ເປົ້າໝາຍຂອງລາຍການແມ່ນຄົ້ນຄ້ວາການນຳໃຊ້, ພັດທະນາ ແລະຖ່າຍທອດບາງເຕັກໂນໂລຢີຫຼັກແຫຼ່ງຂອງອຸດສາຫະກຳ 4.0 ເຊິ່ງ ຫວຽດນາມ ມີທ່າໄດ້ປຽບ (ສາທາລະນະສຸກ, ການທ່ອງທ່ຽວ, ການເງິນ - ທະນາຄານ, ກະສິກຳ…) ເພື່ອນຳໃຊ້ໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພ້ອມກັນນັ້ນ, ລາຍການກໍ່ໜູນຊ່ວຍການທົດລອງປ່ຽນແປງໃໝ່ບາງຮູບແບບການບໍລິຫານ, ການຜະລິດ - ດຳເນີນທຸລະກິດຂອງວິສາຫະກິດໃນບາງຂົງເຂດຫຼັກແຫຼ່ງຕາມທິດຫັນເປັນດີຈີຕອນ.

ແຫຼ່ງຄັດຈາກ: vovworld.vn