leftcenterrightdel
ລູກຄ້າຜູ້ໂຊກດີໄດ້ຮັບລາງວັນທີ່ໜຶ່ງດ້ວຍມູນຄ່າ 1 ຕື້ດົ່ງ. ພາບ: ຫງວຽນຖຸຍ.

ຕາມນັ້ນແລ້ວ, ລາງວັນທີ 1 (ປື້ມເງິນຝາກປະຢັດດ້ວຍມູນຄ່າ 1 ຕື້ດົ່ງ) ໄດ້ແກ່ລູກຄ້າ ວ່ອງອາແຈ໋ງ ເປັນພໍ່ຄ້າຊາວຂາຍທີ່ມາຈາກແຂວງເລີມດົ່ງ, ເຊິ່ງໄດ້ນໍາໃຊ້ບໍລິການຂອງ Viettel ເປັນເວລາ 10 ປີແລ້ວ. ນອກຈາກລາງວັນນີ້, Viettel ກໍມອບລົດຈັກຍີ່ຫໍ້ Honda SH 125i  ຈໍານວນ 5 ຄັນ ແລະໂທລະສັບມືຖື iPhone XS Max ຈໍານວນ 68 ໜ່ວຍໃຫ້ແກ່ລູກຄ້າຜູ້ໂຊກດີຢູ່ຮ່າໂນ້ຍ. Viettel ກໍ່ຈັດຕັ້ງພິທີມອບບັນດາລາງວັນທີ່ຍັງເຫຼືອ (ໃນຈໍານວນລົດຈັກ SH125i ທັງໝົດ 30 ຄັນ ແລະ ໂທລະສັບມືຖື iPhone XS Max 300 ໜ່ວຍ)  ຢູ່ 45 ແຂວງ, ນະຄອນ ໃນທົ່ວປະເທດທີ່ມີລູກຄ້າຜູ້ໂຊກດີໄດ້ຮັບລາງວັນ. ກ່ອນໜ້ານັ້ນ, ຫຼາຍລ້ານລາງວັນລວມມີການບໍລິການ ແລະຄະແນນ Viettel++  ກໍ່ໄດ້ບວກເຂົ້າບັນຊີຂອງລູກຄ້າຜູ້ໂຊກດີໂດຍກົງ - ຍອດມູນຄ່າລາງວັນທັງໝົດຂອງລາຍການແມ່ນຂຶ້ນເຖິງ 30 ກວ່າຕື້ດົ່ງ.

ໂດຍ: ໄຊຊະນະ