ບໍ່ນອນຫຼັບກັບໄຊຊະນະ

ຕາມໜັງສືພິມ The Times of India ແລ້ວ, ແຕ່ປີ 1986, ຫວຽດນາມ ເລິ່ມປະຕິບັດກິດຈະການປ່ຽນແປງໃໝ່ເພື່ອ “ກູ້ຊ່ວຍຕົນເອງໃຫ້ພົ້ນອອກຈາກສະພາບຂຶ້ນກັບການຊ່ວຍເຫຼືອລ້າ”, ໃນນັ້ນມີການຍົກເລີກບັນດາສະຫະກອນກະສິກໍາ, ສົ່ງເສີມວິສາຫະກິດເອກະຊົນ ແລະຜ່ອນຄາຍຄວາມຈໍາກັດຈາກການລົງທຶນຕ່າງປະເທດ. ກິດຈະການປ່ຽນແປງໃໝ່ໄດ້ເຮັດໃຫ້ພື້ນຖານເສດຖະກິດຫວຽດນາມ ມີການປ່ຽນແປງດ້ວຍລະດັບເຕີບໂຕເສດຖະກິດບັນລຸ 8-9% ໃນໄລຍະ 1991-1996.

ຫວຽດນາມ ກາຍເປັນປະເທດທີ່ມີລະດັບຮັ່ງມີໄວທີ່ສຸດໃນໂລກໃນໄລຍະ 2007-2017. ໃນປີ 2019, ລະດັບເຕີບໂຕເສດຖະກິດຂອງຫວຽດນາມ ຄາດຄະເນວ່າບັນລຸກວ່າ 7%. ບັນດາຂົງເຂດລະອຽດຄື: ໂທລະຄົມມະນາຄົມມີລະດັບການເຕີບໂຕຢ່າງປະທັບໃຈ, ປະຈຸບັນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ມີຜູ້ຊົມໃຊ້ເບີໂທລະສັບມືຖືທີ່ຫຼາຍທີ່ສຸດໃນໂລກ. ນອກຈາກນັ້ນ, ອັດຕານໍາໃຊ້ອິນເຕີແນັດຢູ່ຫວຽດນາມ ແມ່ນ 54,19% ພົນລະເມືອງ. ໃນຂະນະນັ້ນຂະແໜງການທ່ອງທ່ຽວຫວຽດນາມ ສືບຕໍ່ພັດທະນາ. ປີ 2018, ຫວຽດນາມ ໄດ້ຕ້ອນຮັບແຂກຕ່າງປະເທດດ້ວຍຈຳນວນ 15,5 ລ້ານເທື່ອຄົນ, ເພີ່ມຂຶ້ນ 19,9% ເມື່ອທຽບໃສ່ປີ 2017. ຂະແໜງການທ່ອງທ່ຽວຫວຽດນາມ ໄດ້ຈັດອັນດັບທີ 6 ໃນ top 10 ສະຖານທີ່ທ່ອງທ່ຽວພັດທະນະໄວທີ່ສຸດໃນໂລກນັບແຕ່ປີ 2017. ໜັງສືພິມ The Times of India  ໃຫ້ຂໍ້ສັງກັດວ່າ: “ລັດຖະບານຫວຽດນາມ ພວມມານະພະຍາຍາມກໍ່ສ້າງອະນາຄົດທີ່ດີກວ່າອີກຜ່ານການປະຕິບັດບັນດາຍຸດທະສາດໃຫ້ການປະຕິວັດອຸດສາຫະກໍາຄັ້ງທີ 4”. ຫວຽດນາມ ພວມສ້າງຍຸດທະສາດແຫ່ງຊາດກ່ຽວກັບການປະຕິວັດອຸດສາຫະກໍາ 4.0 ເພື່ອບັນລຸໄດ້ເປົ້າໝາຍມີວິໄສທັດນໍາບັນດາເຕັກໂນໂລຢີຄື: ອິນເຕີແນັດສັບພະສິ່ງ, ພູມປັນຍາທຽມ, ດາຕາໃຫຍ່ເຂົ້ານໍາໃຊ້ໃຫ້ຂະແໜງການອຸດສາຫະກໍາ ແລະວຽກງານຄຸ້ມຄອງລັດ.

leftcenterrightdel
ຮູບພາບຂົວ ເຍີດເຕີນ (ຮ່າໂນ້ຍ) ໃນບົດຂຽນຂອງໜັງສືພິມ The Times of India  ແມ່ນຕົວຢ່າງໃຫ້ແກ່ການພັດທະນາເສດຖະກິດຂອງຫວຽດນາມ. ພາບ: The Times of India.

ບໍ່ພຽງແຕ່ເອົາໃຈໃສ່ເປັນພິເສດເຖິງການພັດທະນາດ້ານເສດຖະກິດ, ໜັງສືພິມ The Times of India  ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ຍັງເອົາໃຈໃສ່ເຖິງການຊຸກຍູ້ຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາ. ນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຖະບານຫວຽດນາມ ແມ່ນເຄົາລົບ ແລະຮັບປະກັນສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາກັບຫຼາຍສາສະໜາ ແລະອົງການສາສະໜາທີ່ໄດ້ຮັບການຮອງຮັບເຄື່ອນໄຫວ. ໜັງສືພິມ The Times of India ສະຫຼຸບວ່າ: “ບັນດາສິ່ງເຫຼົ່ານັ້ນພ້ອມກັບຫຼາຍປັດໄຈອື່ນໄດ້ສ້າງໃຫ້ ຫວຽດນາມ ກາຍເປັນແຫ່ງດິນແດນທີ່ເປັນເອກະລັກສະເພາະ”...

ສະນັ້ນ, ເມື່ອ ອາຊີ ປາດຖະໜາຢາກກໍ່ສ້າງຄວາມເປັນລະບຽບຮຽບຮ້ອຍດ້ານການເມືອງໃໝ່, ເມື່ອເຂົ້າໃຈກ່ຽວກັບ ຫວຽດນາມ ຈະເປັນລູກກະແຈເພື່ອເຂົ້າໃຈໄດ້ທຸກສິ່ງທຸກຢ່າງທີ່ພວມດໍາເນີນຢູ່ອາຊີຕາເວັນອອກສ່ຽງໃຕ້. ຫວຽດນາມ ສົມເປັນທີ່ໄດ້ຮັບຄວາມເອົາໃຈໃສ່ນັ້ນ”.

ຈັດອັນດັບທີ 8 ກ່ຽວກັບການດຶງດູດ FDI

ວາລະສານພູມປັນຍາໂລກຂອງຈີນ ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາພິື້ນຖານເສດຖະກິດທີ່ມີລະດັບເປີດປະຕູໃຫຍ່ທີ່ສຸດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ດ້ວຍການລົງນາມໃນຫຼາຍສັນຍາການຄ້າເສລີ, ມີຕະຫຼາດພາຍໃນໃຫຍ່ພໍສົມຄວນ. ປີ 2018, ການເຕີບໂຕລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ຫວຽດນາມ ບັນລຸ 7,08% - ເຊິ່ງແມ່ນລະດັບສູງສຸດໃນໜຶ່ງສະຕະວັດຜ່ານມາ. ຕາມວາລະສານພູມປັນຍາໂລກ, ຫາງສຽງມີຄວາມເຊື່ອໝັ້ນວ່າໃນປີ 2019, ເສດຖະກິດຫວຽດນາມ ຍັງຄົງຮັກສາທ່າເຕີບໂຕໄດ້ດີຄືໃນປີ 2018.

ໃນຂະນະນັ້ນ, ໜັງສືພິມ Prensa Latina  ຂອງກູບາ ຄັດຈາກບົດລາຍງານຂອງ US News & World Report ຫວ່າງແລ້ວນີ້, ໃຫ້ຮູ້ວ່າ: ຫວຽດນາມ ຈັດອັນດັບທີ 8 ໃນຈໍານວນ 30 ປະເທດດຶງດູດທີ່ສຸດໃນໂລກສຳລັບບັນດານັກລົງທຶນຕ່າງປະເທດ. ຕາມໜັງສືພິມ Prensa Latina ແລ້ວ, ໃນໄລຍະ 2011-2018, ຫວຽດນາມ ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ກວ່າ 200 ຕື້ໂດລາສະຫະລັດ. ປະຈຸບັນມີ 33.000 ໂຄງການ FDI ພວມຜັນຂະຫຍາຍຢູ່ ຫວຽດນາມ ດ້ວຍຍອດຈຳນວນທຶນຈົດລະບຽນກວ່າ 400 ຕື້ໂດລາສະຫະລັດ.

ໂດຍ: ໄຊນີດາ