ກ່ອນໜ້ານັ້ນ, ພາຍໃຕ້ການເປັນສັກຂີພິຍານຂອງພະແນກອຸດສາຫະກໍາ ແລະການຄ້ານະຄອນຮ່າໂນ້ຍ, ຕາງໜ້າບໍລິສັດນໍ້າປະປາເລກ 2 - ນະຄອນຮ່າໂນ້ຍ ແລະລູກຄ້າ..., Viettel ຮ່າໂນ້ຍ ໄດ້ຈັດຕັ້ງພິທີຈົກສະຫຼາກເພື່ອຊອກຫາຜູ້ໂຊກດີໄດ້ຮັບລາງວັນຈາກລາຍການ.

leftcenterrightdel
ຄະນະຈັດຕັ້ງ ມອບລາງວັນພິເສດໃຫ້ແກ່ເອື້ອຍ ເຈິ່ນທິຕວ໊ຽນ. ພາບ: ວັນຟອງ.

ຜົນການຈົກສະຫຼາກປະກົດວ່າ, ເອື້ອຍ ເຈິ່ນທິຕວ໊ຽນ ຢູ່ຊ໊ອກເຊີນ, ນະຄອນຮ່າໂນ້ຍ ເປັນລູກຄ້າຜູ້ໂຊກດີໄດ້ຮັບລາງວັນຈາກລາຍການ. ຕາມເອື້ອຍຕວ໊ຽນ ແລ້ວ, ນີ້ແມ່ນຂອງຂວັນທີ່ມີຄ່າສໍາລັບຕົນເອງ ແລະຄອບຄົວ. ພາຍຫຼັງຮັບລາງວັນແລ້ວ, ຂ້າພະເຈົ້າ ແລະບັນດາສະມາຊິກໃນຄອບຄົວ ຈະນໍາໃຊ້ການບໍລິການໂທລະຄົມມະນາຄົມ ເຊິ່ງ Viettel ສະໜອງໃຫ້ຫຼາຍກວ່ານີ້ອີກ.

ຕາມການນໍາ Viettel ຮ່າໂນ້ຍ ແລ້ວ, ລາຍການຈົກສະຫຼາກຫາຜູ້ໂຊກດີ ໄດ້ຮັບລາງວັນ ແມ່ນຄໍາຕອບບຸນແທນຄຸນລູກຄ້າທີ່ກໍາລັງນໍາໃຊ້ບັນດາການບໍລິການຂອງ Viettel. ນອກຈາກນັ້ນລາຍການຍັງເປັນຄໍາຂອບໃຈລູກຄ້າ ເຊິ່ງ ຍາມໃດກໍຮ່ວມເດີນທາງພ້ອມກັບການນໍາໃຊ້ບໍລິການ Viettel Pay  ໃນໄລຍະຜ່ານມາ.

ໂດຍ: ໄຊຊະນະ