ງານຕະຫຼາດນັດປີນີ້ດຶງດູດກວ່າ 350 ວິສາຫະກິດສະເພາະກ່ຽວກັບຂົງເຂດອຸດສາຫະກໍາທີ່ມາຈາກຫຼາຍປະເທດຄື: ຫວຽດນາມ, ສ. ເກົາຫຼີ, ສປ. ຈີນ, ຍີ່ປຸ່ນ, ລັດເຊຍ...

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າ. ພາບ: ລາຢຸຍ.

ນອກຈາກນັ້ນ, ທີ່ງານຕະຫຼາດນັດຍັງດໍາເນີນບັນດາລາຍການສົ່ງເສີມການຄ້າ, ເຊື່ອມຈອດການພົວພັນດ້ານການຄ້າເພື່ອແນໃສ່ສ້າງໂອກາດເພື່ອໃຫ້ບັນດາວິສາຫະກິດທັງຢູ່ພາຍໃນ ແລະຕ່າງປະເທດແລກປ່ຽນ, ຮ່ວມມືດໍາເນີນທຸລະກິດຢ່າງເລິກເຊິ່ງກວ້າງຂວາງ ແລະກອງປະຊຸມສຳມະນາຕ່າງໆ ເພື່ອແນໃສ່ຊອກຫາມາດຕະການຊຸກຍູ້ຂະແໜງອຸດສາຫະກໍາພັດທະນາແບບຍືນຍົງ.

ກ່າວຄໍາເຫັນທີ່ງານຕະຫຼາດນັດ, ທ່ານ ຕ້າກວາງດົງ, ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະການທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ເລີ່ມກ້າວເຂົ້າສູ່ໄລຍະເຊື່ອມໂຍງເຂົ້າພື້ນຖານເສດຖະກິດສາກົນຢ່າງເລິກເຊິ່ງກວ້າງຂວາງ. ການປະຕິວັດອຸດສາຫະກໍາ 4.0 ສາມາດນຳມາໃຫ້ຫວຽດນາມ ຫຼາຍກາລະໂອກາດເພື່ອຍູ້ໄວການຫັນເປັນອຸດສາຫະກໍາ, ທັນສະໄໝ; ພ້ອມທັງກໍ່ນຳເອົາສິ່ງທ້າທາຍມາໃຫ້ວິວັດການພັດທະນາ. ຕໍ່ໜ້າບັນດາກາລະໂອກາດ ແລະສິ່ງທ້າທາຍໃໝ່, ບັນດາວິສາຫະກິດຫວຽດນາມ ເວົ້າລວມ ແລະວິສາຫະກິດເຄື່ອນໄຫວໃນຂົງເຂດອຸດສາຫະກໍາເວົ້າສະເພາະຄວນຂົນຂວາຍຕາມທິດຮັບໃຊ້ຕະຫຼາດພາຍໃນປະເທດ ແລະສ້າງກຳລັງຄວາມສາມາດຜະລິດໃໝ່ເພື່ອກຳແໜ້ນບັນດາກາລະໂອກາດສົ່ງອອກໃນສະພາບແວດລ້ອມແຫ່ງການແກ່ງແຍ້ງຢ່າງສະເໝີພາບ.

ໂດຍ: ເກື່ອງດັ້ງ