ລຸງ ຫວໍທິແທັກ, ອາຈານສອນທີ່ກິນເບ້ຍບຳນານແລ້ວ ຢູ່ເມືອງຫ໋າຍເຈົາ (ດ່ານັ້ງ) ໄດ້ອວດປີ້ເຂົ້າຊົມການສະແດງຍິງບັ້ງໄຟດອກໃນຄໍ່າຄືນວັນເສົາ ໂດຍລູກສາວ ຊື້ໃຫ້. ລຸງ ແທັກ ມັກໃຊ້ facebook ທີ່ສຸດ. ແຕ່ລະເທື່ອທີ່ໄປໃສ, ເຂົ້າຮ່ວມກິດຈະກໍາໃດໜຶ່ງ, ເຫັນອັນໃດມ່ວນໆງາມໆ, ລຸງ ມັກແຊຢູ່ facebook ຂອງຕົນຄືດັ່ງຄວາມລຶ້ງເຄີຍໃນການບັນທຶກໄວ້ເປັນທີ່ລະນຶກໃນຊີວິດ. ການສະແດງຍິງບັ້ງໄຟດອກຂອງທີມແບນຊິກ-ແຟງລັງ ລຸງ ແທັກ ກໍ່ໄດ້ບັນທຶກໄວ້. ເຖິງວ່າຝົນຕົກກໍ່ຕາມ, ແຕ່ລຸງ ແທັກ ຍັງ livestream ນັບແຕ່ເລີ່ມເປີດສາກບັນດາລາຍການ.

ບໍ່ພຽງແຕ່ລຸງ ແທັກ ເທົ່ານັ້ນ, ເມື່ອການສະແດງເລີ່ມຕົ້ນ, ຢູ່ແຕ່ລະອັດສະຈັນ, ມີໂທລະສັບນັບຫຼາຍຮ້ອຍໜ່ວຍໄດ້ເອົາອອກມາຖ່າຍຮູບ ແລະ livestream. ໃນເວລານີ້, ຕາມຂໍ້ມູນຈາກເຄືອຂ່າຍ Viettel ແລ້ວ, ປະລິມານຂໍ້ມູນມີການເຄື່ອນໄຫວຢ່າງແຮງ ແລະເພີ່ມຂຶ້ນສູງທີ່ສຸດ, ພິເສດແມ່ນຢູ່ລະບົບໂຄງລ່າງ 4G.

leftcenterrightdel
ຜູ້ຊົມຫຼາຍຄົນໄດ້ livestream ຢູ່ງານບຸນບັ້ງໄຟດອກດ່ານັ້ງ. ພາບ: ຢ້ຽວລີງ.

ປະລິມານ data 4G ໃນບັນດາຄໍ່າຄືນທີ່ຍິງບັ້ງໄຟດອກຢູ່ດ່ານັ້ງ ໃນປີ້ນີ້ແມ່ນສູງກວ່າແຕ່ 2-2,5 ເທົ່າ ເມື່ອທຽບໃສ່ກັບປີ 2018 ແລະໃນແຕ່ລະຄືນແມ່ນເພີ່ມຂຶ້ນປະມານ 10%. ຄວາມຕ້ອງການຂອງລູກຄ້າຫຼາຍ, ແຕ່ Viettel ຍັງຮັກສາຄຸນນະພາບຂອງເຄືອຂ່າຍໄດ້ເປັນຢ່າງດີ. ໃນແຕ່ລະຄືນທີ່ດໍາເນີນການສະແດງການຍິງບັ້ງໄຟດອກ, Viettel ໄດ້ຈັດສົ່ງກໍາລັງພະນັກງານເພື່ອວັດແທກ, ກວດກາຄຸນນະພາບບໍລິການ ຄື: ການສົ່ງຂໍ້ຄວາມ, ການໂທ, ໃຊ້ web...

ກ່ອນເວລາທີ່ຍິງບັ້ງໄຟດອກ 2 ຊົ່ວໂມງ, ຄວາມໄວຂອງເຄືອຂ່າຍ 4G ໄດ້ວັດແທັກຢູ່ແອັບພຼີເຄຊັນ speedtest ແມ່ນການດາວໂຫຼດບັນລຸໄດ້ 100Mbps   ແລະການອັບໂຫຼດບັນລຸໄດ້ແຕ່ 30-50Mbps. ໃນເວລາທີ່ຍິງບັ້ງໄຟດອກ, ຍ້ອນຈໍານວນຜູ້ຊົມໃຊ້ເພີ່ມຂຶ້ນສູງ, ຄວາມໄວຂອງ 4G Viettel   ຍັງຮັກສາຢູ່ໃນລະດັບການດາວໂຫຼດແມ່ນແຕ່ 20-30Mbps  ແລະການອັບໂຫຼດແຕ່ 5-15Mbps, ສາມາດຕອບສະໜອງໃຫ້ແກ່ການ livestream ດ້ວຍຄຸນນະພາບ HD.

ຜູ້ຕາງໜ້າຂອງ Viettel ໃຫ້ຮູ້ວ່າ “ສິ່ງທ້າທາຍຂອງ Viettel ແມ່ນຕ້ອງອອກແບບເຄືອຂ່າຍໃຫ້ມີການຈໍາກັດຂອບເຂດ, ສຸມໃສ່ບ່ອນມີຈໍານວນຄົນຫຼາຍ ແລະຕ້ອງຮັບປະກັນຄວາມງາມໃຫ້ແກ່ເຫດການສາກົນ”. ໜຶ່ງໃນບັນດາທ່າແຮງກ່ຽວກັບຊັບພະຍາກອນຂອງ Viettel ແມ່ນມີຄວາມຖີ່ 1.800MHz ແລະ 2.100MHz ເພື່ອຜັນຂະຫຍາຍ 4G. ພ້ອມກັນນັ້ນແມ່ນມີລົດກະຈາຍສັນຍານເຄື່ອນທີ່ຫຼາຍຄັນ,  ມີ wifi... ໄດ້ຈັດສັນເປັນຫຼາຍຮູບຫຼາຍແບບຢູ່ຕາມບັນດາສະຖານທີ່ຕ່າງໆ.

ລຸງ ແທັກ ແບ່ງປັນດ້ວຍຄວາມເບີກບານມ່ວນຊື່ນວ່າ “ຕົນເອງມັກໃຊ້ facebook ເລື່ອຍໆ ສະນັ້ນເບື້ອງຕົ້ນລຸງກໍ່ເປັນຫ່ວງວ່າເມື່ອມີຄົນໃຊ້ຫຼາຍ ຢ້ານສັນຍານຈະບໍ່ດີ ແຕ່ບໍ່ຄິດເລີຍວ່າຍັງສາມາດ livestream ໄດ້ຢ່າງສະດວກ. ມັກທີ່ສຸດແມ່ນມີໝູ່ເພື່ອນຫຼາຍຄົນໄດ້ເຂົ້າເບິ່ງ...”.

ໂດຍ: ທະນາພອນ