ເລື່ອງ Apple ໜູນຊ່ວຍ eSIM ຢ່າງເປັນທາງການຈະນໍາມາເຊິ່ງຜົນປະໂຫຍດຫຼາຍຢ່າງໃຫ້ແກ່ລູກຄ້າ, ຄື: ຊ່ວຍອຸປະກອນ iPhone ເຄື່ອນໄຫວເປັນປົກກະຕິ, ຮັບປະກັນຄວາມເໝາະສົມຢ່າງສົມບູນກັບຕົວລັບ eSIM ຂອງບໍລິສັດສະໜອງບໍລິການໂທລະຄົມມະນາຄົມ.

leftcenterrightdel
Viettel ແມ່ນບໍລິສັດໂທລະຄົມມະນາຄົມທໍາອິດໄດ້ຮັບການໜູນຊ່ວຍ eSIM ຈາກ Apple. ພາບ: qdnd.vn.

ເພື່ອບັນລຸໝາກຜົນດັ່ງກ່າວ, Viettel ໄດ້ຜ່ານການກວດກາຕາມມາດຕະຖານຢ່າງແໜ້ນແຟ້ນຂອງ Apple. ທ່ານ ເລບ໊າເຕິນ, ຮອງຜູ້ອໍານວຍການບໍລິສັດໃຫຍ່ເຄືອຂ່າຍ Viettel - ເຊິ່ງແມ່ນກົມກອງຜັນຂະຫຍາຍໂຄງລ່າງເຕັກໂນໂລຢີໃຫ້ແກ່ການບໍລິການ eSIM ຢັ້້້ງຢືນວ່າ Viettel ຈະເປີດກວ້າງຂອບເຂດການໝູນໃຊ້ບໍລິການນີ້ໃຫ້ບັນດາອຸປະກອນເຕັກໂນໂລຢີຕ່າງໆ, ໂດຍສະເພາະແມ່ນກຸ່ມອຸປະກອນ IoT: “Viettel ພວມສືບຕໍ່ຍົກລະດັບລະບົບເຕັກນິກ ເພື່ອໜູນຊ່ວຍ eSim ຢູ່ໃນ Apple Watch ແລະນາລິກາຊະນິດຕ່າງໆຢ່າງວ່ອງໄວ. ເລື່ອງຮັບຟັງ ແລະໂທລະສັບດ້ວຍນາລິກາສະຫຼາດບໍ່ວ່າຢູ່ສະຖານທີ່ໃດທີ່ມີຄື້ນໂທລະສັບມືຖືຈະຊ່ວຍໃຫ້ລູກຄ້າມີຄວາມສະດວກກວ່າໃນການເຄື່ອນໄຫວປະຈໍາວັນ. Viettel ຈະຫັນ eSim ເປັນມາດຕະຖານໂດຍໄວ ແລະຜັນຂະຫຍາຍໂຄງລ່າງດ້ານເຕັກນິກເພື່ອສະໜອງໃຫ້ຕະຫຼາດ  IoT ໃນປີ 2019-2020”.

ໂດຍ: ກວຽດເຕິມ