ນັກຂ່າວ: ຂໍຮຽນທ່ານ, ເມື່ອພັດທະນາຕົວເມືອງສະຫຼາດ ສ່ວນຫຼາຍແມ່ນອີງໃສ່ພື້ນຖານເຕັກໂນໂລຢີຂໍ້ມູນຂ່າວສານ. ໃນຖານະແມ່ນກຸ່ມບໍລິສັດໃຫຍ່ຂອງທົ່ວປະເທດ, Viettel ໄດ້ແກ້ໄຂການນໍາເຕັກໂນໂລຢີເຂົ້າບັນດາແຂວງ, ນະຄອນຄືແນວໃດ ?

ທ່ານ ເຈິ່ນຕ໊ວນງອັກ: ສໍາລັບຂົງເຂດຕົວເມືອງສະຫຼາດ ທີ່ Viettel ໄດ້ມີວິວັດການຄົ້ນຄວ້າກວ່າ 5 ປີແລ້ວ. ພວກຂ້າພະເຈົ້າໄດ້ຄົ້ນຄວ້າຫຼາຍຮູບແບບຕົວເມືອງສະຫຼາດຢູ່ໃນໂລກ ແລະບັນດາເຕັກໂນໂລຢີທີ່ທັນສະໄໝກໍ່ໄດ້ນໍາໃຊ້ໃນຮູບແບບຢູ່ແຂວງເທື່ອທຽນ-ເຫວ໋. ກ່ຽວກັບດ້ານພື້ນຖານ, Viettel ກໍ່ສ້າງບົນພື້ນຖານລວມ, ສາມາດລວບລວມຫຼາຍວິສາຫະກິດສະໜອງທີ່ແຕກຕ່າງກັນ, ບໍ່ພຽງແຕ່ແຕ່ລະ Viettel ເທົ່ານັ້ນ ຫາກບັນດາວິສາຫະກິດອື່ນກໍ່ລ້ວນແຕ່ສາມາດເຂົ້າຮ່ວມ ເພື່ອສະໜອງບໍລິການໃຫ້ນະຄອນ. ລະອຽດ, ຢູ່ນະຄອນເຫວ໋, ບໍລິການສະຫຼາດກວ່າເຄິ່ງໜຶ່ງຢູ່ທີ່ນີ້ໂດຍບັນດາວິສາຫະກິດຢູ່ທ້ອງຖິ່ນສະໜອງໃຫ້.

leftcenterrightdel
ທ່ານ ເຈິ່ນຕ໊ວນງອັກ, ຮອງຜູ້ອໍານວຍການສູນລູກຄ້າວິສາຫະກິດ, ບໍລິສັດໃຫຍ່ວິທີການແກ້ໄຂ Viettel. ພາບ: ວັນຟອງ.

ນັກຂ່າວ: ເລື່ອງ Viettel ກໍ່ສ້າງຕົວເມືອງສະຫຼາດຢູ່ນະຄອນເຫວ໋ ໄດ້ດໍາເນີນຄືແນວໃດ, ຂໍຮຽນທ່ານ?

ທ່ານ ເຈິ່ນຕ໊ວນງອັກ: ອີງໃສ່ຄວາມຕ້ອງການຂອງນະຄອນເຫວ໋ ພ້ອມກັບວິວັດການເຮັດວຽກຂອງນະຄອນກັບບັນດາຄູ່ຮ່ວມມືເຕັກໂນໂລຢີກ່ອນໜ້ານັ້ນ, ພວກຂ້າພະເຈົ້າໄດ້ກໍານົດໃຫ້ຕົນຮູບແບບນັ້ນແມ່ນອີງໃສ່ຄວາມຕ້ອງການຕົວຈິງຂອງປະຊາຊົນ ເພື່ອກໍ່ສ້າງນະຄອນເຫວ໋ສະຫຼາດ. ດ້ວຍທັດສະນະນັ້ນ, Viettel ພ້ອມກັບນະຄອນເຫວ໋ ໄດ້ສຳຫຼວດຢ່າງລະອຽດລະອໍ, ສ້າງຮູບແບບຕົວເມືອງສະຫຼາດເໝາະສົມທີ່ສຸດໃຫ້ນະຄອນເຫວ໋. ຂ້າພະເຈົ້າຖືວ່າ, ນີ້ກໍ່ແມ່ນທັດສະນະດີທີ່ສຸດໃຫ້ບັນດານະຄອນອື່ນເມື່ອກໍ່ສ້າງຕົວເມືອງສະຫຼາດ.

ນັກຂ່າວ: ພາຍຫຼັງນໍາເຂົ້າເຄື່ອນໄຫວເປັນເວລາ 9 ເດືອນ, ມາຮອດຈຸດເວລານີ້, ບັນດາວິທີການແກ້ໄຂເຕັກໂນໂລຢີໄດ້ເໝາະສົມແລ້ວບໍ, ມີຄວາມຕ້ອງການຍົກລະດັບ,  ດັດແປງຕື່ມອີກຫຼືບໍ່ ?

ທ່ານ ເຈິ່ນຕ໊ວນງອັກ: ທາດແທ້ກໍ່ສ້າງຕົວເມືອງສະຫຼາດແມ່ນວິວັດການຍາວນານ ແລະຕໍ່ເນື່ອງ. ບໍ່ອາດເວົ້າໄດ້ວ່າ ມື້ນີ້ພວກເຮົາສໍາເລັດຜົນ ແລະຢຸດຕິໄວ້, ຫາກພວກເຮົາຕ້ອງມີວິວັດການເພື່ອສືບຕໍ່ຍົກລະດັບ, ປັບປຸງໃຫ້ເໝາະສົມກັບພຶດຕິກໍາຕົວຈິງ.

leftcenterrightdel
ສູນຕິດຕາມກວດກາ, ບໍລິຫານຕົວເມືອງສະຫຼາດຂອງແຂວງເທື່ອທຽນ-ເຫວ໋ ຕັ້ງຢູ່ເລກທີ 36, ຖະໜົນຟ້າມວັນດົ່ງ, ນະຄອນເຫວ໋. ພາບ: ວັນຟອງ.

ນັກຂ່າວ: ມີທັດສະນະຖືວ່າ, ການພັດທະນາຕົວເມືອງສະຫຼາດແມ່ນອີງໃສ່ຫຼາຍເສົາຄໍ້າທີ່ແຕກຕ່າງກັນ, ຄື: ການຄົມມະນາຄົມ, ສາທາລະນະສຸກ, ການສຶກສາ, ສິ່ງແວດລ້ອມ... ຕາມທ່ານແລ້ວ, ຕ້ອງເຮັດແນວໃດ ເພື່ອສາມາດເຊື່ອມຕໍ່ບັນດາເຕັກໂນໂລຢີເຂົ້ານຳກັນໃຫ້ເປັນຮູບແບບລວມ ?

ທ່ານ ເຈິ່ນຕ໊ວນງອັກ: ປະຈຸບັນ, Viettel ໄດ້ກໍ່ສ້າງຮູບແບບນີ້ແລ້ວ ແລະໄດ້ນໍາໃຊ້ຢູ່ນະຄອນເຫວ໋. ຢູ່ທີ່ນີ້, ພວກຂ້າພະເຈົ້າໄດ້ເຊື່ອມຕໍ່ບັນດາ camera ໃນບໍລິເວນຈາກບັນດາລະບົບເຕັກໂນໂລຢີຂໍ້ມູນຂ່າວສານທີ່ມີຢູ່ແລ້ວ. ພວກຂ້າພະເຈົ້າກໍ່ໄດ້ເປີດກວ້າງການສະໜອງບໍລິການໃຫ້ບັນດາວິສາຫະກິດອື່ນເພື່ອເຊື່ອມຕໍ່. Viettel ກໍ່ພ້ອມແລ້ວທີ່ຈະສະໜອງພື້ນຖານນີ້ໃຫ້ບັນດາທ້ອງຖິ່ນໃນທົ່ວປະເທດ.

leftcenterrightdel
ແອັບພຼີເຄຊັນ Hue – S ໄດ້ຮັບການສະໜັບສະໜູນ ແລະນຳໃຊ້ຈາກປະຊາຊົນເປັນຈຳນວນຫຼວງຫຼາຍ. ພາບ: ວັນຟອງ.

ນັກຂ່າວ: ສໍາລັບນະຄອນເຫວ໋, ຄວາມຕ້ອງການຮັບຂໍ້ມູນຂ່າວສານຂອງປະຊາຊົນແມ່ນໄດ້ຮັບຄວາມເອົາໃຈໃສ່ທີ່ສຸດ. ສະນັ້ນ, ແອັບພຼີເຄຊັນ Hue – S ເຊິ່ງ Viettel ກໍ່ສ້າງມີພາລະບົດບາດຄືແນວໃດເພື່ອບັນລຸປະສິດທິຜົນທີ່ສຸດ, ຂໍຮຽນທ່ານ ?

ທ່ານ ເຈິ່ນຕ໊ວນງອັກ: ດ້ວຍທັດສະນະຂອງການນໍາແຂວງເທື່ອທຽນ-ເຫວ໋, Viettel ໄດ້ນໍາໃຊ້ເຕັກໂນໂລຢີແຕ່ກໍ່ຄົ້ນຄວ້າຕ້ອງເຮັດແນວໃດເພື່ອໃຫ້ປະຊາຊົນນໍາໃຊ້ງ່າຍທີ່ສຸດ. ສະນັ້ນ, ແອັບພຼີເຄຊັນ Hue – S ຈຶ່ງໄດ້ກໍາເນີດ, ນີ້ແມ່ນແອັບພຼີເຄຊັນທີ່ຄືກັນກັບສື່ສັງຄົມອອນໄລໃນປະຈຸບັນ.

ນັກຂ່າວ: Viettel ຈະຜັນຂະຫຍາຍຮູບແບບນີ້ສໍາລັບນະຄອນເຫວ໋ຄືແນວໃດ, ຂໍຮຽນທ່ານ ?

ທ່ານ ເຈິ່ນຕ໊ວນງອັກ: ຮູບແບບຂອງນະຄອນເຫວ໋ ໃນເບື້ອງຕົ້ນໄດ້ສໍາເລັດຜົນ. ເຖິງຢ່າງໃດກໍ່ຕາມ, ທັງສອງຝ່າຍລ້ວນແຕ່ວາງອອກບັນດາສິ່ງທ້າທາຍໃໝ່ເພື່ອສືບຕໍ່ຮັກສາຜົນສໍາເລັດນີ້, ກໍ່ຄືນໍາໃຊ້ເຕັກໂນໂລຢີທີ່ກ້າວໜ້າເຂົ້າໃນການແກ້ໄຂບັນດາບັນຫາໃນໄລຍະຈະມາເຖິງຄືເຕັກໂນໂລຢີຕອບອັດຕະໂນມັດ, ເພື່ອແນໃສ່ໜູນຊ່ວຍປະຊາຊົນໃຫ້ດີກວ່າ.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ