ນອກຈາກການເບິ່ງໂມງ, ຝຶກແອບກິລາ, ຕິດຕາມສຸຂະພາບຕາມປົກກະຕິແລ້ວ, ເຕັກໂນໂລຢີ eSim ນີ້ຍັງຊ່ວຍໂມງສາມາດໂທ, ຮັບສາຍ, ຮັບຂໍ້ຄວາມ ແລະເຊື່ອມຕໍ່ອິນເຕີແນັດອີກດ້ວຍ. ໂມງໜ່ວຍນີ້ນໍາໃຊ້ສັນຍານເຄືອຂ່າຍ 2G, 3G, 4G ຂອງ Viettel ໄດ້. ຢູ່ຫວຽດນາມ, Viettel ແມ່ນບໍລິສັດໂທລະຄົມມະນາຄົມທໍາອິດທີ່ທົດລອງເຕັກໂນໂລຢີນີ້ສໍາເລັດຜົນ.

leftcenterrightdel
Viettel ທົດລອງ eSim ໃນໂມງສະຫຼາດສໍາເລັດຜົນ. ພາບ: ວັນຟອງ.

ດ້ວຍເຕັກໂນໂລຢີ eSim, ໂມງສາມາດເຄື່ອນໄຫວເປັນເອກະລາດຢູ່ທຸກໆບໍລິເວນທີ່ມີສັນຍານໂທລະສັບມືຖື ເຊິ່ງບໍ່ຕ້ອງເຊື່ອມຕໍ່ກັບໂທລະສັບໜ່ວຍໃດ. ໂມງສະຫຼາດແຕ່ລະໜ່ວຍໄດ້ມີ 1 ເບີໂທທີ່ຕ່າງຫາກ ຫຼື ໃຊ້ເບີໂທລະສັບລວມກັບເບີໂທລະສັບມືຖື, ຍັງເອີ້ນວ່າບໍລິການ Multi-Sim ຫຼື One Number. ບໍລິການ Multi-sim/One Number ແມ່ນທ່າອ່ຽງລວມຂອງບັນດາບໍລິສັດໂທລະຄົມມະນາຄົມໃນໂລກເມື່ອຜັນຂະຫຍາຍການບໍລິການໃນໂມງສະຫຼາດ ແລະ  Viettel ສືບຕໍ່ທົດລອງໃນເດືອນສິງຫາ ຈະມາເຖິງ.

Viettel ພວມເຮັດວຽກກັບບັນດາບໍລິສັດຜະລິດໂມງສະຫຼາດໃຫຍ່ ເພື່ອທົດລອງອຸປະກອນ. ຄາດຄະເນວ່າ, ລູກຄ້າຂອງ Viettel ສາມາດນໍາໃຊ້ບໍລິການ eSim ໃນໂມງສະຫຼາດໃນໄຕມາດທີ 4 ປີ 2019.

ຜູ້ຕາງໜ້າຂອງ Viettel, ທ່ານ ເລບ໊າເຕິນ, ຮອງຜູ້ອໍານວຍການໃຫຍ່ບໍລິສັດໃຫຍ່ເຄືອຂ່າຍ Viettel ໃຫ້ຮູ້ວ່າ: “ພາຍຫຼັງການບໍລິການ eSim ໃນໂທລະສັບມືຖື, Viettel ສືບຕໍ່ທົດລອງ eSim ໃນໂມງສະຫຼາດ. ໃນໄລຍະຈະມາເຖິງພວກຂ້າພະເຈົ້າ ຈະທົດລອງ ແລະໝູນໃຊ້ຫຼາຍເຕັກໂນໂລຢີ IoT ທີ່ກ້າວໜ້າອື່ນໆ ເພື່ອຮັບໃຊ້ຄວາມຕ້ອງການເຊື່ອມຕໍ່ຂອງທຸກຄົນ, ທຸກສິ່ງທຸກຢ່າງ”.

ໂດຍ: ທະນາພອນ