມມະນາຄົມ, ເຕັກໂນໂລຢີຂໍ້ມູນຂ່າວສານ...

ໂດຍ: ເກື່ອງດັ້ງ