ຕາມນັ້ນແລ້ວ, ໂຄງການຂອງ World Bank ໄດ້ແບ່ງເປັນ 6 ໂຄງການຂະໜາດນ້ອຍຕາມ 6 ຂົງເຂດດ້ວຍມູນຄ່າທັງໝົດ 35 ລ້ານໂດລາສະຫະລັດ. Movitel ຈະເຂົ້າຮ່ວມເຂົ້າ 3 ໃນຈໍານວນ 6 ໂຄງການດັ່ງກ່າວ, ດ້ວຍຍອດມູນຄ່າ 20,5 ລ້ານໂດລາສະຫະລັດ.

leftcenterrightdel
Movitel ນໍາເອົາໂທລະຄົມມະນາຄົມໄປເຖິງບັນດາເຂດຊົນນະບົດ, ເຂດຫ່າງໄກສອກຫຼີກຂອງໂມຊໍາບິກ. ພາບ: ແທງຮ່າ.

ທ່ານ ໂດ້ແມ້ງຮຸ່ງ, ຜູ້ອໍານວຍການໃຫຍ່ Viettel Global ໃຫ້ຮູ້ວ່າ, Movitel ໄດ້ປະຕິບັດໂຄງການໃຫຍ່ຂອງ World Bank ຢູ່ ໂມຊໍາບິກ ກ່ອນອື່ນໝົດແມ່ນຍ້ອນທ່າແຮງເຂດປົກຄຸມ ແລະມີພື້ນຖານໂຄງລ່າງທີ່ເໜືອກວ່າ. ນີ້ກໍ່ແມ່ນວິສາຫະກິດໜຶ່ງດຽວຢູ່ ໂມຊໍາບິກ ທີ່ຍົກອອກວິທີການແກ້ໄຂທາງເຕັກນິກຢ່າງຮອບດ້ານທີ່ສຸດ ເພື່ອໜູນຊ່ວຍຝາກ-ຖອນເງິນໃຫ້ປະຊາຊົນຢູ່ເຂດຍັງບໍ່ທັນມີສັນຍານໂທລະສັບມືຖືແມ່ນວິທີການແກ້ໄຂບັດແມ່ເຫຼັກ. ນອກຈາກນັ້ນ, ໜຶ່ງໃນບັນດາເຫດຜົນທີ່ພວກຂ້າພະເຈົ້າເລືອກຍ້ອນວ່າ Movitel ໄດ້ປະຕິບັດຫຼາຍໂຄງການທີ່ມີອິດທິພົນຊື່ສຽງໃຫ້ລັດຖະບານໂມຊໍາບິກ ຄື ໂຄງການສະໜອງສາຍສົ່ງໃຫ້ບັນດາກະຊວງ, ຄະນະ, ຂະແໜງການ, ໂຄງການກໍ່ສ້າງສະຖານີໂທລະຄົມມະນາຄົມທີ່ເປັນປະໂຫຍດຕໍ່ສາທາລະນະໃຫ້ແກ່ລັດຖະບານ.

ໂດຍ: ກວຽດເຕິມ