ສູນປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບອິນເຕີແນັດ IoT ໄດ້ຮັບການສ້າງຕັ້ງໂດຍອີງໃສ່ບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມໃນວັນທີ 28 ພະຈິກ 2018 ລະຫວ່າງກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ແລະບໍລິສັດ Ericsson (ຊູແອັດ).

leftcenterrightdel
ບັນດາຜູ້ແທນຕັດແຖບຜ້າເປີດສະຫຼອງສູນປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບອິນເຕີແນັດ IoT. ພາບ: qdnd.vn.

ສູນດັ່ງກ່າວໄດ້ຕັ້ງຢູ່ເຂດເຕັກໂນໂລຢີສູງຮ່ວາລາກ, ຮ່າໂນ້ຍ, ເຊິ່ງແມ່ນເຂດເຕັກໂນໂລຢີສູງແຫ່ງທໍາອິດ ແລະໃຫຍ່ທີ່ສຸດຢູ່ຫວຽດນາມ. ນີ້ກໍ່ຈະແມ່ນບ່ອນເຊື່ອມຕໍ່ລະຫວ່າງບັນດາມະຫາວິທະຍາໄລ, ສູນຄົ້ນຄວ້າພັດທະນາ, ບັນດາໂຄງການຜະລິດເຕັກໂນໂລຢີສູງຂອງບັນດາວິສາຫະກິດພາຍໃນປະເທດ ແລະຕ່າງປະເທດ, ຂອງບັນດາກຸ່ມບໍລິສັດໃຫຍ່, ຄື:  Viettel, VNPT, FPT, Vingroup, VKIST, Nissan Techno, NIDEC, Hanwha ປະຈຸບັນກຳລັງ ແລະຈະເຄື່ອນໄຫວຢູ່ເຂດເຕັກໂນໂລຢີສູງຮ່ວາລາກ.

leftcenterrightdel
 ບັນດາຜູ້ແທນໄປຢ້ຽຊົມບາງຮ້ານວາງສະແດງໄດ້ແນະນໍາທີ່ພິທີ. ພາບ: qdnd.vn.

ກ່າວຄໍາເຫັນທີ່ພິທີ, ທ່ານ ຈູງອັກແອັງ ລັດຖະມົນຕີກະຊວງວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ໃຫ້ຮູ້ວ່າ, IoT ແມ່ນໜຶ່ງໃນບັນດາເຕັກໂນໂລຢີພື້ນຖານຂອງການປະຕິວັດອຸດສາຫະກຳ ຄັ້ງທີ 4. ການພັດທະນາ, ເປັນເຈົ້າຂອງໂດຍເຕັກໂນໂລຢີ IoT ແລະຂຸດຄົ້ນບັນດາແອັບພຼີເຄຊັນຂອງ IoT ຢ່າງມີປະສິດທິຜົນນັ້ນຈະສ້າງກາລະໂອກາດໃຫ້ບັນດາປະເທດພວມພັດທະນາ, ໃນນັ້ນມີຫວຽດນາມ, ນຳໜ້າໄປກ່ອນໃນບາງຂະແໜງການ, ຂົງເຂດເສດຖະກິດ-ສັງຄົມ.

ທ່ານ Denis Brunetti, ຜູ້ອໍານວຍການໃຫຍ່ບໍລິສັດ Ericsson ຢູ່ຫວຽດນາມ, ມຽນມາ, ກໍາປູເຈຍ ແລະລາວ ໄດ້ຕີລາຄາວ່າ, ສູນປ່ຽນແປງໃໝ່ປະດິດຄິດສ້າງກ່ຽວກັບອິນເຕີແນັດ IoT ຈະເປີດກວ້າງພື້ນຖານຄວາມຮູ້ກ່ຽວກັບ IoT ແລະເຕັກໂນໂລຢີໃນການປະຕິວັດອຸດສາຫະກຳ 4.0, ພ້ອມທັງແມ່ນສູນກໍ່ສ້າງ ແລະສຶກສາໃຫ້ແກ່ບັນດານັກສໍາມະນາກອນ, ລະບົບຊີວະພາບເລີ່ມທຸລະກິດ, ບັນດາຂົງເຂດອຸດສາຫະກໍາຢູ່ຫວຽດນາມ.

ໂດຍ: ຄໍາແພງ