ຫວຽດນາມ ກໍາລັງຕັ້ງໜ້າສ້າງພື້ນຖານອຸດສາຫະກໍາວັດທະນະທໍາແຕ່ການນໍາໃຊ້ຜົນງານຂອງການປະຕິວັດອຸດສາຫະກໍາ 4.0 ແມ່ນວິທີການ “ເດີນທາງລັດ, ລັດໜ້າ”, ຕ້ອງການ, ສ້າງກໍາລັງແຮງໃຫ້ການພັດທະນາ.

ກ້າວເຂົ້າໃກ້ການປະຕິວັດອຸດສາຫະກໍາ 4.0 ໃນຂະແໜງອຸດສາຫະກໍາວັດທະນະທໍາ

ຕາມການຄົ້ນຄວ້າ, ການປະຕິວັດອຸດສາຫະກໍາ 4.0 ຈະດໍາເນີນໃນ 3 ຂົງເຂດຕົ້ນຕໍແມ່ນເຕັກໂນໂລຢີຊີວະພາບ, ເຕັກນິກດີຈີຕອນ ແລະຟິຊິກ. ໃນນັ້ນ, ບັນດາປັດໄຈສໍາຄັນຕົ້ນຕໍຂອງເຕັກນິກດີຈີຕອນຈະສົ່ງຜົນກະທົບໂດຍກົງເຖິງວັດທະນະທໍາ, ສິລະປະຂອງມະນຸດໃນອະນາຄົດ.

ການປະຕິວັດອຸດສາຫະກໍາ 4.0 ໄດ້ຮັບການພະຍາກອນຈະພັດທະນາບັນດາຂະແໜງອຸດສາຫະກໍາວັດທະນະທໍາໃນທົ່ວໂລກດ້ວຍຂອບຂະໜາດກວ້າງ, ຄວາມໄວໄວຄືບໍ່ເຄີຍເຫັນ. ປະເທດຊາດໃດນໍາໜ້າ, ນໍາໃຊ້ຜົນງານຂອງການປະຕິວັດອຸດສາຫະກໍາ 4.0 ສໍາເລັດຜົນຈະຍາດໄດ້ອັດຕາໃນຕະຫຼາດວັດທະນະທໍາ; ບໍ່ພຽງແຕ່ຮັບກໍາໄລໃຫຍ່ຫຼວງເທົ່ານັ້ນຫາກຍັງຈະຫັນປ່ຽນຜະລິດຕະພັນວັດທະນະທໍາເປັນ “ອາວຸດ”, “ກໍາລັງແຮງອ່ອນ” ຄອບງຳວັດທະນະທໍາບັນດາປະເທດຕ່າງໆອີກດ້ວຍ.

leftcenterrightdel
ລາຍການສະແດງກາຍຍະສິນ “Ionah show” ນໍາໃຊ້ເຕັກໂນໂລຢີທັນສະໄໝດຶງດູດຜູ້ຊົມ 100.000 ເທື່ອຄົນ ໃນ 3 ປິຜ່ານມາ. ພາບ: ທູເຮືອງ.

ທີ່ສະພາບການປະຈຸບັນນີ້ຂອງ 12 ຂະແໜງອຸດສາຫະກໍາວັດທະນະທໍາທີ່ໄດ້ຮັບການກໍານົດພັດທະນາຢູ່ປະເທດເຮົາສາມາດເຫັນວ່າລະດັບການນໍາໃຊ້ວິທະຍາສາດເຕັກໂນໂລຢີໃໝ່ແຕ່ທີ່ລະດັບກ້າວເຂົ້າໃກ້ການປະຕິວັດອຸດສາຫະກໍາ 4.0. ຂົງເຂດອຸດສາຫະກໍາວັດທະນະທໍາຈໍານວນໜຶ່ງທີ່ມີບາດກ້າວພັດທະນາຕັ້ງໜ້າໃນຊຸມປີຜ່ານມາ, ຄື: ຮູບເງົາ, ທ່ອງທ່ຽວວັດທະນະທໍາ, ໂຄສະນາ, ເກມ.

ລົງທຶນໃຈກາງ, ສ້າງທ່າບຸກທະລຸ

ຢາກນໍາໃຊ້ເຕັກໂນໂລຢີຄວນມີສອງປັດໄຈສໍາຄັນແມ່ນງົບປະມານຊື້, ຈ້າງອຸປະກອນ ແລະຊັບພະຍາກອນມະນຸດທີ່ມີຄຸນນະພາບສູງເພື່ອນໍາໃຊ້ເຕັກໂນໂລຢີຢ່າງມີປະສິດທິຜົນ. ໃນບັນດາຂົງເຂດທີ່ສາມາດຮັບກໍາໄລສູງ ຄື: ຮູບເງົາ, ສິລະປະສະແດງ, ໂຄສະນາ, ທ່ອງທ່ຽວວັດທະນະທໍາ… ບັນດາຫົວໜ່ວຍທັງຂອງເອກະຊົນ ແລະຂອງລັດໄດ້ຕັ້ງໜ້າລະດົມທຸກແຫຼ່ງກຳລັງເພື່ອຊື້, ຈ້າງອຸປະກອນ. ເຕັກໂນໂລຢີນໍາມາສິ່ງໃໝ່ອ່ຽມ, ດຶງດູດຜູ້ຊົມໂດຍກົງ.

ບັນດາຂະແໜງອຸດສາຫະກໍາວັດທະນະທໍາຢູ່ຫວຽດນາມ ພັດທະນາບໍ່ສະໝໍ່າສະເໝີ, ສະນັ້ນ, ນັບແຕ່ເມື່ອປະກາດໃຊ້ຍຸດທະສາດພັດທະນາບັນດາຂະແໜງອຸດສາຫະກໍາວັດທະນະທໍາຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030, ລັດຖະບານກໍ່ກໍານົດພັດທະນາອຸດສາຫະກໍາວັດທະນະທໍາມີຈຸດສຸມ. ສະນັ້ນ, ຄວນສົມທົບແຫຼ່ງກຳລັງຂອງລັດ ແລະເອກະຊົນເພື່ອລົງທຶນຢ່າງມີຈຸດສຸມໃຫ້ບາງຂົງເຂດທີ່ກໍາລັງພັດທະນາໄດ້ດີ ຄື: ຮູບເງົາ, ສິລະປະສະແດງ; ສ້າງທ່າບຸກທະລຸໃຫ້ບັນດາຂົງເຂດດັ່ງກ່າວຜ່ານການນໍາໃຊ້ເຕັກໂນໂລຢີທັນສະໄໝຂອງການປະຕິວັດອຸດສາຫະກໍາ 4.0.

ປັດໄຈມະນຸດກໍ່ສໍາຄັນພິເສດ, ຍ້ອນໄດ້ຮັບການກໍ່ສ້າງໂດຍພື້ນຖານຈຶ່ງມີຈິນຕະນາການສິລະປະໃໝ່, ມີລະດັບຄວາມສາມາດນໍາໃຊ້ອຸປະກອນທັນສະໄໝ. ຖ້າໄວໜຸ່ມໄດ້ຮັບການກໍ່ສ້າງໂດຍພື້ນຖານແລ້ວຈະມີຈິນຕະນາການສິລະປະໃໝ່, ມີຄວາມສາມາດກໍາໄດ້ເຕັກໂນໂລຢີກ້າວໜ້າ, ຫັນເຕັກນິກເປັນພາກສ່ວນສ້າງເປັນຜະລິດຕະພັນສິລະປະທີ່ດີເດັ່ນ.

ໂດຍ: ຈາງຫງວຽນ