ທີ່ກອງປະຊຸມແລກປ່ຽນວຽກງານຄຸ້ມຄອງລັດ ໄຕມາດທີ III-2019 ຂອງກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ຫາກໍ່ດໍາເນີນໄປຢູ່ຮ່າໂນ້ຍ,  ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ໄດ້ຊີ້ນໍາ Viettel ສົມທົບກັບພະແນກຖະແຫຼງຂ່າວ ແລະສື່ສານຮ່າໂນ້ຍ ອອກແບບຕິດຕັ້ງເຂດກະຈາຍຄື້ນ 5G ຢູ່ຮ່າໂນ້ຍ, ໃຫ້ສໍາເລັດໃນປີ 2019 ເພື່ອຮັບໃຊ້ໃຫ້ແກ່ການແຂ່ງລົດ F1 ໃນປີ 2020.

leftcenterrightdel
ຄະນະກໍາມະການປະຊາຊົນນະຄອນຮ່າໂນ້ຍ ແລະບໍລິສັດຫວຽດນາມ Grand Prix (ສັງກັດກຸ່ມບໍລິສັດ Vingroup) ຈັດຕັ້ງພິທີເລີ່ມລົງມືກໍ່ສ້າງສະໜາມແຂ່ງລົດ F1 ຮ່າໂນ້ຍ ຢູ່ເມືອງນາມຕື່ລຽມ, ຮ່າໂນ້ຍ. ພາບ: ວັນຟອງ.

ສະໜາມແຂ່ງລົດ F1 ຢູ່ຮ່າໂນ້ຍ ໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 20 ມີນາ 2019, ດ້ວຍເນື້ອທີ່ທັງໝົດແມ່ນ 88 ເຮັກຕາ. ຄາດຄະເນວ່າ, ທຸກໆລາຍການຂອງສະໜາມແຂ່ງລົດ F1 ຮ່າໂນ້ຍ ຈະສໍາເລັດໃນເດືອນມີນາ 2020. ຫວ່າງແລ້ວນີ້, ກຸ່ມບໍລິສັດ Formula One ໄດ້ປະກາດຮ່າງຕາຕະລາງແຂ່ງລົດ F1 ປີ 2020 ຢ່າງເປັນທາງ.

ໂດຍ: ທະນາພອນ