ໂດຍປະຕິບັດຕາມແຜນນະໂຍບາຍຂອງກຸ່ມບໍລິສັດໃນເດືອນແມ່ນສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ແຕ່ຕົ້ນເດືອນກໍລະກົດ ຜ່ານມາ, ໄວໜຸ່ມສະຖາບັນ Viettel ໄດ້ລົງທະບຽນກັບການນໍາກົມກອງ ແລະທ້ອງຖິ່ນເພື່ອຮັບເອົາວຽກງານບົວລະບັດໃນໄລຍະຍາວຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕາແສງຕ໊ຽນຊວນ.

leftcenterrightdel
 
leftcenterrightdel
 
leftcenterrightdel
ຄະນະຊາວໜຸ່ມສະຖາບັນ Viettel, ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບໄດ້ມາຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕາແສງຕ໊ຽນຊວນ. ພາບ: ແທັງຮ່າ.

ທ່ານ ບຸ່ຍວັນຕີ່ງ, ເລຂາຄະນະພັກຕາແສງຕ໊ຽນຊວນ ໃຫ້ຮູ້ວ່າ: ຄະນະພັກ, ອຳນາດການປົກຄອງ, ພໍ່ແມ່ປະຊາຊົນຕາແສງຕ໊ຽນຊວນ ສະເທືອນໃຈທີ່ສຸດຕໍ່ການເຄື່ອນໄຫວສະແດງຄວາມຮູ້ບຸນຄຸນຕໍ່ນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ ຂອງໄວໜຸ່ມ Viettel. ບໍ່ພຽງແຕ່ຮັບວຽກງານບົວລະບັດເທົ່ານັ້ນ, ຫາກຮອດວັນເພັງ, ວັນທີໜຶ່ງ (ຈັນທະປະຕິທິນ) ປະຈໍາເດືອນ, ໄວໜຸ່ມ Viettel ລ້ວນແຕ່ມາຖະຫວາຍທູບທຽນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕາແສງຕ໊ຽນຊວນ.

leftcenterrightdel
 
leftcenterrightdel
ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕາແສງຕ໊ຽນຊວນ (ແທັ້ກເທິ໊ດ, ຮ່າໂນ້ຍ) - ເຊິ່ງແມ່ນບ່ອນທີ່ມີນັກຮົບ “ນິລະນາມ” ກວມ 70 %. ພາບ: ແທັງຮ່າ.

ທ່ານພັນເອກ ຟ້າມຮົ່ງແທງ, ເລຂາຄະນະພັກ, ຮອງຜູ້ອໍານວຍການສະຖາບັນ Viettel ໃຫ້ຮູ້ວ່າ: ໂດຍປະຕິບັດຕາມຫຼັກສິນທຳ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ແລະວັດທະນະທໍາ Viettel “ມູນເຊື້ອ ແລະວິທີເຮັດຂອງທະຫານ”, “ຜະລິດດຳເນີນທຸລະກິດທີ່ຕິດພັນກັບຄວາມຮັບຜິດຊອບຕໍ່ສັງຄົມ”, ພວກຂ້າພະເຈົ້າຍາມໃດກໍ່ກໍານົດການບົວລະບັດ, ຖະຫວາຍທູບທຽນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດປະຈຳໄລຍະແມ່ນຄວາມຮັບຜິດຊອບ, ແມ່ນອາລົມຈິດຂອງບັນດາພະນັກງານ, ກຳມະກອນ, ລັດຖະກອນ Viettel, ເພື່ອຈາລຶກກ່ຽວກັບຫຼັກສິນທໍາ “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ກວ່າອີກ. ໄວໜຸ່ມກຸ່ມບໍລິສັດ Viettel ເວົ້າລວມ ແລະໄວໜຸ່ມສະຖາບັນ Viettel ເວົ້າສະເພາະຍາມໃດກໍ່ຖືການເຄື່ອນໄຫວນີ້ແມ່ນແບບວິທີສຶກສາມູນເຊື້ອ, ບໍາລຸງອຸດົມຄະຕິໃຫ້ບັນດານັກສໍາມະນາກອນກໍ່ຄືປະກອບສ່ວນປະຕິບັດວຽກງານຂົນຂວາຍປະຊາຊົນ, ສ້າງທ່າຮົບດ້ານຈິດໃຈປະຊາຊົນໃນບໍລິເວນ.

ໂດຍ: ຄໍາແພງ