ຕາມນັ້ນແລ້ວ, ລູກຄ້າທັງໝົດທີ່ພວມນໍາໃຊ້ບໍລິການອິນເຕີແນັດຂອງ Viettel ຈະໄດ້ເພີ່ມຄວາມຖີ່ກວ້າງທົບສອງເທົ່າໃນປັດຈຸບັນ ໃນຂະນະທີ່ລາຄາບໍລິການຍັງຮັກສາຄືເກົ່າ. ລາຍການນີ້ແມ່ນນອນໃນບັນດາການເຄື່ອນໄຫວຕອບບຸນຄຸນລູກຄ້າເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດອຸດສາຫະກໍາ-ໂທລະຄົມມະນາຄົມກອງທັບ.

leftcenterrightdel
ລູກຄ້າທັງໝົດທີ່ນໍາໃຊ້ບໍລິການອິນເຕີແນັດຂອງ Viettel ຈະໄດ້ເພີ່ມຄວາມຖີ່ກວ້າງທົບສອງເທົ່າແຕ່ຍັງຮັກສາລາຄາເດີມ. ພາບ: ເກີ໋ມຖຸຍ.

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງລູກຄ້າ, ນັບແຕ່ວັນທີ 1 ມິຖຸນາ 2019, Viettel ນໍາໃຊ້ນະໂຍບາຍເພີ່ມຄວາມຖີ່ກວ້າງທົບສອງເທົ່າໃຫ້ແກ່ລູກຄ້າທີ່ພວມນໍາໃຊ້ບໍລິການອິນເຕີແນັດຄົງທີ່ຂອງ Viettel ດ້ວຍລາຄາເດີມ. ນີ້ແມ່ນຄວາມມະນະພະຍາຍາມຢ່າງບໍ່ຢຸດຢັ້ງຂອງ Viettel ໃນການກໍ່ສ້າງໂຄງລ່າງສາຍກາບໃຍແສງໃນຕະຫຼອດ 10 ປີຜ່ານມາ.  ໄລ່ຮອດເດືອນພຶດສະພາ 2019, Viettel ໄດ້ກາຍເປັນບໍລິສັດໂທລະຄົມມະນາຄົມທີ່ມີໂຄງລ່າງເຊື່ອມຕໍ່ໃຫຍ່ທີ່ສຸດຢູ່ຫວຽດນາມ ດ້ວຍສາຍກາບໃຍແສງຍາວເກືອບ 350.000 ກິໂລແມັດ ແລະ 6 ສາຍເຊື່ອມຕໍ່ກັບສາກົນ.

ໂດຍ: ທູຈາງ