ທ່ານ ເລກວາງຖ໊າຍ, ຮອງຜູ້ອໍານວຍການໃຫຍ່ EVNNPC ໃຫ້ຮູ້ວ່າ, ການເກັບຄ່າໄຟຟ້າຜ່ານລະບົບທະນາຄານ ແລະອົງການເປັນກາງຕ່າງໆບໍ່ພຽງແຕ່ນໍາມາເຊິ່ງຄຸນປະໂຫຍດໃຫ້ແກ່ລູກຄ້າເທົ່ານັ້ນ ຫາກຍັງຊ່ວຍໃຫ້ຂະແໜງໄຟຟ້າຫັນແຫຼ່ງຊັບພະຍາກອນມະນຸດເປັນຢ່າງດີທີ່ສຸດ, ຍົກສູງສະມັດຕະພາບການອອກແຮງງານ, ສ້າງຄວາມໂປ່ງໃສ ແລະຕ້ານການຮົ່ວໄຫຼໃນການເກັບພາສີອາກອນໃຫ້ລັດອີກດ້ວຍ. ຕາມນັ້ນແລ້ວ, ໃນໄລຍະຜ່ານມາ, EVNNPC ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງກັບ 12 ທະນາຄານ ແລະ 7 ອົງການເປັນກາງ, ລວມມີ: ກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ (Viettel), ບໍລິສັດໃຫຍ່ໄປສະນີຫວຽດນາມ... ເພື່ອຜັນຂະຫຍາຍການບໍລິການເກັບຄ່າໄຟຟ້າ. ຕາມນັ້ນແລ້ວ, ລູກຄ້າສາມາດຊໍາລະດ້ວຍຫຼາຍວິທີ, ຄື: ຫັກເງິນຈາກບັນຊີແບບອັດຕະໂນມັດ; ຊໍາລະຜ່ານ Internet Banking/Mobile banking; ຊໍາລະຢູ່ຫ້ອງທຸລະກໍາຂອງບັນດາທະນາຄານດ້ວຍເງິນສົດ ຫຼື ໂອນເງິນຈາກບັນຊີ; ຊໍາລະຜ່ານກະເປົ໋າເອເລັກໂຕນິກ; ຊໍາລະຢູ່ບັນດາຫ້ອງທຸລະກໍາຂອງບໍລິສັດໄຟຟ້າ...

ຄິດໄລ່ຮອດໄຕມາດທີ I-2019, ອັດຕາລູກຄ້າດໍາເນີນການຊໍາລະຄ່າໄຟຟ້າໂດຍບໍ່ນໍາໃຊ້ເງິນສົດໃນທົ່ວບໍລິສັດໃຫຍ່ບັນລຸ 8,96%, ເທົ່າກັບ 881.064 ລູກຄ້ານໍາໃຊ້ໄຟຟ້າ ແລະກວມເອົາ 60,9% ລາຍຮັບຄ່າໄຟຟ້າທັງໝົດ. ຜ່ານນັ້ນ, ສ້າງເປັນການຫັນປ່ຽນກ່ຽວກັບວິທີການເກັບຄ່າໄຟຟ້າຢູ່ພາກເໜືອ.

leftcenterrightdel
ລູກຄ້າສາມາດດໍາເນີນການຊໍາລະຄ່າໄຟຟ້າຜ່ານແອັບພຼີເຄຊັນ MBBank ຂອງທະນາຄານກອງທັບ. ພາບ: ແຮ້ງຢູງ.

EVNNPC ກໍ່ໃຫ້ຮູ້ວ່າ, ເຖິງວ່າວຽກງານຊໍາລະຄ່າໄຟຟ້າໂດຍບໍ່ນໍາໃຊ້ເງິນສົດໄດ້ສ້າງການຫັນປ່ຽນຢ່າງຕັ້ງໜ້າກໍ່ຕາມ, ແຕ່ກໍ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຄື: ມີລູກຄ້າຫຼາຍຄົນຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນນະບົດທີ່ບໍ່ມີຄວາມຕ້ອງການນໍາໃຊ້ບັນຊີທະນາຄານ... ຍ້ອນເຫດນັ້ນ, ເພື່ອປະຕິບັດສໍາເລັດເປົ້າໝາຍຂອງປີ 2019, ອັດຕາລູກຄ້າດໍາເນີນການຊໍາລະຄ່າໄຟຟ້າຜ່ານທະນາຄານ ແລະອົງການເປັນກາງບັນລຸກວ່າ 40%, ເທົ່າກັບຈຳນວນລູກຄ້າ 3,5 ລ້ານຄົນ, ບໍລິສັດໃຫຍ່ EVNNPC ໄດ້ມອບຕົວເລກຄາດໝາຍປະຕິບັດຢ່າງລະອຽດໃຫ້ແຕ່ລະບໍລິສັດໄຟຟ້າ, ສ້າງແຜນການ ແລະຕິດຕາມກວດກາການຜັນຂະຫຍາຍຕາມບໍລິເວນຄຸ້ມຄອງການຂາຍໄຟຟ້າ. ພ້ອມກັນນັ້ນ, ຍູ້ແຮງບັນດາແອັບພຼີເຄຊັນເຕັກໂນໂລຢີ, ຄົ້ນຄວ້າ, ເລືອກເຟັ້ນບັນດາມາດຕະການຊໍາລະຄ່າໄຟຟ້າໂດຍບໍ່ນໍາໃຊ້ເງິນສົດ.

ໃນນັ້ນ, EVNNPC ໄດ້ສົມທົບກັບ Viettel ນໍາໃຊ້ກະເປົ໋າເອເລັກໂຕນິກ ViettelPay ເຂົ້າໃນການຊໍາລະຄ່າໄຟຟ້າໂດຍບໍ່ນໍາໃຊ້ເງິນສົດ. ViettelPay ມີຄຸນປະໂຫຍດ, ຄຸນລັກສະນະຫຼາຍຢ່າງຄືດັ່ງກະເປົ໋າເອເລັກໂຕນິກສະສົມ, ເຊິ່ງບໍ່ພຽງແຕ່ສໍາລັບບັນດາເບີໂທລະສັບຂອງ Viettel ເທົ່ານັ້ນ, ຫາກຍັງບັນດາເບີໂທລະສັບຂອງບໍລິສັດໂທລະຄົມມະນາຄົມອື່ນກໍ່ສາມາດນໍາໃຊ້ການບໍລິການນີ້ ເພື່ອດໍາເນີນການຊໍາລະຄ່າໄຟຟ້າຢ່າງງ່າຍດາຍ. ປັດຈຸບັນ, Viettel ມີເຄືອຂ່າຍຢ່າງທ່ົວເຖິງ. ນີ້ແມ່ນໜຶ່ງໃນບັນດາທ່າໄດ້ປຽບເຊິ່ງ EVNNPC ໃສ່ໃຈດ້ວຍບໍລິເວນການຄຸ້ມຄອງກວ້າງໄປທ່ົວທຸກແຂວງ, ນະຄອນທາງພາກເໜືອ, ໂດຍສະເພາະແມ່ນບັນດາບໍລິເວນຢູ່ຫ່າງໄກສອກຫຼີກ, ເຂດໂນນພູກໍ່ສາມາດນໍາໃຊ້ຄຸນປະໂຫຍດນີ້ໄດ້.

ໂດຍ: ທູຈາງ