ຂໍ້ຕົກລົງ ແລະອະນາຄົດຂອງຫົວໜ້າກົມໃຫຍ່

ກ່ອນຊຸມປີ 1995, ຕະຫຼາດໂທລະຄົມມະນາຄົມຫວຽດນາມ ແມ່ນສະໜາມສະເພາະຂອງ VNPT. ປີ 1995, Saigon Postel ໄດ້ຮັບການສ້າງຕັ້ງຂຶ້ນ, ໄດ້ສ້າງການແກ່ງແຍ້ງກ່ຽວກັບໂທລະຄົມມະນາຄົມພາຍໃນປະເທດກວ່າອີກ.

ເຖິງຢ່າງໃດກໍ່ຕາມ, ໃນສະພາບຕົວຈິງແລ້ວ, ກ່ອນປີ 2000, ເຖິງວ່າຕະຫຼາດມີ  Viettel (ປະຈຸບັນແມ່ນກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ) ຕື່ມອີກເຊິ່ງໄດ້ຮັບໃບອະນຸຍາດດໍາເນີນທຸລະກິດໃນປີ 1995 ກໍ່ຕາມ-ແຕ່ຂະແໜງໂທລະຄົມມະນາຄົມຂອງ VNPT ຍັງພັດທະນາທີ່ສຸດ. ຍ້ອນວ່າ, ສອງບໍລິສັດຂະໜາດນ້ອຍນັ້ນທັງອ່່ອນດ້ອຍກ່ຽວກັບກໍາລັງ, ທັງບໍ່ມີການບໍລິການໃໝ່ໃດທີ່ບຸກທະລຸເພື່ອໃຫ້ມີລະດັບເທົ່າທຽມກັບ VNPT, ແບ່ງປັນອັດຕາສ່ວນການຕະຫຼາດກັບ VNPT.

leftcenterrightdel
ຍ້ອນການພັດທະນາຂອງ Viettel, ໂທລະຄົມມະນາຄົມຈຶ່ງກາຍເປັນການບໍລິການລາຄາຖືກຢູ່ຫວຽດນາມ. ພາບ: ມາຍແອັງ.

ເລື່ອງລາວມີການປ່ຽນແປງໂດຍລາຍເຊັນຂອງທ່ານ ມາຍລຽມຈຶກ, ຫົວໜ້າກົມໃຫຍ່ໄປສະນີຢູ່ໃບອະນຸຍາດສະໜອງບໍລິການ VoIP ທໍາອິດ ແລະໜຶ່ງດຽວໃນຄາວນັ້ນໃຫ້ແກ່ Viettel. ເລື່ອງລາວຂອງຜູ້ທີ່ມີຕົ້ນກໍາເນີດມາຈາກ VNPT ແລະພັດມີຕໍາແໜ່ງເປັນຫົວໜ້າກົມໃຫຍ່, ການລົງນາມໃນຂໍ້ຕົກລົງ “ສະໜັບສະໜູນ” ໃຫ້ແກ່ວິສາຫະກິດທີ່ຫາກໍ່ເຂົ້າຮ່ວມຂະແໜງໂທລະຄົມມະນາຄົມແມ່ນສິ່ງທີ່ແປກປະຫຼາດ. ເພື່ອປ້ອງກັນໃຫ້ແກ່ຂໍ້ຕົກລົງຂອງຕົນ, ທ່ານຕ້ອງປະເຊີນໜ້າກັບບັນດາສິ່ງທີ່ສົງໄສຈາກຄວາມສາມາດປະສົບຜົນສໍາເລັດຂອງ Viettel, ຜົນປະໂຫຍດສ່ວນຕົວ... ຊ້ຳບໍ່ໜຳແມ່ນອະນາຄົດດ້ານການເມືອງຂອງທ່ານກໍ່ໄດ້ເອົາອອກມາຊັກຖາມ.

ເຖິງຢ່າງໃດກໍ່ຕາມ, ທ່ານ ປອ. ມາຍລຽມຈຶກ ໄດ້ຜ່ານຜ່າທຸກສິ່ງສົງໄສນັ້ນຍ້ອນແຜນນະໂຍບາຍຂອງພັກ ແລະລັດຖະບານໃນສະໄໝນັ້ນແມ່ນຊຸກຍູ້ການແກ່ງແຍ້ງ, ຕ້ານການຜູກຂາດໃນຂົງເຂດໂທລະຄົມມະນາຄົມ. ເມື່ອຫວນຄືນການຕັດສິນໃຈຂອງຕົນໃນໄລຍະນັ້ນ, ທ່ານ ປອ. ມາຍລຽມຈຶກ, ອະດີດຮອງລັດຖະມົນຕີຜູ້ປະຈຳການກະຊວງໄປສະນີ-ໂທລະຄົມມະນາຄົມ (ປະຈຸບັນແມ່ນກະຊວງຖະແຫຼງຂ່າວ ແລະສື່ສານ) ແບ່ງປັນຄວາມໃນໃຈວ່າ: “ຂ້າພະເຈົ້າບໍ່ຢ້ານເສຍຕຳແໜ່ງ, ຢ້ານພຽງແຕ່ຕົນເອງເຮັດວຽກບໍ່ໄດ້ດີ”.

ເປີດສາກການປະຕິວັດໂທລະຄົມມະນາຄົມລາຄາຖືກ

ວັນທີ 15 ຕຸລາ 2000, ສະຖານີໂທລະພາບຫວຽດນາມ (VTV) ອອກອາກາດວິດີໂອໂຄສະນາ “178-ລະຫັດປະຢັດຂອງທ່ານ”, ຮັບຮູ້ເລື່ອງ Viettel ເຂົ້າຮ່ວມລະບົບໂທລະຄົມມະນາຄົມແບບໃໝ່ຢ່າງເປັນທາງການ. ຫຼັງຈາກນັ້ນ Viettel ດ້ວຍລະຫັດ 178, VNPT ພ້ອມກັບ Saigon Postel ໄດ້ສ້າງການບໍລິການ VoIP ຂອງໃຜມັນຢ່າງວ່ອງໄວ. ລະຫັດ 171 ຂອງ VNPT ແລະ 177 ຂອງ Saigon Postel.

ດ້ວຍຕະຫຼາດໂທລະຄົມມະນາຄົມຫວຽດນາມ, ການປະກົດຕົວຂອງ VoIP ໄດ້ສ້າງການປະຕິວັດກ່ຽວກັບຄ່າບໍລິການ, ເປີດສາກສັງກາດໂທລະຄົມມະນາຄົມລາຄາຖືກໃຫ້ແກ່ທຸກຄົນ, ທຸກຄອບຄົວ. ດ້ວຍການເຂົ້າຮ່ວມຂອງ Viettel  ແລະ Saigon Postel, ຂະແໜງໂທລະຄົມມະນາຄົມຫວຽດນາມ ແຕ່ບ່ອນທີ່ເປັນຜູກຂາດ, ຫຼ້າຫຼັງໄດ້ກາຍເປັນບ່ອນທີ່ມີການແກ່ງແຍ້ງກວ່າ, ຊຸກຍູ້ການພັດທະນາຂອງທັງຜູ້ນຳໜ້າໄປກ່ອນ ແລະຜູ້ໄປຕາມຫຼັງ. ນັບແຕ່ນັ້ນມາ, ໃນຕະຫຼອດ 6 ປີຫຼັງ, Viettel ຍາມໃດກໍ່ແມ່ນກົມກອງໄປນໍາໜ້າໃນການຫຼຸດຄ່າບໍລິການໃຫ້ແກ່ບໍລິການ VoIP, ເພື່ອແນໃສ່ເປີດກວ້າງປະລິມານລູກຄ້າ, ສ້າງທ່າອ່ຽງບໍລິການໃໝ່.

ເມື່ອຕີລາຄາກ່ຽວກັບສິ່ງດັ່ງກ່າວ, ທ່ານພົນຈັດຕະວາ ເລດັງຢູງ, ຮັກສາການປະທານທັງເປັນຜູ້ອຳນວຍການໃຫຍ່ Viettel ໃຫ້ຮູ້ວ່າ: “ນັບແຕ່ເມື່ອເລີ່ມເຮັດກ່ຽວກັບໂທລະຄົມມະນາຄົມ, ພວກຂ້າພະເຈົ້າໄດ້ມີຄວາມປາດຖະໜາຢາກນໍາການບໍລິການໄປຮອດໄປເຖິງທຸກຄົນ ແລະປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ. ນັ້ນກໍ່ແມ່ນສາເຫດທີ່ Viettel ຍາມໃດກໍ່ໄປນໍາໜ້າໃນການຫຼຸດຄ່າບໍລິການເພື່ອຄົນທຸກຍາກ, ຜູ້ຢູ່ເຂດຫ່າງໄກສອກຫຼີກກໍ່ສາມາດນໍາໃຊ້ການບໍລິການໂທລະຄົມມະນາຄົມໄດ້”.

ໃນສະພາບການຕົວຈິງ, ມີຫຼາຍຄົນບໍ່ຄິດວ່າ, ຜົນສໍາເລັດຈາກບໍລິການ VoIP 178 ໄດ້ຊ່ວຍໃຫ້ Viettel ໄດ້ທຶນຄືນພຽງແຕ່ໃນ 1 ວັນ. ລາຍຮັບຈາກ VoIP ໄດ້ຊ່ວຍໃຫ້ບໍລິສັດກອງທັບນີ້ມີເງິນທຶນເຖິງ 10 ລ້ານໂດລາສະຫະລັດເພື່ອລົງທຶນໃຫ້ແກ່ຂ່າວສານໃນມືຖື ແລະກາຍເປັນແປ້ນຢັນໃຫ້ແກ່ບາດກ້າວກະໂດດຂັ້ນຂອງ Viettel ໃນເວລາຕໍ່ມາ.

ໂດຍ: ທະນາພອນ